ຮັບຮູ້ໄດ້ຢ່າງຈະແຈ້ງເຖິງສິ່ງດັ່ງກ່າວນັ້ນ, ໃນຊຸມປີຜ່ານມາ, ກົມໃຫຍ່ເສນາທິການ ສົມທົບກັບຫໍສະໝຸດກອງທັບ ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງ, ນໍາປຶ້ມມາເຖິງພະນັກງານ, ນັກຮົບ. ຫໍສະໝຸດເຄື່ອນທີ່ມີຫົວຂໍ້ວ່າ “ປຶ້ມ-ຄວາມຮູ້ພື້ນຖານໃຫ້ແກ່ນັກຮົບ” ໂດຍກົມການເມືອງ, ກົມໃຫຍ່ເສນາທິການ ໄດ້ຜັດປ່ຽນກັນຈັດຕັ້ງຢູ່ບັນດາກົມກອງດ້ວຍປຶ້ມ, ໜັງສືພິມ ກວ່າ 1.000 ຫົວ, ຫໍສະໝຸດໄດ້ເຮັດໃຫ້ຊີວິດການເປັນຢູ່ດ້ານວັດທະນະທໍາຂອງພະນັກງານ, ນັກຮົບ ອຸດົມສົມບູນກວ່າ. ນີ້ແມ່ນຮູບພາບບັນທຶກໄດ້ຢູ່ຫໍສະໝຸດເຄື່ອນທີ່ເຊິ່ງໄດ້ຈັດຕັ້ງຢູ່ກອງພັນ 4, ກອງພົນນ້ອຍ 144, ກົມໃຫຍ່ເສນາທິການ.

leftcenterrightdel
 ຄວາມເບີກບານມ່ວນຊື່ນເມື່ອໄດ້ອ່ານປຶ້ມ, ໜັງສືພິມໃນວັນທ້າຍອາທິດ. ພາບ: ມີງແອງ.
leftcenterrightdel
ພະນັກງານ, ນັກຮົບພ້ອມກັນປຶກສາຫາລືກ່ຽວກັບຂ່າວຄາວທີ່ດີ. ພາບ: ມີງແອງ.
leftcenterrightdel
ໃຈຈົດໃຈຈໍ່ກັບບັນດາຂໍ້ມູນຂ່າວໃໝ່. ພາບ: ມີງແອງ.

 

ແປໂດຍ: ເຈິ່ນຮວ່ຽນ