ຕອນບ່າຍວັນທີ 15 ມັງກອນ, ພິທີຕ້ອນຮັບທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ,  ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໄດ້ດໍາເນີນຢູ່ກະຊວງປ້ອງກັນປະເທດ ລາວ ຢ່າງສົມກຽດ. ທ່ານພົນໂທ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີສອງທ່ານໄດ້ດໍາເນີນການພົບປະເຈລະຈາ.

leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ ກວດແຖວກຽດຕິຍົດ. ພາບ: ທູຈາງ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາຜົນແຫ່ງການຮ່ວມມືປີ 2017 ແລະປຶກສາຫາລືມາດຕະການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປີ 2018 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດ ລາວ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາວ່າ, ໃນປີ 2017, ບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີຄວາມມານະພະຍາຍາມຜັນຂະຫຍາຍການປະຕິບັດຢ່າງເຄັ່ງຂຶມ  ແລະສໍາເລັດບັນດາເນື້ອໃນແຜນການທີ່ໄດ້ວາງອອກ. ສອງຝ່າຍໄດ້ສົມທົບກັນເຮັດວຽກງານໂຄສະນາ, ສຶກສາອົບຮົມໃຫ້ພະນັກງານ, ນັກຮົບກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ເປັນຢ່າງດີ. ພິເສດແມ່ນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2017 ໄດ້ສ້າງກໍາລັງແຜ່ຂະຫຍາຍຢ່າງກວ້າງຂວາງໃນບັນດາອົງການ, ກົມກອງກອງທັບກໍ່ຄືປະຊາຊົນສອງປະເທດ. ພ້ອມກັນນັ້ນ, ວຽກງານບໍາລຸງສ້າງ ແລະຝຶກອົບຮົມພະນັກງານລະຫວ່າງກອງທັບສອງປະເທດນັບມື້ນັບມີປະສິດທິຜົນ.

leftcenterrightdel
                        ບັນຍາກາດທີ່ການພົບປະເຈລະຈາ. ພາບ: ທູຈາງ

ກ່ຽວກັບທິດທາງຮ່ວມມືປີ 2018, ສອງຝ່າຍຢືນຢັນວ່າ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ຍາມໃດກໍ່ໄດ້ຮັບການກໍານົດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນທີ່ສຸດໃນການພົວພັນສອງປະເທດ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ ກໍ່ເຫັນດີເປັນເອກະພາບຖືວ່າ, ສອງຝ່າຍຄວນສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານພັກ, ວຽກງານການເມືອງ; ເອົາໃຈໃສ່ເປັນພິເສດເຖິງວຽກງານສົມທົບກັນສື່ສານ, ໂຄສະນາກ່ຽວກັບນໍ້າໃຈມິດຕະພາບລະຫວ່າງສອງປະເທດ, ສອງກອງທັບ.

ລັດຖະມົນຕີສອງທ່ານຖືວ່າ, ໃນປີ 2018, ກອງທັບສອງປະເທດຄວນສືບຕໍ່ເພີ່ມທະວີວຽກງານແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງທັນການ ເພື່ອເຮັດໃຫ້ກົນອຸບາຍແບ່ງແຍກສາຍພົວພັນສອງປະເທດຖືກປະລາໄຊ; ຊຸກຍູ້ການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ. ນອກຈາກນັ້ນ, ສອງຝ່າຍຄວນຊຸກຍູ້ການເພີ່ມທະວີລະຫວ່າງບັນດາກໍາລັງປ້ອງກັນຊາຍແດນ, ໃນນັ້ນເອົາໃຈໃສ່ເປັນພິເສດ ແລະເປີດກວ້າງການພົບປະແລກປ່ຽນຂັ້ນແຂວງ. ປີ 2018, ຫວຽດນາມ ຈະສືບຕໍ່ຈັດຕັ້ງລາຍການພົບປະແລກປ່ຽນ “ເສັ້ນຊາຍແດນທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ”

leftcenterrightdel
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ ລົງນາມໃນແຜນການຮ່ວມມືຫວຽດນາມ-ລາວ ປີ 2018. ພາບ: ທູຈາງ

ປີ 2019 ຈະແມ່ນປີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ. ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຮ່ວມມືຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ. ພາຍຫຼັງການພົບປະເຈລະຈາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ ໄດ້ລົງນາມໃນແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ປີ 2018.

leftcenterrightdel
                                  ສອງຄະນະຖ່າຍຮູບລວມ. ພາບ: ທູຈາງ

ແປໂດຍ: ຫງວຽນກຸກ