ຕອນບ່າຍວັນທີ 15 ມັງກອນ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ໂດ໊ກັນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະນາຍທະຫານໜຸ່ມກອງທັບປົດປ່ອຍປະຊາຊົນຈີນ, ໂດຍທ່ານພັນເອກ Zhu Hongping, ຮອງຫົວໜ້າຫ້ອງການກົມເສນາທິການປະສົມເຂດທີ່ໝັ້ນພາກໃຕ້, ເປັນຫົວໜ້າຄະນະ, ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະພົບປະແລກປ່ຽນຢູ່ຫວຽດນາມ.

leftcenterrightdel
ທ່ານພົນຕີ ໂດ໊ກັນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຕ້ອນຮັບຄະນະນາຍທະຫານໜຸ່ມກອງທັບປົດປ່ອຍປະຊາຊົນຈີນ. ພາບ: ຫງວຽນຮວ່າ

ທີ່ການຕ້ອນຮັບ, ທ່ານພົນຕີ ໂດ໊ກັນ ຖືວ່າ, ປະຈຸບັນ, ໃນພາລະກິດປ່ຽນແປງໃໝ່, ການປະຕິຮູບເປີດປະຕູ ແລະພັດທະນາປະເທດຊາດ, ສອງພັກ, ສອງລັດລ້ວນແຕ່ຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະສິ່ງທ້າທາຍໃໝ່; ກອງທັບສອງປະເທດ, ພິເສດແມ່ນບັນດານາຍທະຫານໜຸ່ມຄວນສືບຕໍ່ເສີມຂະຫຍາຍພູມປັນຍາ ແລະຄວາມສຸດຈິດສຸດໃຈຂອງໄວໜຸ່ມ, ປະກອບສ່ວນກໍ່ສ້າງກອງທັບສອງປະເທດໃຫ້ຫຼາຍກວ່າອີກ.

ທ່ານພົນຕີ ໂດ໊ກັນ ກໍ່ປາດຖະໜາວ່າພາຍຫຼັງບັນດາການຢ້ຽມຢາມ ແລະພົບປະແລກປ່ຽນບັນດານາຍທະຫານໜຸ່ມໃນຄະນະຈະເປັນຂົວຕໍ່ມິດຕະພາບສະໜິດຕິດພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດກວ່າອີກ, ປະກອບສ່ວນຊຸກຍູ້ການພົວພັນການຮ່ວມມື, ມິດຕະພາບ ແລະມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງຝ່າຍກວ່າອີກ.

ທ່ານພັນເອກ Zhu Hongping ຖືວ່າ, ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງນາຍທະຫານໜຸ່ມສອງປະເທດເວົ້າສະເພາະ ແລະສອງກອງທັບເວົ້າລວມບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ, ຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການພົບປະແລກປ່ຽນ, ນໍາການຮ່ວມມືສອງຝ່າຍໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ສອງຄະນະນາຍທະຫານໜຸ່ມໃນການແລກປ່ຽນ. ພາບ: ຫງວຽນຮວ່າ

ຕອນບ່າຍວັນດຽວກັນ, ຢູ່ ຮ່າໂນ້ຍ, ສອງຄະນະຜູ້ແທນນາຍທະຫານໜຸ່ມສອງປະເທດໄດ້ມີການພົບປະແລກປ່ຽນ, ແບ່ງປັນບົດ ຮຽນ, ບັນດາວິທີການເຮັດທີ່ດີໃນການຜັນຂະຫຍາຍວຽກງານ. ຜູ້ຕາງໜ້າສອງຝ່າຍລ້ວນແຕ່ເນັ້ນໜັກວ່າ, ໃນໄລຍະຈະມາເຖິງນາຍທະຫານໜຸ່ມສອງກອງທັບຄວນເພີ່ມທະວີການສົມທົບກັນປະຕິບັດບາງເນື້ອໃນເປັນຢ່າງດີຄື: ເພີ່ມທະວີການຮ່ວມມືແລກປ່ຽນຄະນະໃຫ້ເຂົ້າສູ່ແທດຈິງ, ລົງເລິກ, ສືບຕໍ່ເປັນເສນາທິການ, ສະເໜີກັບກະຊວງປ້ອງກັນປະເທດສອງປະເທດເພີ່ມທະວີການຮ່ວມມືໃນຂົງເຂດບໍາລຸງສ້າງ, ກໍ່ສ້າງ; ສືບຕໍ່ຈັດຕັ້ງການພົບປະແລກປ່ຽນນາຍທະຫານໜຸ່ມປະຈໍາປີ.

 

ແປໂດຍ: ເຈິ່ນຮວ່ຽນ