ທ່ານພົນຈັດຕະວາ ຫງວຽນຮວ່າງຍຽນ, ຫົວໜ້າສະຖາບັນປະຫວັດສາດການທະຫານຫວຽດນາມ ໃຫ້ຮູ້ວ່າ, ຕາມຂໍ້ສະເໜີຂອງ ກະຊວງປ້ອງກັນປະເທດກຳປູເຈຍ, ແຕ່ປີ 2013 ມາຮອດປັດຈຸບັນ, ສະຖາບັນປະຫວັດສາດການທະຫານຫວຽດນາມ ໄດ້ເປີດ 5 ຊຸດຝຶກອົບຮົມວິຊາການປະຫວັດສາດການທະຫານໃຫ້ພະນັກງານເຮັດວຽກງານປະຫວັດສາດການທະຫານຂອງກອງທັບ ລາດຊະວົງກຳປູເຈຍ. ພາຍຫຼັງກັບເມືອປະເທດຈຳນວນພະນັກງານເຂົ້າຮ່ວມຊຸດຝຶກອົບຮົມໄດ້ນຳໃຊ້ບັນດາຄວາມຮູ້ພື້ນຖານເຂົ້າໃນການເຄື່ອນໄຫວຄົ້ນຄ້ວາວິທະຍາສາດຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງຜົນງານໃນການຮ່ຳຮຽນ ແລະປະຕິບັດງານຢ່າງແທດຈິງ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຮວ່າງຍຽນ, ຫົວໜ້າສະຖາບັນປະຫວັດສາດການທະຫານຫວຽດນາມ, ກ່າວຄຳເຫັນໄຂຊຸດຝຶກອົບຮົມ. ພາບ: qdnd.vn

ນີ້ແມ່ນຊຸດຝຶກອົບຮົມທີ 6 ມີການເຂົ້າຮ່ວມຂອງພະນັກງານກອງທັບລາດຊະວົງກຳປູເຈຍ 31 ຄົນ. ບັນດານັກສຳມະນາກອນໄດ້ຮັບການບຳລຸງ, ຍົກສູງຄວາມຮູ້ພື້ນຖານ, ມາດຕະການ, ບົດຮຽນຄົ້ນຄ້ວາ ແລະປະຕິບັດວຽກງານປະຫວັດສາດການທະຫານ, ສະຫຼຸບສົງຄາມ, ວຽກງານຄຸ້ມຄອງວິທະຍາສາດປະຫວັດສາດການທະຫານ.

ໂດຍ: ທູຮັ່ງ