ລາຍງານທີ່ການພົບປະ, ທ່ານພົນຈັດຕະວາ ຫງວຽນຮົ່ງເຊີນ ໃຫ້ຮູ້ວ່າ, ນອກຈາກການໜູນຊ່ວຍດ້ານບຸກຄະລາກອນ ແລະການເງິນໃນການສິດສອນພາສາອັງກິດໃຫ້ແກ່ພະນັກງານ, ພາລະກອນໂຮງໝໍກາງສະໜາມແລ້ວ, ກອງທັບ ອົດສະຕາລີ ຍັງໄດ້ຮັບພາລະກອນຫຼາຍເທື່ອຄົນຂອງໂຮງໝໍໄປບໍາລຸງບັນດາຊຸດຝຶກອົບຮົມໄລຍະສັ້ນ, ໄລຍະກາງ ແລະເຂົ້າຮ່ວມບັນດາຊຸດຝຶກແອບ, ກອງປະຊຸມສໍາມະນາຢູ່ ອົດສະຕາລີ.

leftcenterrightdel
ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ແລະພັນລະຍາຢ້ຽມຊົມການເຄື່ອນໄຫວກະກຽມໂຮງໝໍກາງສະໜາມຂັ້ນ 2 ເລກທີ 1. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຫງວຽນຈິວີ້ງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານການຕ້ອນຮັບທ່ານ Peter Cosgrove. ພາບ: qdnd.vn.

ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ໃຫ້ຮູ້ວ່າ, ອົດສະຕາລີ ແລະບັນດາປະເທດເຂົ້າຮ່ວມກໍາລັງຮັກສາສັນຕິພາບສະຫະປະຊາຊາດຍາມໃດກໍ່ຢາກຮັບປະກັນເມື່ອກໍາລັງຂອງຕົນຖືກບາດເຈັບ, ເປັນໄຂ້ໄດ້ປ່ວຍຈະໄດ້ຮັບການເບິ່ງແຍງດູແລຈາກບັນດາທ່ານໝໍເສນາຮັກຢ່າງສຸດຈິດສຸດໃຈ. ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ເນັ້ນໜັກວ່າ, ບົດບາດທີ່ສໍາຄັນທີ່ສຸດນີ້ໄດ້ ແລະພວມໄດ້ຮັບການປະຕິບັດຈາກໂຮງໝໍເສນາຮັກ 175.

leftcenterrightdel
ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ແລກປ່ຽນກັບພະນັກງານ, ລັດຖະກອນໂຮງໝໍກາງສະໜາມຂັ້ນ 2 ເລກທີ 1.ພາບ: qdnd.vn.

ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ປາຖະໜາວ່າ, ໃນສະພາບແວດລ້ອມເຮັດວຽກທີ່ລຳບາກກາກກຳ ແລະຫຍຸ້ງຍາກນັ້ນ, ບັນດາທ່ານໝໍເສນາຮັກບໍ່ພຽງແຕ່ຮັບປະກັນສຸຂະພາບ ແລະຊີວິດຂອງກໍາລັງຮັກສາສັນຕິພາບສະຫະປະຊາຊາດເທົ່ານັ້ນ, ຫາກຍັງເອົາໃຈໃສ່ເຖິງສຸຂະພາບ ແລະຊີວິດຂອງປະຊາຊົນຢູ່ປະເທດນັ້ນອີກດ້ວຍ.

 

ແປໂດຍ: ເກື່ອງດັ້ງ