ປະຈຸບັນ, ລັດເຊຍແມ່ນ 1 ໃນ 5 ປະເທດສະມາຊິກປະຈໍາສະພາຄວາມໝັ້ນຄົງສະຫະປະຊາຊາດ, ແມ່ນສະມາຊິກ G20, BRICS ແລະຫຼາຍອົງການຈັດຕັ້ງຕ່າງໆຢູ່ໃນໂລກ ແລະພາກພື້ນ. ໃນນະໂຍບາຍພົວພັນຕ່າງປະເທດຂອງລັດເຊຍ, ພາກພື້ນອາຊີ - ປາຊີຟິກ ມີທີ່ຕັ້ງສໍາຄັນ, ລັດເຊຍໄດ້ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືຢູ່ພາກພື້ນ, ຄື: APEC, ກອງປະຊຸມສຸດຍອດລັດເຊຍ - ອາຊຽນ, EAS, ARF, ASEM, ADMM+…; ເພີ່ມທະວີການຮ່ວມມືສອງຝ່າຍກັບບັນດາປະເທດຢູ່ພາກພື້ນ, ໃນນັ້ນມີຫວຽດນາມ; ຂຸດຄົ້ນທ່າແຮງກ່ຽວກັບພະລັງງານ, ເຕັກນິກການທະຫານ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ພົບປະກັບທ່ານ Dmitry Medvedev ໃນເດືອນພະຈິກ 2017. ພາບ: ສໍານັກຂ່າວສານຫວຽດນາມ.

ປະຫວັດສາດໄດ້ສະແດງໃຫ້ເຫັນວ່າສາຍພົວພັນລະຫວ່າງຫວຽດນາມ ກັບສະຫະພາບໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປະຈຸບັນຍາມໃດກໍ່ອົບອຸ່ນ, ໄວ້ເນື້ອເຊື່ອໃຈ, ຜ່ານຜ່າການທົດສອບທຸກຢ່າງຂອງການເວລາ ແລະການຜັນແປຂອງຍຸກສະໄໝ. ສະຫະພາບໂຊວຽດ ແມ່ນໜຶ່ງໃນບັນດາປະເທດທໍາອິດໃນໂລກຮັບຮອງ ແລະສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ຢ່າງເປັນທາງການໃນວັນທີ 30 ມັງກອນ 1950, ສ້າງພື້ນຖານໃຫ້ແກ່ອາລົມຈິດມິດຕະພາບ ແລະການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ.

ເລື່ອງສອງຝ່າຍເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບຫວຽດນາມ - ສະຫະພັນລັດເຊຍ ໃນວັນທີ 16 ມິຖຸນາ 1994 ໄດ້ສ້າງພື້ນຖານ ແລະເປັນພື້ນຖານນິຕິກໍາໃຫ້ແກ່ການພົວພັນສອງປະເທດໃນໄລຍະພັດທະນາໃໝ່. ໃນການຢ້ຽມຢາມຫວຽດນາມ (ລະຫວ່ງວັນທີ 28 ກຸມພາຫາວັນທີ 2 ມີນາ 2001) ຂອງທ່ານ Vladimir Putin ປະທານາທິບໍດີລັດເຊຍ, ສອງຝ່າຍໄດ້ເຊັນຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ. ວັນທີ 27 ກໍລະກົດ 2012, ຫວຽດນາມ ແລະສະຫະພັນລັດເຊຍ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກວ່າອີກ. ການພົວພັນດ້ານການເມືອງຫວຽດນາມ - ລັດເຊຍ ມີຄວາມໄວ້ເນື້ອເຊື່ອໃຈສູງ ແລະນັບມື້ນັບໄດ້ຮັບການປັບປຸງ. ການແລກປ່ຽນຄະນະຂັ້ນສູງໄດ້ດໍາເນີນເປັນປະຈໍາ, ສ້າງກໍາລັງໜູນຢ່າງແຮງໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ນັບແຕ່ປີ 2008, ຫວຽດນາມ ແລະສະຫະພັນລັດເຊຍ ສ້າງກົນໄກເຈລະຈາຍຸດທະສາດການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບປະຈໍາປີຂັ້ນຮອງລັດຖະມົນຕີການຕ່າງປະເທດ. ປີ 2013, ສອງຝ່າຍໄດ້ສ້າງຕັ້ງກົນໄກເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີປ້ອງກັນປະເທດ. ນອກຈາກນັ້ນ, ສອງຝ່າຍໄດ້ດໍາເນີນການທາບທາມຄໍາເຫັນດ້ານການເມືອງນັດສາມັນຂັ້ນຮອງລັດຖະມົນຕີການຕ່າງປະເທດ ແລະຂັ້ນກົມໃນຂອບເຂດການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ.

ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າຫວຽດນາມ - ສະຫະພັນລັດເຊຍ ໃນໄລຍະຜ່ານມາໄດ້ຮັບການພັດທະນາຢ່າງຂະຫຍັນຂັນເຄື່ອນ, ແຕ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ. ໃນຂົງເຂດການລົງທຶນ, ປະຈຸບັນລັດເຊຍ ຢືນອັນດັບທີ 23 ໃນບັນດາປະເທດ ແລະເຂດແຄວ້ນລົງທຶນເຂົ້າຫວຽດນາມ ດ້ວຍ 116 ໂຄງການ ແລະລວມຍອດເງິນລົງທຶນຈົດທະບຽນແມ່ນ 990 ລ້ານໂດລາສະຫະລັດ. ການລົງທຶນຂອງລັດເຊຍ ສຸມໃສ່ຕົ້ນຕໍເຂົ້າຂົງເຂດນໍ້າມັນອາຍແກັສ, ອຸດສາຫະກໍາປະດິດສ້າງ... ຫວຽດນາມ ມີ 22 ໂຄງການລົງທຶນເຂົ້າລັດເຊຍ ດ້ວຍຍອດເງິນລົງທຶນເກືອບ 3 ຕື້ໂດລາສະຫະລັດ. ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາກໍ່ໄດ້ຈັດຕັ້ງເປັນປະຈໍາ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ...

ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Dmitry Medvedev ນາຍົກລັດຖະມົນຕີສະຫະພັນລັດເຊຍ ຄັ້ງນີ້ຈະປະສົບຜົນສໍາເລັດຢ່າງຈົບງາມ, ນໍາການພົວພັນຫວຽດນາມ - ສະຫະພັນລັດເຊຍ ສືບຕໍ່ພັດທະນາຢ່າງແທດຈິງ, ຍືນຍົງໃນຫຼາຍຂົງເຂດຮ່ວມມື, ຄື: ການເມືອງ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ...

ໂດຍ: ພົວພອນ