ກົນໄກຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແມ່ນກົນໄກຮ່ວມມືທີ່ມີຄວາມເໝາະສົມກັບທ່າອ່ຽງໂລກາພິວັດ ແລະການເຊື່ອມໂຍງນັບມື້ນັບມີຄວາມຮຸ່ນແຮງຄືປະຈຸບັນ.

ປະຊາຄົມທີ່ມີຄວາມຮັບຜິດຊອບເພື່ອຜົນປະໂຫຍດລວມ

MLC ມຸ່ງໄປເຖິງເປົ້າໝາຍຊຸກຍູ້ການຮ່ວມມືຮອບດ້ານເພື່ອກໍ່ສ້າງປະຊາຄົມທີ່ມີຄວາມຮັບຜິດຊອບ ແລະຜົນປະໂຫຍດລວມຢູ່ອະນຸພາກພື້ນ. ນອກຈາກນັ້ນ, MLC ຍັງມຸ່ງໄປເຖິງບັນດາເປົ້າໝາຍອື່ນ ເຊິ່ງລວມມີການປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ການຮັກສາສັນຕິພາບ ແລະຄວາມໝ້ັນຄົງ; ຊຸກຍູ້ການພັດທະນາແບບຍືນຍົງ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັດແຄບຊ່ອງຫວ່າງການພັດທະນາ, ເຊື່ອມໂຍງຮອບດ້ານເຂົ້າກັບເສດຖະກິດພາກພື້ນ ແລະທົ່ວໂລກ; ເພີ່ມທະວີນ້ຳໃຈມິດຕະພາບ ແລະການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມລະຫວ່າງບັນດາປະເທດ.

leftcenterrightdel
ແມ່ນ້ຳຂອງ. ພາບ: mountaingeographies.com.

MLC ມີສາມເສົາຄໍ້າຮ່ວມມືຕົ້ນຕໍ, ລວມມີ:  ການເມືອງ ແລະຄວາມໝັ້ນຄົງ; ເສດຖະກິດ ແລະພັດທະນາແບບຍືນຍົງ; ວັດທະນະທຳ, ສັງຄົມ ແລະພົບປະແລກປ່ຽນປະຊາຊົນ. ໃນນັ້ນ, ບັນດາເນື້ອໃນບຸລິມະສິດໃນການຮ່ວມມືແມ່ນ: ການຮ່ວມມືກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງ 6 ປະເທດ; ການຮ່ວມມືພັດທະນາກຳລັງຄວາມສາມາດຜະລິດ; ການຮ່ວມມືເສດຖະກິດຂ້າມຊາດ; ການຮ່ວມມືດ້ານກະສິກຳ ແລະຫຼຸດຜ່ອນຄວາມທຸກຍາກ.

ພິເສດ, ບັນດາການກຳນົດທິດໄດ້ ແລະກຳລັງຜັນຂະຫຍາຍດ້ວຍບັນດານະໂຍບາຍຜ່ານກອງປະຊຸມຄັ້ງຕ່າງໆ. ທີ່ກອງປະຊຸມສຸດຍອດ MLC ໄດ້ດໍາເນີນໃນຕົ້ນປີນີ້, ບັນດາປະເທດໄດ້ຮັບຮອງເອົາເອກະສານສອງສະບັບແມ່ນຖະແຫຼງການຮ່ວມພະນົມເປັນ ແລະແຜນການດຳເນີນງານ MLC ໄລຍະ 2018 - 2022.

ກ່ຽວກັບແຫຼ່ງການເງິນ, ຈີນ ໃຫ້ຄຳໝ້ັນສັນຍາວ່າຈະປະກອບສ່ວນ 300 ລ້ານໂດລາສະຫະລັດ ໃຫ້ກອງທຶນຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໃນ 5 ປີຈະມາເຖິງ ເພື່ອໜູນຊ່ວຍການປະຕິບັດບັນດາໂຄງການພື້ນຖານໂຄງລ່າງ ແລະຮ່ວມມືຜະລິດ. ກ່ຽວກັບກົນໄກເຮັດວຽກ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຈະໄດ້ຈັດຕັ້ງເປັນປະຈຳປີ; ກອງປະຊຸມຂັ້ນສູງໄດ້ຈັດຕັ້ງສອງປີເທື່ອໜຶ່ງ.

