ພາຍຫຼັງຮັບຟັງການນໍາກົມໃຫຍ່ການເມືອງ ແລະບັນດາອົງການທີ່ກ່ຽວຂ້ອງລາຍງານໝາກຜົນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງປີ 2017, ໜ້າທີ່ຈຸດສຸມປີ 2018 ແລະບາງຂໍ້ສະເໜີແນະ, ຂໍ້ສະເໜີ, ທ່ານພົນເອກ ໂງຊວນລິກ ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງການນໍາ, ຜູ້ບັນຊາການກົມໃຫຍ່ການເມືອງ ແລະອົງການກົມໃຫຍ່ການເມືອງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ເປັນປະທານການເຮັດວຽກ. ພາບ: ແມ່ກວາງທັ໋ງ

ຕາມນັ້ນ, ປີ 2017, ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຂອງທົ່ວກອງທັບໄດ້ຊາບຊຶມ, ຜັນຂະຫຍາຍການປະຕິບັດບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ໃກ້ຊິດຕິດແທດໜ້າທີ່ການທະຫານ, ການປ້ອງກັນຊາດ, ໜ້າທີ່ກໍ່ສ້າງອົງຄະນະພັກກອງທັບ ແລະພຶດຕິກຳຕົວຈິງການເຄື່ອນໄຫວຂອງທະຫານ.

ເພື່ອປະຕິບັດໜ້າທີ່ຈຸດສຸມໃນປີ 2018 ເປັນຢ່າງດີ, ທ່ານພົນເອກ ໂງຊວນລິກ ຮຽກຮ້ອງ, ກົມໃຫຍ່ການເມືອງ ຄວນຊາບຊຶມການປະຕິບັດມະຕິ, ຄໍາສັ່ງຂອງສູນກາງ,  ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຈຸດສຸມແມ່ນມະຕິຂອງຄະນະພັກການທະຫານສູນກາງນໍາພາໜ້າທີ່ການທະຫານ, ການປ້ອງກັນຊາດ ແລະສ້າງອົງຄະນະພັກກອງທັບປີ 2018 ຢ່າງເຂັ້ມງວດ; ຍົກສູງຄຸນນະພາບວຽກງານຄົ້ນຄວ້າ, ເປັນເສນາທິການຍຸດທະສາດກວ່າອີກ, ຮັບປະກັນເປັນເຈົ້າການ, ສະດຸ້ງໄວ, ລ່ວງໜ້າໃນການເປັນເສນາທິການ.

ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ: ກົມໃຫຍ່ການເມືອງຄວນສືບຕໍ່ການຊີ້ນໍາ, ແນະນໍາທົ່ວກອງທັບປະຕິບັດມະຕິສູນກາງ 4 (ຊຸດທີ XII) ກ່ຽວກັບການສ້າງປັບປຸງພັກ, ປະຕິບັດຄໍາສັ່ງເລກທີ 05 ຂອງກົມການເມືອງ, ຄໍາສັ່ງເລກທີ 87 ຂອງຄະນະປະຈໍາຄະນະພັກການທະຫານສູນກາງກ່ຽວກັບການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ ຕິດພັນກັບຂະບວນການແຂ່ງຂັນຍາດເອົາໄຊຊະນະ ແລະການຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດ, ສົມກັບນາມມະຍົດທະຫານລຸງໂຮ່” ຢ່າງເຂັ້ມງວດ; ຍົກສູງກໍາລັງຄວາມສາມາດນໍາພາຢ່າງຮອບດ້ານ, ກຳລັງສູ້ຮົບຂອງຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ແລະຄຸນນະພາບຖັນແຖວສະມາຊິກພັກ; ຍົກສູງຄຸນນະພາບວຽກງານກວດກາ, ຕິດຕາມກວດກາ; ປະຕິບັດສໍາເລັດການປັບປຸງ, ເພີ່ມເຕີມ ແລະຜັນຂະຫຍາຍການປະຕິບັດກົດລະບຽບວຽກງານພະນັກງານ...

 

ແປໂດຍ: ກວຽດເຕິມ