ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາເນື້ອໃນໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດເຊິ່ງກະຊວງປ້ອງກັນປະເທດສອງປະເທດໄດ້ລົງນາມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກລະຫວ່າງຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ລັດເຊຍ ແລະກົມຮັກສາສັນຕິພາບຫວຽດນາມ. ພາບ: ມາຍງວຽນ.

ທີ່ການເຮັດວຽກ, ທ່ານພັນເອກພິເສດ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ຢືນຢັນວ່າ, ຜ່ານບັນດາການແບ່ງປັນບົດຮຽນ, ສະເໜີບັນດາຂໍ້ລິເລີ່ມ, ການຮ່ວມມືລະຫວ່າງ ຫວຽດນາມ ແລະລັດເຊຍ ໃນຂົງເຂດຮັກສາສັນຕິພາບຈະນັບມື້ນັບໄດ້ຮັບການຊຸກຍູ້ ແລະເພີ່ມທະວີ.

ທ່ານພົນຕີ Sergey Vasilievich ຕີລາຄາຢ່າງຕັ້ງໜ້າບົດຮຽນໃນການເຮັດວຽກຂອງບັນດາພະນັກງານ, ນາຍທະຫານ ຫວຽດນາມ ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ ອາຟິກາ. ນາຍທະຫານ ຫວຽດນາມ ດ້ວຍລະດັບວິຊາການທີ່ດີປະຕິບັດໜ້າທີ່ບັນລຸປະສິດທິຜົນສູງ. ກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ຂອງ ລັດເຊຍ ມີບົດຮຽນໃນການເຄື່ອນໄຫວເພື່ອມະນຸດສະທໍາ ແລະພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບຝ່າຍ ຫວຽດນາມ ໃນຂົງເຂດນີ້.

 

ແປໂດຍ: ໄຊນິດາ