ພາຍຫຼັງຮັບຟັງບົດລາຍງານຂອງກອງບັນຊາການທະຫານເຂດ 1 ກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ ປີ 2017 ແລະ ໄຕມາດທີ I-2018, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕີລາຄາສູງຜົນງານເຊິ່ງກຳລັງປະກອບອາວຸດທະຫານເຂດ1 ບັນລຸໄດ້. ພົ້ນເດັ່ນແມ່ນ, ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກຳແໜ້ນ, ຄາດຄະເນ, ຕີລາຄາສະພາບການຢ່າງຖືກຕ້ອງ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ອະທິປະໄຕເຂດຊາຍແດນ. 

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວິ້ງ ແລກປ່ຽນກັບຄະນະປະຕິບັດງານຢູ່ດ່ານຊາຍແດນສາກົນ ຕ່າລູ່ງ (ເມືອງ ຟູກຮວ່າ, ແຂວງ ກາວບັ່ງ). ພາບ: ຈີ໋ຢູງ.

ປະຕິບັດວຽກງານສົມທົບກັນລະຫວ່າງບັນດາກຳລັງກອງທັບ, ຕຳຫຼວດ ແລະທະຫານປ້ອງກັນຊາຍແດນໃນບໍລິເວນເປັນຢ່າງດີ. ທະຫານເຂດໄດ້ເຮັດວຽກງານກໍ່ສ້າງກຳລັງ, ສຶກສາການປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ເອົາໃຈໃສ່ເປັນພິເສດ, ຍົກສູງຄຸນນະພາບການຝຶກແອບ, ຝຶກຊ້ອມ, ກໍ່ສ້າງ; ຕັ້ງໜ້າເຂົ້າຮ່ວມກໍ່ສ້າງຮາກຖານການເມືອງຢ່າງໝັ້ນຄົງເຂັ້ມແຂງຮອບດ້ານ, ປະຕິບັດນະໂຍບາຍແນວຫຼັງກອງທັບ, ຂະບວນການຕອບບຸນແທນຄຸນ, ຊ່ວຍປະຊາຊົນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເປັນຢ່າງດີ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວິ້ງ ກ່າວຄຳເຫັນທີ່ການເຮັດວຽກກັບກອງບັນຊາການທະຫານເຂດ 1. ພາບ: ຈີ໋ຢູງ.

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃສ່ໃຈວ່າ, ຄຽງຄູ່ກັບໜ້າທີ່ເຊິ່ງກະຊວງປ້ອງກັນປະເທດໄດ້ມອບໝາຍໃຫ້, ກອງບັນຊາການທະຫານເຂດ 1 ຕ້ອງເພີ່ມທະວີວຽກງານພົບປະແລກປ່ຽນ, ຮ່ວມມືກ່ຽວກັບການທະຫານ ແລະການທູດປະຊາຊົນກັບກອງທັບ ແລະປະຊາຊົນໃນເຂດຊາຍແດນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວິ້ງ ຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບກອງພົນນ້ອຍຊ່າງແສງ 575, ທະຫານເຂດ 1, ດຳເນີນການກໍ່ສ້າງຢູ່ດ່ານຊາຍແດນສາກົນ ຕ່າລູ່ງ. ພາບ: ຈີ໋ຢູງ.

ກ່ອນໜ້ານັ້ນ, ທ່ານພົນໂທ ຫງວຽນຈີ໋ວິ້ງ ໄດ້ລົງກວດກາດ່ານຊາຍແດນສາກົນ ຕ່າລູ່ງ, ເຮັດວຽກກັບການນຳເມືອງ ຟູກຮວ່າ ແລະແຂວງ ກາວບັ່ງ ກ່ຽວກັບວຽກງານກະກຽມທຸກດ້ານໃຫ້ແກ່ການພົບປະແລກປ່ຽນດ້ານປ້ອງກັນຊາດຫວຽດນາມ-ຈີນ ຄັ້ງທີ 5, ຄາດຄະເນຈະຈັດຕັ້ງຢູ່ແຂວງ ກາວບັ່ງ ໃນທ້າຍເດືອນ ພຶດສະພາ 2018 ຈະມາເຖິງ.

 

ແປໂດຍ: ຮຸຍດົງ