ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈ້ອງເຫງຍ ຢືນຢັນວ່າ, ຫວຽດນາມ ຖືເປັນສໍາຄັນ ແລະປາດຖະໜາຢາກເປີດກວ້າງການພົວພັນຮ່ວມມືດ້ານປ້ອງກັນຊາດກັບ ສ.ເກົາຫຼີ. ປັດຈຸບັນ, ສອງຝ່າຍໄດ້ສ້າງຕັ້ງບາງກົນໄກຮ່ວມມືຄື: ການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນວິຊາສະເພາະລະຫວ່າງບັນດາອົງການຄົ້ນຄວ້າ... ພິເສດ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ສ.ເກົາຫຼີ ໄດ້ລົງນາມໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຮອດປີ 2030, ໃນນັ້ນເຫັນດີເປັນເອກະພາບນໍາກັນຄວນຍູ້ແຮງການພົວພັນດ້ານປ້ອງກັນຊາດໃຫ້ສົມກັບການພົວພັນສອງປະເທດ, ໃນທ້າຍເດືອນ ເມສາ ຜ່ານມາ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ແລກປ່ຽນກັບທ່ານພົນຕີ Lee Suk-koo. ພາບ: ມິງແອງ.

ສ່ວນທ່ານພົນຕີ Lee Suk-koo ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງການນໍາກົມໃຫຍ່ການເມືອງທີ່ສະຫງວນໃຫ້ຄະນະ, ພ້ອມທັງແຈ້ງຜົນການຢ້ຽມຢາມ ແລະເຮັດວຽກກັບກົມປ້ອງກັນພາຍໃນກອງທັບ (ກົມໃຫຍ່ການເມືອງ). ຕາມນັ້ນແລ້ວ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຜັນຂະຫຍາຍການຮ່ວມມືດ້ານວິຊາສະເພາະໃນໄລຍະຈະມາເຖິງ.

ຕີລາຄາສູງການເຮັດວຽກ, ທ່ານພົນໂທ ຫງວຽນຈ້ອງເຫງຍ ເນັ້ນໜັກວ່າ, ການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ສະໜັບສະໜູນສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືແລກປ່ຽນຄະນະ, ແບ່ງປັນຂໍ້ມູນຂ່າວສານ ແລະບົດຮຽນດ້ານວິຊາສະເພາະ, ຊອກຫາກູ້ໄພກູ້ຊີບ, ກໍ່ສ້າງພະນັກງານ, ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ແລກປ່ຽນບົດຮຽນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ..., ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດ, ສອງກອງທັບ.

ແປໂດຍ: ຮວ່າງເຈື່ອງ