ເຖິງຢ່າງໃດກໍ່ຕາມ, ໜ້າທີ່ຂອງກໍາລັງເຂົ້າຮ່ວມວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມຍັງໜັກໜ່ວງທີ່ສຸດ. ຢູ່ທຸກບ່ອນທີ່ເກີດນໍ້າແກ້ງ, ພະນັກງານ, ນັກຮົບໃນກອງທັບ ແລະຕໍາຫຼວດ, ທະຫານລາດປ້ອງກັນຕົວນັບພັນຄົນໄດ້ສົມທົບກັບບັນດາກໍາລັງຂອງທ້ອງຖິ່ນ ພວມມານະພະຍາຍາມຊອກຫາບັນດາຜູ້ຫາຍສາບສູນ, ຂົນສົ່ງສະບຽງອາຫານໃຫ້ບັນດາຄອບຄົວມີເຮືອນຊານຖືກເສຍຫາຍ, ຊ່ວຍເຫຼືອຍົກຍ້າຍນັບຫຼາຍຮ້ອຍຄອບຄົວຢູ່ເຂດດິນເຊາະເຈື່ອນໄປຢູ່ເຂດປອດໄພ...

ໃນເຂດໃຈກາງທີ່ປະສົບໄພນໍ້າຖ້ວມ ແມ່ນມີຄວາມຫຍຸ້ງຍາກລໍາບາກ ແລະອັນຕະລາຍຫຼາຍຢ່າງ, ຮູບພາບນັກຮົບ “ທະຫານລຸງໂຮ່” ອີກເທື່ອໜຶ່ງສ້າງຄວາມປະທັບໃຈໃນດວງໃຈປະຊາຊົນບັນດາເຜົ່າຢູ່ເຂດຕາເວັນຕົກສ່ຽງເໜືອ...

leftcenterrightdel
 
leftcenterrightdel
 
leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 880, ກອງບັນຊາການທະຫານແຂວງ ລາຍເຈົາ ຕັ້ງໜ້າຊອກຫາຜູ້ຫາຍສາບສູນຈາກໄພນໍ້າຖ້ວມ ຢູ່ຕາແສງ ນອງແຫວ, ເມືອງ ຊີ່ນໂຮ່ (ແຂວງ ລາຍເຈົາ). ພາບ: ຫງວຽນຮົ່ງຊ໋າງ
leftcenterrightdel
ທ່ານພົນຈັດຕະວາ ໂງກຸ໋ຍດຶກ, ຫົວໜ້າກົມກູ້ໄພກູ້ຊີບ, ກົມໃຫຍ່ເສນາທິການ ລົງຢ້ຽມຢາມຖາມຂ່າວ,  ລະດົມກໍາລັງໃຈ, ມອບຂອງຂວັນໃຫ້ບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍຖືກນໍ້າພັດໄຫຼໄປ. ພາບ: ຫງວຽນຮົ່ງຊ໋າງ
leftcenterrightdel
 
leftcenterrightdel
ກໍາລັງປະກອບອາວຸດເມືອງ ຊີ່ນໂຮ່ ຊ່ວຍປະຊາຊົນບ້ານ ຊ໋າງຕຸ່ງ ຂົນຊັບສິນ, ຍົກຍ້າຍເຮືອນຊານໄປຢູ່ເຂດປອດໄພ. ພາບ: ຫງວຽນຮົ່ງຊ໋າງ
leftcenterrightdel
ທະຫານລາດຕາແສງ ເຊີນບິ່ງ, ເມືອງ ຕາມເດື່ອງ (ແຂວງ ລາຍເຈົາ) ມ້ຽນດິນເຊາະເຈື່ອນ, ແກ້ໄຂສະພາບຢຸດສະງັກໃນການຈາລະຈອນ. ພາບ: ຫງວຽນຮົ່ງຊ໋າງ

ແປໂດຍ: ທູຈາງ