leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຕ໋ຽນດາດ.

ບົດລາຍງານໝາກຜົນວຽກງານການທະຫານ, ການປ້ອງກັນຊາດ 6 ເດືອນຕົ້ນປີ 2018 ຊີ້ໃຫ້ເຫັນວ່າ, ຄະນະພັກການທະຫານສູນກາງໄດ້ເປັນເຈົ້າການ, ເປັນເສນາທິການໃຫ້ພັກ, ລັດ, ແຜນນະໂຍບາຍ, ຍຸດໂທບາຍເພື່ອຮັບມືຫຼາຍຢ່າງກ່ຽວກັບການທະຫານ, ການປ້ອງກັນຊາດ; ແກ້ໄຂບັນດາກໍລະນີເກີດຂຶ້ນໄດ້ຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ; ຊາບຊຶມການປະຕິບັດບັນດາມະຕິ, ຄໍາສັ່ງຂອງກົມການເມືອງກ່ຽວກັບບັນດາຍຸດທະສາດ, ແຜນຮ່າງ; ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ເພີ່ມທະວີການສຶກສາອົບຮົມດ້ານການເມືອງ, ແນວຄິດ, ປ້ອງກັນ ແລະຕ້ານ “ການຜັນແປດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ” ພາຍໃນກອງທັບ; ກໍ່ສ້າງອົງຄະນະພັກກອງທັບປອດໃສ, ເຂັ້ມແຂງ...

leftcenterrightdel
 
leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານພົນເອກ ໂງຊວນລິກ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຕ໋ຽນດາດ.

ຄຽງຂ້າງນັ້ນ,  ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ຕັ້ງໜ້າກະກຽມ, ປັບປຸງຮ່າງມະຕິໃຫ້ສົມບູບແບບ ເພື່ອຍື່ນສະເໜີຕໍ່ກົມການເມືອງປະກາດໃຊ້, ສະຫຼຸບກ່ຽວກັບຍຸດທະສາດດ້ານປ້ອງກັນຊາດ ແລະຍຸດທະສາດດ້ານການທະຫານຫວຽດນາມ;  ສືບຕໍ່ສ້າງແຜນການເພື່ອຜັນຂະຫຍາຍປະຕິບັດ. ທ່ານນາຍົກລັດຖະມົນຕີ ຮັບຮູ້ການປະກອບສ່ວນຂອງກະຊວງປ້ອງກັນປະເທດໃນວຽກງານສ້າງລະບອບລະບຽບການ, ຍູ້ໄວຄວາມຄືບໜ້າ, ຍົກສູງຄຸນນະພາບໃນການສ້າງບັນດາຮ່າງກົດໝາຍຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ ຄື: ກົດໝາຍວ່າດ້ວຍການປ້ອງກັນຊາດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ, ຮ່າງກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ)...

ກ່ຽວກັບທິດທາງໜ້າທີ່ການທະຫານ, ການປ້ອງກັນຊາດ 6 ເດືອນທ້າຍປີ 2018, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກໍານົດສືບຕໍ່ປະຕິບັດວຽກງານເປັນເສນາທິການໃຫ້ພັກ, ລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດເປັນຢ່າງດີ. ຊີ້ນໍາຈັດຕັ້ງການຝຶກແອບໃຫ້ແກ່ບັນດາເປົ້າໝາຍຖືກຕາມລາຍການ, ແຜນການ; ບັນດາວິທະຍາຄານ, ໂຮງຮຽນຍູ້ແຮງການປ່ຽນແປງໃໝ່ຂັ້ນຕອນ, ລາຍການບໍາລຸງສ້າງພະນັກງານທຸກຂັ້ນໃນກອງທັບ. ຍົກສູງຄຸນນະພາບ, ປະສິດທິຜົນວຽກງານຂົນຂວາຍປະຊາຊົນ, ເອົາໃຈໃສ່ເປັນພິເສດເຖິງບັນດາບໍລິເວນຍຸດທະສາດ, ເຂດຫ່າງໄກສອກຫຼີກ. ດໍາເນີນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໃນບັນດາໜ້າທີ່, ເປັນຕົ້ນແມ່ນໃນການກຽມພ້ອມສູ້ຮົບ, ການຝຶກແອບ, ຝຶກຊ້ອມ; ການປ້ອງກັນ ແລະຕ້ານໄພນໍ້າຖ້ວມ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ຊອກຫາ, ກູ້ໄພກູ້ຊີບ; ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ, ກໍ່ສ້າງເຂດປ້ອງກັນໃຫ້ໝັ້ນຄົງ, ຮັບ ແລະປະຕິບັດທຸກໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ.

 

ແປໂດຍ: ທູຈາງ