ໂດຍຮັບຄຳເຊີນຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ, ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາດຊະວົງກຳປູເຈຍ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 6-8 ທັນວາ 2018.

ການຢ້ຽມຢາມໄດ້ດຳເນີນໃນສະພາບທີ່ການພົວພັນຮ່ວມມືຫວຽດນາມ - ກໍາປູເຈຍ ພວມມີບາດກ້າວພັດທະນາອັນດີງາມ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Hunsen ມີຄວາມໝາຍສໍາຄັນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.

ນ້ີແມ່ນການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Samdech Techo HunSen ພາຍຫຼັງລັດຖະບານລາດຊະວົງກຳປູເຈຍ ຊຸດທີ VI ໄດ້ຮັບການສ້າງຕັ້ງໃນເດືອນກັນຍາ ຜ່ານມາ. ຍ້ອນເຫດ ນັ້ນ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍພິເສດສຳຄັນສຳລັບການພົວພັນສອງປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ. ພາບ: Chinhphu.vn.

ກ່ອນໜ້ານີ້ 51 ປີ, ວັນທີ 24 ມິຖຸນາ 1967, ເປັນວັນຫວຽດນາມ ແລະກໍາປູເຈຍ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ຜ່ານຜ່າໄລຍະປະຫວັດສາດ ແລະບັນດາເຫດການຜັນແປຂອງຍຸກສະໄໝ, ສາຍພົວພັນຫວຽດນາມ - ກຳປູເຈຍ ນັບມື້ນັບສະໜິດແໜ້ນ, ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງ, ຝຶກຝົນຫຼໍ່ຫຼອມໃນສະພາບຕົວຈິງດ້ວຍກຳລັງເຫື່ອແຮງ, ເລືອດເນື້ອ ແລະການເສຍສະຫຼະຊີວິດຈາກການນຳ ແລະປະຊາຊົນລຸ້ນຕ່າງໆ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ.

ໄລຍະທາງກວ່າເຄິ່ງສະຕະວັດຜ່ານມາ, ເຖິງວ່າບໍ່ແມ່ນໄລຍະທາງທີ່ຍາວໄກກໍ່ຕາມ, ແຕ່ກໍ່ແມ່ນໄລຍະທາງທີ່ມີຄວາມໝາຍພິເສດທີ່ສຸດໃນການພົວພັນສອງປະເທດ. ນີ້ແມ່ນໄລຍະ ເຊິ່ງປະຊາຊົນຫວຽດນາມ ແລະປະຊາຊົນກຳປູເຈຍ ອ້າຍນ້ອງຍາມໃດກໍ່ຄຽງບ່າຄຽງໄຫຼ່ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະຮ່ວມກັນກໍ່ສ້າງປະເທດແຫ່ງສັນຕິພາບ, ປະຊາຊົນມີຄວາມຜາສຸກ, ອີ່ມໝຳສຳລານ. ດ້ວຍການປົກປັກຮັກສາ, ເພີ່ມພູນຄູນສ້າງຈາກປະຊາຊົນສອງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ປະຈຸບັນ, ການພົວພັນສອງປະເທດພວມພັດທະນາອັນດີງາມຕາມທິດນຳ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”.

ໄລຍະທາງໃໝ່

ບົນພື້ນຖານການຮ່ວມມືອັນດີງາມທີ່ມີຢູ່ແລ້ວ, ການພົວພັນດ້ານການເມືອງຫວຽດນາມ - ກໍາປູເຈຍ ສືບຕໍ່ພັດທະນາຢ່າງດີງາມ. ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຂັ້ນຕ່າງໆ, ບັນດາທ້ອງຖິ່ນຂອງສອງຝ່າຍໄດ້ດຳເນີນຢ່າງເປັນປະຈຳ. ບັນດາກົນໄກຮ່ວມມືສຳຄັນ ຄື: ຄະນະກຳມະການປະສົມ, ກອງປະຊຸມການຮ່ວມມື ແລະພັດທະນາບັນດາແຂວງຊາຍແດນສືບຕໍ່ໄດ້ຮັກສາ ແລະນັບມື້ນັບເສີມຂະຫຍາຍຢ່າງມີປະສິດທິຜົນ.

ເລື່ອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ພົບປະກັນເປັນຫຼາຍຄັ້ງ, ແລກປ່ຽນບັນດາບັນຫາຮ່ວມມືສອງຝ່າຍຢູ່ນອກບັນດາເຫດການສາກົນໃຫຍ່, ຄື ເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ ຢູ່ ກໍາປູເຈຍ (ພຶດສະພາ 2017), ກອງປະຊຸມສຸດຍອດກ່ຽວກັບການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ ຄັ້ງທີ 2 ຢູ່ ພະນົມເປັນ (ມັງກອນ 2018), ກອງປະຊຸມຂັ້ນສູງຄະນະກໍາມາທິການແມ່ນ້ໍຂອງສາກົນ ຄັ້ງທີ 3 ຢູ່ຊຽມຣຽບ (ເມສາ 2018)... ໄດ້ ແລະພວມປະກອບສ່ວນຊຸກຍູ້ການພົວພັນມິດຕະພາບຮ່ວມມືຫວຽດນາມ - ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່.

