ຕອນເຊົ້າວັນທີ 27 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານການທະຫານຂັ້ນສູງກະຊວງປ້ອງກັນປະເທດກຳປູເຈຍ ໂດຍທ່ານນາງ Dam Dariny, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຜິດຊອບວຽກງານແມ່ຍິງໃນກອງທັບ, ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ຕ້ອນຮັບທ່ານນາງ Dam Dariny, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຜິດຊອບວຽກງານແມ່ຍິງໃນກອງທັບກຳປູເຈຍ. ພາບ: ຮ່ວາງຫວູ.

ທ່ານພົນໂທ ເລືອງເກື່ອງ ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຈະປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ທີ່ເປັນມູນເຊື້ອ, ຄວາມສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງກອງທັບ ແລະປະຊາຊົນສອງປະເທດກວ່າອີກ.

ທ່ານນາງ Dam Dariny ໄດ້ແຈ້ງໃຫ້ທ່ານພົນໂທ ເລືອງເກື່ອງ ຮັບຊາບກ່ຽວກັບໝາກຜົນການເຈລະຈາກ່ອນໜ້ານັ້ນກັບທ່ານພົນຕີ ເລຮ່ຽນເວີນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານແມ່ຍິງໃນກອງທັບ ແລະປືກສາຫາລືທິດທາງການຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານນາງ Dam Dariny, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຜິດຊອບວຽກງານແມ່່ຍິງໃນກອງທັບກຳປູເຈຍ. ພາບ: ຮ່ວາງຫວູ.

ຕີລາຄາສູງໝາກຜົນການເຈລະຈາ, ທ່ານພົນໂທ ເລືອງເກື່ອງ ສະເໜີໃນໄລຍະຈະມາເຖິງ, ແມ່ຍິງກອງທັບປະຊາຊົນຫວຽດນາມ ແລະແມ່ຍິງກອງທັບລາດຊະວົງກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະຕິບັດວຽກງານແມ່ຍິງໃນກອງທັບ, ຜ່ານນັ້ນປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງກອງທັບ ແລະປະຊາຊົນ ຫວຽດນາມ-ກຳປູເຈຍ.

ໂດຍ: ທູຮັ່ງ