ກອງປະຊຸມຂັ້ນສູງການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງນີ້ເປັນຂີດໝາຍ 10 ປີແຫ່ງການສ້າງຕັ້ງ ແລະພັດທະນາຂອງກົນໄກຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ແລະ 3 ປີແຫ່ງການຜັນຂະຫຍາຍຍຸດທະສາດໂຕກຽວ 2015 ດ້ວຍບັນດາໝາກຜົນພົ້ນເດັ່ນໃນບັນດາຂົງເຂດ ກໍ່ສ້າງພື້ນຖານໂຄງລ່າງ, ປົກປັກຮັກສາສິ່ງແວດລ້ອມ, ຄຸ້ມຄອງໄພທໍາມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພົບປະແລກປ່ຽນປະຊາຊົນ... ນັບແຕ່ເມື່ອການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ໄດ້ຮັບການສ້າງຕັ້ງ, ຫວຽດນາມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນກົນໄກຮ່ວມມືນີ້. ພາຍຫຼັງ 10 ປີແຫ່ງການຮ່ວມມື, ດ້ວຍບັນດາການປະກອບສ່ວນຢ່າງມີປະສິດທິຜົນ ແລະຕັ້ງໜ້າ, ຫວຽດນາມນັບມື້ນັບສະແດງໃຫ້ເຫັນບົດບາດ, ທັດສະນະສໍາຄັນໃນບັນດາບັນຫາໃຫຍ່ຂອງການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ. ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຕ່າງໆຂອງຫວຽດນາມ ໄດ້ເຂົ້າຮ່ວມກວ່າ 100 ໂຄງການ, ພົ້ນເດັ່ນແມ່ນບັນດາໂຄງການກໍ່ສ້າງທ່າກໍາປັ່ນ ແລກຮວ້ຽນ, ທ່າອາກາດສະຍານທີ 2 ສະໜາມບິນ ໂນ້ຍບ່າຍ, ໂຮງງານໄຟຟ້າພະລັງຄວາມຮ້ອນ ໂອໂມນ, ຫງີເຊີນ 2, ກໍ່ສ້າງ ແລະນຳໃຊ້ລະບົບຜ່ານດ່ານເອເລັກໂຕນິກ, ຍົກສູງກໍາລັງຄວາມສາມາດຜະລິດວັກຊີນກັນພະຍາດໝາກແດງ ແລະ Rubella. ຫວຽດນາມ ກໍ່ໄດ້ຢືດໝັ້ນຊຸກຍູ້ ແລະຖືບັນຫາຮ່ວມມືກ່ຽວກັບແຫຼ່ງຊັບພະຍາກອນນໍ້າແມ່ນໍ້າຂອງ ເປັນເນື້ອໃນສໍາຄັນຂອງການຮ່ວມມື, ຕິດພັນກົນໄກແມ່ນໍ້າຂອງ - ຍີ່ປຸ່ນ ກັບຄະນະກຳມາທິການແມ່ນ້ຳຂອງ (MRC).

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ແມ່ນໍ້າຂອງ- ຍີ່ປຸ່ນ ໃນເດືອນພະຈິກ 2017. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂະນະນັ້ນ, ໃນຊຸມປີມໍ່ໆມານີ້ສາຍພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງວ່ອງໄວ. ປີ 2014, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ, ເປັນຂີດໝາຍບາດກ້າວພັດທະນາສໍາຄັນໃນການພົວພັນສອງຝ່າຍ. ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງ ຫວຽດນາມ - ຍີ່ປຸ່ນ ກໍາລັງພັດທະນາຢ່າງກະໂດດຂັ້ນໃນທຸກຂົງເຂດ; ການພົບປະ, ແລກປ່ຽນຢູ່ຂັ້ນສູງໄດ້ຮັບການປະຕິບັດເປັນປະຈໍາ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ. ໃນປັດຈຸບັນ, ຍີ່ປຸ່ນ ແມ່ນປະເທດສະໜອງທຶນ ODA ໃຫຍ່ທີ່ສຸດ, ເປັນຄູ່ຮ່ວມມືຢືນອັນດັບ 2 ກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດ, ເປັນຄູ່ຮ່ວມມືຢືນອັນດັບທີ 3 ກ່ຽວກັບການທ່ອງທ່ຽວ ແລະເປັນຄູ່ຮ່ວມມືຢືນອັນດັບທີ 4 ດ້ານການຄ້າຂອງຫວຽດນາມ. ສອງປະເທດກໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນທີ່ບັນດາເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ເວທີປາໄສຮ່ວມມືດ້ານເສດຖະກິດອາຊີ-ປາຊີຟິກ (APEC), ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM) ແລະບັນດາກົນໄກເປີດກວ້າງຂອງອາຊຽນ. ປີ 2018 ແມ່ນປີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ ຄົບຮອບ 45 ປີ (21-9-1973/21-9-2018) ແລະແມ່ນປີທີ່ ຫວຽດນາມ ເລີ່ມຕົ້ນອາຍຸການເປັນປະເທດປະສານງານການພົວພັນ ອາຊຽນ-ຍີ່ປຸ່ນ.

ເລື່ອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍພັນລະຍາ ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ແລະຢ້ຽມຢາມຍີ່ປຸ່ນ ອີກເທື່ອໜຶ່ງໄດ້ຢັ້ງຢືນໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າກໍ່ຄືຄໍາໝັ້ນສັນຍາຂອງຫວຽດນາມສໍາລັບກົນໄກຮ່ວມມືນີ້, ພ້ອມທັງສະແດງໃຫ້ເຫັນການຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງກັບຍີ່ປຸ່ນ. ພວກເຮົາເຊື່ອໝັ້ນວ່າການເຂົ້າຮ່ວມກອງປະຊຸມຂັ້ນສູງການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10 ແລະການຢ້ຽມຢາມຍີ່ປຸ່ນຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ, ເປີດກາລະໂອກາດໃໝ່ໃຫ້ແກ່ການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ, ກໍ່ຄືນໍາການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮອບດ້ານ ແລະແທດຈິງກວ່າອີກ.

ໂດຍ: ທູຈາງ