ບົດບາດຕັ້ງໜ້າຂອງຫວຽດນາມ

ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມກົນໄກ MLC ແລະມີການປະກອບຫຼາຍຢ່າງກ່ຽວກັບເນື້ອໃນ, ຂົງເຂດຮ່ວມມື. ບັນດາຄະນະຜູ້ແທນຂອງຫວຽດນາມ ເຂົ້າຮ່ວມກອງປະຊຸມກຸ່ມປະຕິບັດງານຕ່າງໆ, ຕິດຕາມກວດກາວິວັດການຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືໃນຂອບເຂດຮ່ວມມືອະນຸພາກພື້ນນີ້.

ຫວຽດນາມ ກໍ່ຕັ້ງໜ້າ, ເປັນເຈົ້າການສະເໜີບັນດາຂົງເຂດຮ່ວມມື. ລາຍລະອຽດແມ່ນ, ຫວຽດນາມໄດ້ສະເໜີ 4 ໂຄງການທີ່ກອງປະຊຸມສຸດຍອດ MLC ຄັ້ງທີ 1 ແລະ 7 ໂຄງການໃນປີ 2017. ປະຈຸບັນ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງຫວຽດນາມ ພວມຍູ້ແຮງການສະເໜີບັນດາໂຄງການໃນບັນດາຂົງເຂດອື່ນ.

ການເຂົ້າຮ່ວມກອງປະຊຸມສຸດຍອດ  MLC  ຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງຫວຽດນາມ ຕໍ່ກັບກົນໄກ MLC, ປະກອບສ່ວນສໍາຄັນເຂົ້າບັນດາການກໍານົດທິດ MLC ໃນໄລຍະຈະມາເຖິງ, ເປັນການຢັ້ງຢືນເຖິງບົດບາດຂອງຫວຽດນາມ ໃນການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ. ການເຂົ້າຮ່ວມຂອງຫວຽດນາມ ກໍ່ແນໃສ່ຊຸກຍູ້ບັນດາເນື້ອໃນໃຫ້ເໝາະສົມກັບຜົນປະໂຫຍດຂອງຫວຽດນາມ ແລະມີຄວາມໝາຍຕໍ່ກັບການພັດທະນາລວມຂອງອະນຸພາກພື້ນ.

ເຊິ່ງແມ່ນໜຶ່ງໃນບັນດາສະມາຊິກຕ້ັງໜ້າຂອງກົນໄກ MLC, ຫວຽດນາມພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດອະນຸພາກພື້ນແມ່ນ້ຳຂອງຜັນຂະຫຍາຍໂຄງການລວມກ່ຽວກັບການສ້າງຕັ້ງສູນຮ່ວມມືແຫຼ່ງນ້ຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແນໃສ່ແບ່ງປັນຂໍ້ມູນຂ່າວສານ, ຍົກສູງກຳລັງຄວາມສາມາດກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳແມ່ນ້ຳຂອງແບບຍືນຍົງ, ໃນນັ້ນມີການປະກອບສ່ວນດ້ານການເງິນ, ນັກຊ່ຽວຊານເຮັດວຽກຢູ່ສູນແຫ່ງນີ້.

ສາມາດຢັ້ງຢືນໄດ້ວ່າ, ຫວຽດນາມຕັ້ງໜ້າເຂົ້າຮ່ວມການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ດ້ວຍການປະກອບສ່ວນຫຼາຍຢ່າງກ່ຽວກັບເນື້ອໃນ, ຂົງເຂດຮ່ວມມື, ປະກອບສ່ວນຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ກ້າວເຂົ້າສູ່ ຄວາມແທດຈິງ.

ໂດຍ: ວຽງຄຳ