ທີ່ການເຮັດວຽກ, ທ່ານພົນຕີ ເຈິ່ນຫຶວຟຸກ, ຫົວໜ້າກົມໂຮງຮຽນ ໄດ້ລາຍງານໃຫ້ທ່ານຫົວໜ້າກົມໃຫຍ່ເສນາທິການ ຮັບຊາບກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ປີ 2017 ແລະບາງໜ້າທີ່, ມາດຕະການເພື່ອແນໃສ່ຍົກສູງຄຸນນະພາບການສຶກສາ, ກໍ່ສ້າງຂອງໂຮງຮຽນໃນກອງທັບປີ 2018. ຕາມນັ້ນແລ້ວ, ປີ 2017, ລະບົບໂຮງຮຽນໃນກອງທັບໄດ້ສຸມໃສ່ຍົກສູງຄຸນນະພາບການສຶກສາ, ກໍ່ສ້າງຕອບສະໜອງຕາມຄາດໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ; ເອົາໃຈໃສ່ເປັນພິເສດເຖິງການດັດປັບ, ເພີ່ມເຕີມເນື້ອໃນ, ຫຼັກສູດກໍ່ສ້າງຕາມທິດ “ຫັນເປັນມາດຕະຖານ ແລະທັນສະໄໝ”...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຢຸຍຮົ່ງ

ປີ 2018, ວຽກງານໃນກອງທັບກໍານົດສຸມໃສ່ປ່ຽນແປງໃໝ່ຂັ້ນຕອນ, ເນື້ອໃນ, ຫຼັກສູດກໍ່ສ້າງ; ເພີ່ມທະວີການສະຫຼຸບຕົວຈິງ, ຖ່າຍທອດປະສົບການຝຶກແອບ, ກຽມພ້ອມສູ້ຮົບ, ການສູ້ຮົບຂອງບັນດາອົງການ, ກົມກອງໃຫ້ແກ່ຄູອາຈານ, ພະນັກງານຄຸ້ມຄອງການສຶກສາ ແລະນັກຮຽນການທະຫານໃນວິທະຍາຄານ, ໂຮງຮຽນ; ຍົກສູງຄຸນນະພາບການກໍ່ສ້າງພະນັກງານຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາ, ກໍ່ສ້າງ ແລະໜ້າທີ່ກໍ່ສ້າງກອງທັບໃນສະໄໝໃໝ່.

ສະຫຼຸບທີ່ການເຮັດວຽກ, ທ່ານພົນໂທ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງໝາກຜົນແຫ່ງການປະຕິບັດໜ້າທີ່ຂອງພະນັກງານ, ພາລະກອນກົມໂຮງຮຽນໃນໄລຍະຜ່ານມາ. ເພື່ອປະຕິບັດສໍາເລັດໜ້າທີ່ໃນປີ 2018 ແລະຊຸມປີຕໍ່ໄປ, ທ່ານຫົວໜ້າກົມໃຫຍ່ເສນາທິການ ຮຽກຮ້ອງໃຫ້ກົມໂຮງຮຽນສືບຕໍ່ຜັນຂະຫຍາຍຄໍາສັ່ງແນະນໍາ ເລກທີ 89/CT-BQP  ລົງວັນທີ 9 ພະຈິກ 2016 ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບບາງໜ້າທີ່ຮີບດ່ວນໃນການຍົກສູງຄຸນນະພາບການຮຽນ ແລະສອນພາສາຕ່າງປະເທດໃນລະບົບໂຮງຮຽນໃນກອງທັບຢ່າງຂ້ຽວຂາດ ແລະມີປະສິດທິຜົນ, ເປີດກວ້າງການພົວພັນຮ່ວມມືສາກົນກ່ຽວກັບການສຶກສາ-ກໍ່ສ້າງ. ເພີ່ມທະວີວຽກງານກວດກາຄຸນນະພາບການສຶກສາ, ກໍ່ສ້າງບັນດາວິທະຍາຄານ, ໂຮງຮຽນ. ຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ກໍ່ສ້າງກອງທັບໃນສະພາບການໃໝ່.

 

ແປໂດຍ: ຮວ່າງເຈື່ອງ