ທ່ານພົນຈັດຕະວາ ໂງມິງຕ໋ຽນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ. ປີ 2018, ບັນດາກະຊວງ, ຂະແໜງການຂັ້ນສູນກາງສືບຕໍ່ຍູ້ແຮງບັນດາມາດຕະການ, ປ່ຽນແປງໃໝ່ວິທີການຊີ້ນໍາ, ນໍາພາ, ຜັນຂະຫຍາຍການປະຕິບັດບັນດາວຽກງານການປ້ອງກັນຊາດ, ການທະຫານຢ່າງມີປະສິດທິຜົນ.

leftcenterrightdel
ຕາງໜ້າກອງບັນຊາການທະຫານສັງກັດບັນດາກະຊວງ, ຂະແໜງການສູນກາງຮັບໃບຍ້ອງຍໍກ່ຽວກັບວຽກງານການປ້ອງກັນຊາດ, ການທະຫານ. ພາບ: ຫງວຽນທິ່ນ.

ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງເລື່ອງເພີ່ມທະວີການຊີ້ນໍາ, ນໍາພາຂອງຄະນະພັກແຕ່ລະຂັ້ນ, ມີປະສິດທິຜົນ, ປະສິດທິພາບໃນການຄຸ້ມຄອງຂອງຜູ້ເປັນຫົວໜ້າສໍາລັບວຽກງານການປ້ອງກັນຊາດ, ການທະຫານ... ເນື່ອງໃນໂອກາດນີ້, ກົມໃຫຍ່ເສນາທິການໄດ້ຈັດຕັ້ງການເຝິກອົບຮົມວຽກງານການປ້ອງກັນຊາດ, ການທະຫານໃຫ້ຜູ້ຕາງໜ້າບັນດາອົງການການທະຫານສັງກັດກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ. ເນື້ອໃນການເຝິກອົບຮົມໄດ້ສຸມໃສ່ເຂົ້າໃນວຽກງານການປ້ອງກັນຊາດ, ການທະຫານທີ່ຕິດພັນກັບພຶດຕິກຳຕົວຈິງ, ໜ້າທີ່ ແລະຮຽກຮ້ອງຕ້ອງການວາງອອກກ່ຽວກັບວຽກງານການປ້ອງກັນຊາດ, ການທະຫານໃນສະພາບການໃໝ່.

ແປໂດຍ: ຈາງຫງວຽນ