ບໍ່ພຽງແຕ່ດ້ານການເມືອງເທົ່ານັ້ນ, ການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າຫວຽດນາມ - ກໍາປູເຈຍ ກໍ່ໄດ້ຮັບການພັດທະນາຢ່າງວ່ອງໄວອີກດ້ວຍ. ປີ 2017, ວົງເງິນການຄ້າຫວຽດນາມ - ກໍາປູເຈຍ ບັນລຸ 3,8 ຕື້ໂດລາສະຫະລັດ. ສະເພາະໃນ 10 ເດືອນຕົ້ນປີ 2018, ວົງເງິນການຄ້າສອງສົ້ນຫວຽດນາມ - ກໍາປູເຈຍ ບັນລຸກວ່າ 3,8 ຕື້ ໂດລາສະຫະລັດ. ປະຈຸບັນ, ຫວຽດນາມ ມີປະມານ 206 ໂຄງການລົງທຶນຢູ່ກໍາປູເຈຍ ດ້ວຍຍອດເງິນລົງທຶນຈົດທະບຽນແມ່ນ 3,02 ຕື້ໂດລາສະຫະລັດ.

ຫວຽດນາມ ແລະກໍາປູເຈຍ ກໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ແລະພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນຢູ່ບັນດາທ້ອງຖິ່ນຕິດກັບຊາຍແດນຢ່າງເປັນປະຈຳ. ຫວຽດນາມກໍ່ຈັດສົ່ງບັນດາຄະນະໄປກວດ, ປິ່ນປົວພະຍາດ ແລະສະໜອງຢຸກຢາໃຫ້ປະຊາຊົນກຳປູເຈຍໂດຍບໍ່ເສຍຄ່າເປັນປະຈຳ.

ໃນວິວັດການປະຕິບັດນະໂຍບາຍພົວພັນຕ່າງປະເທດເປີດກວ້າງ, ຫັນການພົວພັນກັບສາກົນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ຫວຽດນາມ ແລະກໍາປູເຈຍ ກໍ່ໄດ້ສົມທົບກັນຢ່າງແໜ້ນແຟ້ນຢູ່ບາງກົນໄກຮ່ວມມືໃນພາກພື້ນ ຄື: ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ - ລາວ - ຫວຽດນາມ CLV), ຍຸດທະສາດຮ່ວມມືເສດຖະກິດແມ່ນໍ້າສາມສາຍ (ACMECS)... ຜ່ານນັ້ນ, ຫວຽດນາມ - ກໍາປູເຈຍ ສືບຕໍ່ສະໜັບສະໜູນກັນ, ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍພາກພື້ນ ແລະສາກົນ.

ປີ 2019 ຈະມາເຖິງ, ຫວຽດນາມ ແລະກຳປູເຈຍ ຈະດຳເນີນບາງການຢ້ຽມຢາມ ແລະເຫດການສຳຄັນ, ໃນນັ້ນມີກອງປະຊຸມຮ່ວມມື ແລະພັດທະນາບັນດາແຂວງຊາຍແດນຫວຽດນາມ - ກໍາປູເຈຍ ຄັ້ງທີ 10; ສະເຫຼີມສະຫຼອງ 40 ແຫ່ງວັນໄຊຊະນະລະບອບດັບສູນເຊື້ອຊາດປອນປົດຢູ່ກຳປູເຈຍ (07 ມັງກອນ 1979-07 ມັງກອນ 2019). ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນໄດ້ຮັບການຊຸກຍູ້. ໃນປີ 2017, ສອງປະເທດໄດ້ສົມທົບກັນຈັດຕັ້ງ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24 ມິຖຸນາ 1967-24 ມິຖຸນາ 2017).

ໃນສະພາບການດັ່ງກ່າວ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Samdech Techo Hun Sen ສ້າງຂີດໝາຍໄລຍະທາງໃໝ່ໃນການພົວພັນສອງປະເທດ. ຕີລາຄາກ່ຽວກັບຄວາມໝາຍສຳຄັນຂອງການຢ້ຽມຢາມ, ທ່ານ Phay Si Phan, ລັດຖະມົນຕີ, ໂຄສົກລັດຖະບານກຳປູເຈຍ ໃຫ້ຂໍ້ສັງເກດວ່າ “ຫວຽດນາມ -ກຳປູເຈຍ ພວມກໍ່ສ້າງສັງກາດໃໝ່. ນີ້ແມ່ນໄລຍະປະຫວັດສາດໃໝ່ໃນການພົວພັນສອງປະເທດ.

ໂດຍ: ວຽງຄຳ