ກ່າວຄໍາເຫັນທີ່ການເຈລະຈາ, ທ່ານ ໂຮ່ດຶກເຟິກ ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຕໍ່ການໜູນຊ່ວຍຂອງອົງການກວດສອບແຫ່ງລັດມາເລເຊຍ ໃນໄລຍະຜ່ານມາໃນວຽກງານໜູນຊ່ວຍອົງການກວດສອບແຫ່ງລັດຫວຽດນາມ ກໍ່ສ້າງ, ຕິດຕາມກວດກາ, ຕີລາຄາການປະຕິບັດແຜນຍຸດທະສາດຂອງອົງການຈັດຕັ້ງບັນດາອົງການກວດສອບສູງສຸດອາຊີຕາເວັນອອກສ່ຽງໃຕ້ (ASEANSAI);  ໜູນຊ່ວຍກໍ່ສ້າງອົງການກວດສອບແຫ່ງລັດຫວຽດນາມດ້ານວິຊາການກວດສອບຜ່ານລາຍການຮ່ວມມືດ້ານເຕັກນິກມາເລເຊຍ ໂດຍລັດຖະບານມາເລເຊຍ ອຸປະຖໍາ.

leftcenterrightdel
ທ່ານ ໂຮ່ດຶກເຟິກ ປະທານອົງການກວດສອບແຫ່ງລັດຫວຽດນາມ ຕ້ອນຮັບທ່ານ Madinah Binti Mohamad  ປະທານອົງການກວດສອບແຫ່ງລັດມາເລເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານນາງ Madinah Binti Mohamad ໃຫ້ຮູ້ວ່າໃນໄລຍະຈະມາເຖິງ, ອົງການກວດສອບແຫ່ງລັດມາເລເຊຍ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບອົງການກວດສອບແຫ່ງລັດຫວຽດນາມ ຜ່ານການເຄື່ອນໄຫວແລກປ່ຽນຄະນະຄົ້ນຄວ້າ, ແບ່ງປັນບົດຮຽນຂອງມາເລເຊຍໃນການຫັນລະບົບເອກະສານເຮັດວຽກ, ສ້າງແຜນການກໍ່ສ້າງກ່ຽວກັບການກວດສອບສະພາບແວດ ລ້ອມ, ກວດສອບເຕັກໂນໂລຢີຂໍ້ມູນຂ່າວສານເປັນດີຈີຕອນ... ຄຽງຂ້າງນັ້ນ, ດ້ວຍບົດບາດເປັນປະທານ ASOSAI ໄລຍະ 2015-2018, ປະທານອົງການກວດສອບແຫ່ງລັດມາເລເຊຍ Madinah Binti Mohamad ຢືນຢັນພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບອົງການກວດສອບແຫ່ງລັດຫວຽດນາມ ໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