ທ່ານພົນຕີ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານຊາຍແດນ ແລະທ່ານພົນຈັດຕະວາ ສີພັນ ພຸດທະວົງ, ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເປັນປະທານຮ່ວມທີ່ການເຈລະຈາ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: bienphong.com.

ກ່າວຄໍາເຫັນທີ່ການເຈລະຈາ, ທ່ານພົນຕີ ຮວ່າງຊວນຈ໊ຽນ ແລະທ່ານພົນຈັດຕະວາ ສີພັນ ພຸດທະວົງ ລ້ວນແຕ່ຕີລາຄາສູງການພົວພັນສົມທົບກັນລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດໃນໄລຍະຜ່ານມາ. ໃນນັ້ນ, ສອງປະເທດໄດ້ຕັ້ງໜ້າ, ເປັນເຈົ້າການໃນການປະຕິບັດຂໍ້ຕົກລົງລະຫວ່າງສອງລັດຖະບານກ່ຽວກັບການແກ້ໄຂບັນຫາຄົນອົບພະຍົບເສລີ ແລະການສົມລົດໂດຍບໍ່ມີການຈົດທະບຽນໃນເຂດຊາຍແດນສອງປະເທດເປັນຢ່າງດີ...

leftcenterrightdel
ການນໍາສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມື. ພາບ: bienphong.com.
leftcenterrightdel
ທ່ານພົນຕີ ຮວ່າງຊວນຈ໊ຽນ ມອບຂອງຂວັນທີ່ລະນຶກໃຫ້ຄະນະປະຕິບັດງານກົມທະຫານຊາຍແດນ ລາວ. ພາບ: bienphong.com.

ເພື່ອໃຫ້ວຽກງານສົມທົບກັນນັບມື້ນັບກ້າວເຂົ້າສູ່ລວງເລິກ, ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສູງຈະປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງການນໍາພັກ, ລັດ, ກອງທັບສອງປະເທດຢ່າງເຂັ້ມງວດ; ຍົກສູງຈິດໃຈມີສະຕິລະວັງຕົວ, ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ເພື່ອສະກັດກັ້ນບັນດາການເຄື່ອນໄຫວຂອງອາດຊະຍາກໍາຂ້າມຊາຍແດນ, ຂ້າມຊາດ, ອາດຊະຍາກໍາກໍ່ການຮ້າຍ...

ສິ້ນສຸດການເຈລະຈາ, ການນໍາສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງກໍາລັງຂອງສອງປະເທດ.

ໂດຍ: ຫງວຽນກຸກ