ກ່ອນໜ້ານີ້ 20 ປີ, ຫວຽດນາມກາຍເປັນສະມາຊິກຂອງ APEC ຢ່າງເປັນທາງການ. ພ້ອມກັບການເຂົ້າຮ່ວມສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ໃນປີ 1995, ເຂົ້າຮ່ວມສ້າງຕັ້ງເວທີປາໄສຮ່ວມມືອາຊີ - ເອີລົບ (ASEM) ປີ 1996 ແລະເຈລະຈາເຂົ້າຮ່ວມອົງການການຄ້າໂລກ (WTO), ເຂົ້າຮ່ວມ APEC ໃນປີ 1998 ແມ່ນບາດກ້າວເດີນທີ່ເໝາະສົມ, ເປັນພື້ນຖານສຳຄັນໃຫ້ແກ່ການຜັນຂະຫຍາຍແນວທາງພົວພັນຕ່າງປະເທດຢ່າງເປີດກວ້າງ, ຫັນການພົວພັນເປັນຫຼາຍຮູບ, ຫຼາຍແບບ ແລະຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ.

leftcenterrightdel
ພາບປະກອບຄັດຈາກ: ສຳນັກຂ່າວສານຫວຽດນາມ.

ບໍ່ສາມາດປະຕິເສດໄດ້ວ່າໃນຕະຫຼອດສອງທົດສະວັດທີ່ຮ່ວມເດີນທາງກັບ APEC, ນີ້ແມ່ນໜຶ່ງໃນບັນດາເວທີປາໄສຫຼາຍຝ່າຍນຳມາເຊິ່ງບັນດາຜົນປະໂຫຍດແທດຈິງທີ່ສຸດໃຫ້ແກ່ຫວຽດນາມ. ມາຮອດປະຈຸບັນ, APEC ເປັນບ່ອນເຕົ້າໂຮມ 14/28 ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານຂອງຫວຽດນາມ. ພຽງແຕ່ແນວນັ້ນກໍ່ພຽງພໍເພື່ອສະແດງໃຫ້ເຫັນການເຂົ້າຮ່ວມ APEC ໄດ້ປະກອບສ່ວນຫັນການພົວພັນກັບສາກົນເປັນຫຼາຍຮູບ, ຫຼາຍແບບ ແລະຫຼາຍຝ່າຍ, ເຮັດໃຫ້ບັນດາສາຍພົວພັນສອງຝ່າຍຂອງປະເທດເລິກເຊິ່ງກວ້າງຂວາງ.

ເຂົ້າຮ່ວມ APEC ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມຍົກສູງກໍາລັງພາຍໃນ. APEC  ປະກອບສ່ວນນຳຫວຽດນາມ ອອກສູ່ໂລກ ແລະນຳໂລກມາໃຫ້ຫວຽດນາມ. ເວົ້າແນວນັ້ນຍ້ອນວ່າ APEC ກວມເອົາເຖິງ 75% ວົງເງິນຂາເຂົ້າຂາອອກ, 78% ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ, 38% ທຶນຊ່ວຍເຫຼືອລ້າພັດທະນາ ແລະ 79% ຈຳນວນແຂກທ່ອງທ່ຽວສາກົນຂອງຫວຽດນາມ. ການເຂົ້າຮ່ວມ APEC, ຫວຽດນາມກໍ່ມີເງື່ອນໄຂສຳຜັດກັບວິທະຍາສາດ-ເຕັກໂນໂລຢີ, ລະດັບການຄຸ້ມຄອງກ້າວໜ້າ, ຍາດແຍ່ງແຫຼ່ງກຳລັງດີກວ່າ... ປະກອບສ່ວນຢ່າງແທດຈິງເຂົ້າໃນວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບເຕີບໂຕເພື່ອປະຕິບັດເປົ້າໝາຍພັດທະນາຢ່າງໄວ ແລະຍືນຍົງ. ການເຂົ້າຮ່ວມແກ້ໄຂບັນດາບັນຫາ, ຄວາມເອົາໃຈໃສ່ລວມຂອງ APEC ກ່ຽວກັບການເຕີບໂຕ ແລະຮ່ວມສໍາພັນເສດຖະກິດກໍ່ຄືຍົກສູງບົດບາດຂອງເວທີປາໄສຍັງຢັ້ງຢືນໄດ້ຮູບພາບຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ສະໜິດຕິດພັນກັບພາກພື້ນ, ເພື່ອຈາກນັ້ນສ້າງໄດ້ທ່າແຮງ ແລະກຳລັງແຮງໃໝ່ໃຫ້ປະເທດໃນພາກພື້ນ ແລະໂລກ.

