ທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: ຟານແອງ-ຈ້ອງຫ໊າຍ.

ໃນ 6 ເດືອນຕົ້ນປີ 2018, ບັນດາອົງການ, ກົມກອງໃນທົ່ວກອງທັບໄດ້ຜັນຂະຫຍາຍການປະຕິບັດ ແລະສຳເລັດທຸກໜ້າທີ່ວຽກງານການທະຫານ, ການປ້ອງກັນຊາດ; ຈັດຕັ້ງກໍາລັງກໍາແໜ້ນສະພາບການ, ເປັນເສນາທິການໃຫ້ຄະນະປະຈຳຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດແກ້ໄຂບັນດາກໍລະນີເກີດຂຶ້ນໄດ້ຢ່າງທັນການ, ພ້ອມທັງຊີ້ນໍາບັນດາອົງການ, ກົມກອງຮັກສາການປະຕິບັດລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ສົມທົບກັບຕໍາຫຼວດ ແລະບັນດາກໍາລັງແກ້ໄຂບັນດາກໍລະນີ...

leftcenterrightdel
 ບັນດາຜູ້ແທນເຂົ້າຮ່ວມທີ່ກອງປະຊຸມ. ພາບ: ຟານແອງ-ຈ້ອງຫ໊າຍ.

ບັນດາອົງການ, ກົມກອງໃນທົ່ວກອງທັບໄດ້ຜັນຂະຫຍາຍການສຶກສາ, ບໍາລຸງສ້າງ, ຝຶກແອບໃຫ້ບັນດາເປົ້າໝາຍ; ຍູ້ແຮງການສ້າງແບບແຜນຕາມລະບຽບຫຼວງ, ຝຶກຝົນຫຼໍ່ຫຼອມປະຕິບັດລະບຽບວິໄນ; ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດໜ້າທີ່ການປ້ອງກັນຊາດທ້ອງຖິ່ນ, ວຽກງານກູ້ໄພກູ້ຊີບ... ສຸມໃສ່ຍົກສູງຄຸນນະພາບສັງລວມ ແລະຄວາມສາມາດກຽມພ້ອມສູ້ຮົບຂອງກອງທັບຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.

leftcenterrightdel
ທ່ານພົນໂທ ຟານວັນຢາງ ແລກປ່ຽນກັບບັນດາຜູ້ແທນເຂົ້າຮ່ວມທີ່ກອງປະຊຸມ. ພາບ: ຟານແອງ-ຈ້ອງຫ໊າຍ.

ໃນ 6 ເດືອນທ້າຍປີ 2018, ກົມໃຫຍ່ເສນາທິການຈະສືບຕໍ່ຜັນຂະຫຍາຍການປະຕິບັດວຽກງານກຳແໜ້ນ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເຈົ້າການ, ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສະເໜີພັກ ແລະລັດ ມີຍຸດໂທບາຍແກ້ໄຂຢ່າງມີປະສິດທິຜົນ ແລະເໝາະສົມ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໃນທຸກກໍລະນີຢ່າງທັນການ; ສົມທົບກັບບັນດາທ້ອງຖິ່ນແກ້ໄຂບັນດາບັນຫາຄວາມໝັ້ນຄົງດ້ານການເມືອງ.

ພ້ອມກັນນັ້ນ, ກົມໃຫຍ່ເສນາທິການກໍ່ສຸມໃສ່ຊີ້ນໍາບັນດາກົມກອງ, ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຍົກສູງຄຸນນະພາບຝຶກແອບໃຫ້ບັນດາເປົ້າໝາຍ. ເປັນເຈົ້າການກະກຽມກໍາລັງ, ພາຫະນະ, ຕັ້ງໜ້າປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ຊອກຫາກູ້ໄພກູ້ຊີບ; ກຽມພ້ອມຊ່ວຍກູ້, ໜູນຊ່ວຍປະຊາຊົນໃນທຸກເວລາເມື່ອມີໄພພິບັດທໍາມະຊາດ.

 

ແປໂດຍ: ເຈິ່ນຮວ່ຽນ