ຕອນເຊົ້າວັນທີ 14 ພະຈິກ, ທີ່ເມືອງ ອານຝູ, ແຂວງ ອານຢາງ ໄດ້ດໍາເນີນພິທີລົງນານ “ປ້ອມ - ຄ້າຍມິດຕະພາບ” ລະຫວ່າງປ້ອມປ້ອງກັນຊາຍແດນດ່ານຊາຍແດນ ລອງບິ່ງ, ປ້ອມປ້ອງກັນຊາຍແດນ ບັກດາຍ, ທະຫານຊາຍແດນແຂວງ ອານຢາງ, ຫວຽດນາມ ກັບກອງຮ້ອຍ 2 ທະຫານຊາຍແດນສັງກັດກອງພັນໃຫຍ່ທະຫານຊາຍແດນທາງບົກ 601, ທະຫານເຂດພິເສດ, ລາຊະອານາຈັກ ກໍາປູເຈຍ.

leftcenterrightdel
ຜູ້ຕາງໜ້າຂອງບັນດາກົມກອງແຮກສ່ຽວຮ່ວມມືມິດຕະພາບ. ພາບ: ຈຽນຄູ

ທີ່ພິທີ, ສອງຝ່າຍໄດ້ເຫັນດີເປັນເອກະພາບລົງນາມໃນບັນດາເນື້ອໃນ: ຮັກສາການແລກປ່ຽນສະພາບການທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ປົກປັກຮັກສາຊາຍແດນຢ່າງເປັນປະຈໍາ; ຜັນຂະຫຍາຍການລາດຕະເວນຊາຍແດນສອງຝ່າຍ; ສົມທົບກັນຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນຕາມການກໍານົດ 6 ເດືອນ/ເທື່ອ; ແຈ້ງຂ່າວຢ່າງທັນການ ແລະພ້ອມກັນເຫັນດີເປັນເອກະພາບ, ແກ້ໄຂບັນດາບັນຫາທີ່ເກີດຂື້ນຢູ່ຊາຍແດນດ້ວຍມາດຕະການສັນຕິພາບ, ເໝາະສົມກັບບັນດາສັນຍາ, ສົນທິສັນຍາຂໍ້ຕົກລົງເຊິ່ງສອງປະເທດໄດ້ລົງນາມ; ສົມທົບກັນຕ້ານ ແລະສະກັດກັ້ນອາດຊະຍາກຳຢູ່ເຂດຊາຍແດນສອງປະເທດຢ່າງແໜ້ນແຟ້ນ; ຮັກສາການປະຕິບັດກົດລະບຽບຊາຍແດນເປັນຢ່າງດີ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນສອງປະເທດຂ້າມຊາຍແດນໄປ - ມາ ເພື່ອຢ້ຽມຢາມຍາດຕິພີ່ນ້ອງ, ທຳມາຫາກິນ, ກວດ, ປົວພະຍາດ…

 

ແປໂດຍ: ຈາງຫງວຽນ