leftcenterrightdel
ຕໍາຫຼວດທະເລ ແລະຊາວປະມົງເຮັດອະນາໄມ, ທຳຄວາມສະອາດຢູ່ເຂດທະເລ ເກີ່ນເຢີ. ພາບ:    ຮວ່າງແທ່ງ.

ໃນໄລຍະປະຕິບັດຮູບແບບ, ຕໍາຫຼວດທະເລເຂດ 3 ໄດ້ຈັດຕັ້ງການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ, ດຶງດູດສະມາຊິກຊາວໜຸ່ມ ແລະນັກຮຽນຢູ່ທ້ອງຖິ່ນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ໂດຍລະອຽດແມ່ນ: ຕໍາຫຼວດທະເລເຂດ 3 ໄດ້ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ກວ່າ 3.500 ຄົນ; ມອບຂອງຂວັນ 812 ພູດ ໃຫ້ບັນດາຄອບຄົບນະໂຍບາຍ, ແມ່ຫວຽດນາມ ວິລະຊົນ, ເດັກນ້ອຍທຸກຍາກແຕ່ຮຽນເກັ່ງ ແລະຊາວປະມົງປະສົບກັບຄວາມຫຍຸ້ງຍາກ; ເຮັດອະນາໄມ, ທຳຄວາມສະອາດສິ່ງແວດລ້ອມທະເລ...

leftcenterrightdel
ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ຊາວປະມົງ ຕາແສງລອງຮວ່າ. ພາບ: ຮວ່າງ
ແທ່ງ.
leftcenterrightdel
ຈັດຕັ້ງການລະຫຼີ້ນໃຫ້ແກ່ນັກຮຽນເມືອງ ເກີ່ນເຢີ. ພາບ: ຮວ່າງແທ່ງ.

ທ່ານພົນຕີ ຮວ່າງວັນດົ່ງ ໃຫ້ຮູ້ວ່າ: “ນີ້ແມ່ນຮູບແບບ ທີ່ມີຄວາມໝາຍເລິກເຊິ່ງຫຼາຍຢ່າງ, ເຊິ່ງບັນດາກົມກອງຕໍາຫຼວດທະເລ ໄດ້ຜັນຂະຫຍາຍສໍາເລັດຜົນຢູ່ຫຼາຍທ້ອງຖິ່ນ, ດ້ວຍບັນດາການເຄື່ອນໄຫວແທດຈິງຕິດພັນກັບຊາວປະມົງ, ປະກອບສ່ວນໜູນຊ່ວຍປະຊາຊົນໃຫ້ມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ, ຢັ້ງຢືນອະທິປະໄຕຂອງປະເທດຊາດ”.

leftcenterrightdel
ການນໍາຕໍາຫຼວດທະເລຫວຽດນາມ ມອບຂອງຂວັນໃຫ້ແກ່ຜູ້ຕາງໜ້າບັນດາຄອບຄົວນະໂຍບາຍເມືອງ ເກີ່ນເຢີ. ພາບ: ຮວ່າງແທ່ງ.

ຮູບແແບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ແມ່ນແບບແຜນເຮັດວຽກທີ່ດີໃນວຽກງານຂົນຂວາຍປະຊາຊົນໃນປັດຈຸບັນ, ມີປະສິດທິຜົນຢ່າງແທ້ຈິງສໍາລັບອໍານາດການປົກຄອງ ແລະປະຊາຊົນຢູ່ແຄມທະເລ. ຜ່ານບັນດາການເຄື່ອນໄຫວ ໄດ້ເພີ່ມທະວີສາຍພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນ, ເຮັດໃຫ້ຮູບພາບ “ທະຫານລຸງໂຮ່-ນັກຮົບຕໍາຫຼວດທະເວຫວຽດນາມ” ມີຄວາມສວຍງາມກວ່າເກົ່າ.

 

ແປໂດຍ: ທູຈາງ