ເຖິງວ່າບໍ່ແມ່ນສະມາຊິກສ້າງຕັ້ງ ແລະລະດັບການພັດທະນາຍັງຕ່ຳເມື່ອທຽບໃສ່ຫຼາຍພື້ນຖານເສດຖະກິດ APEC, ແຕ່ວ່າຫວຽດນາມໄດ້ເປັນເຈົ້າການເຂົ້າຮ່ວມ, ປະກອບຢ່າງຕັ້ງໜ້າໃຫ້ບັນດາການເຄື່ອນໄຫວຮ່ວມມືຂອງ APEC, ດ້ວຍຈິດໃຈຮັບ ຜິດຊອບສູງ. ບັນດາຄວາມມານະພະຍາຍາມນີ້ສະແດງອອກຢ່າງຈະແຈ້ງທີ່ສຸດໃນເລື່ອງຫວຽດນາມໄດ້ຮັບຕຳແໜ່ງເປັນປະເທດເຈົ້າພາບ APEC ສອງຄັ້ງ ໃນປີ 2006 ແລະ 2017 ປະສົບຜົນສຳເລັດ. ພິເສດ, ໃນສະພາວະລັດທິອາລັກຂາປະກົດອອກຢ່າງຮຸ່ນແຮງ, ເລື່ອງບັນດາການນຳ APEC ໃຫ້ຄໍາໝັ້ນສັນຍາ “ມຸ່ງໄປເຖິງການຄ້າ, ການລົງທຶນເປີດ ແລະເສລີໃນພາກພື້ນອາຊີ - ປາຊີຟິກ” ແລະສະໜັບສະໜູນລະບົບການຄ້າຫຼາຍຝ່າຍອີງໃສ່ລະບຽບຫຼັກການ, ເອກະລາດ, ທ່ຽງທຳ, ເປີດກວ້າງ, ກະຈ່າງແຈ້ງ ແລະກວມລວມ” ໃນຖະແຫຼງການສຸດຍອດດ່ານັ້ງ “ສ້າງກຳລັງໜູນໃໝ່” ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດໃນການບໍລິຫານ, ສ້າງຄວາມເຫັນດີເປັນເອກະພາບລວມ.

ບໍ່ພຽງແຕ່ຈຳກັດໃນປີ 2006 ແລະ 2007 ເທົ່ານັ້ນຫາກຍັງຕະຫຼອດວິວັດການແມ່ນສະມາຊິກຂອງ APEC ອີກດ້ວຍ, ຫວຽດນາມໄດ້ເປັນເຈົ້າການເຂົ້າຮ່ວມບັນດາຂົງເຂດທີ່ຕົນມີເງື່ອນໄຂເສີມຂະຫຍາຍບົດບາດໃນເວທີເສດຖະກິດຫຼາຍຮູບຫຼາຍແບບກ່ຽວກັບລະດັບການພັດທະນາ ແລະເນື້ອໃນຮ່ວມມື ຄື APEC. ຫວຽດນາມໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າທີ່ສຸດໃນການສະເໜີບັນດາຂໍ້ລິເລີ່ມ ແລະໂຄງການ, ດ້ວຍກ່ວາ 100 ໂຄງການໃນຫຼາຍຂົງເຂດຮ່ວມມືຂອງ APEC.

ຫວຽດນາມກາຍເປັນປະເທດເຈົ້າພາບ APEC ທຳອິດໄດ້ເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາແຖວໜ້າໃນໂລກ (G20) ໃນປີ 2017 ຢູ່ ເຢຍລະມັນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ການຕີລາຄາສູງຈາກເພື່ອນມິດສາກົນຕໍ່ກັບບັນດາຂໍ້ລິເລີ່ມ, ແນວຄວາມຄິດຮ່ວມມື ເຊິ່ງຫວຽດນາມສະເໜີໃຫ້ APEC.

ຫວຽດນາມ ແລະບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ດໍາເນີນບັນດາການຮ່ວມມື ແລະພັດທະນາ. ພ້ອມກັບທ່າແຮງ ແລະກຳລັງໜູນໃໝ່ຂອງປະເທດພາຍຫຼັງກວ່າ 30 ປີ ແຫ່ງການປ່ຽນແປງໃໝ່, ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ຫວຽດນາມ  ແລະ ບັນດາພື້ນຖານສະມາຊິກພ້ອມກັນຮ່ວມມືພັດທະນາ.

ໂດຍ: ແສງເດືອນ