ແຕ່ນີ້, ຂະບວນການແຂ່ງຂັນຮັກຊາດໄດ້ພັດທະນາຢ່າງຕໍ່ເນື່ອງ, ເປີດກວ້າງ, ກາຍເປັນຂະບວນການກະທຳຢ່າງແທດຈິງ, ຕິດພັນກັບບັນດາໜ້າທີ່ການເມືອງຜ່ານບັນດາໄລຍະປະຫວັດສາດອັນສະຫງ່າລາສີຂອງການປະຕິວັດຫວຽດນາມ. ວັນທີ 11 ມິຖຸນາ ໃນແຕ່ລະປີໄດ້ກາຍເປັນວັນມູນເຊື້ອແຫ່ງການແຂ່ງຂັນຮັກຊາດ.

leftcenterrightdel
ການນຳພັກ, ລັດ, ກອງທັບມອບຊໍ່ດອກໄມ້ອວຍພອນບັນດາຜູ້ແທນ ເນື່ອງໃນໂອກາດກະຊວງປ້ອງກັນປະເທດພົບປະສັງສັນ, ເຊີດຊູນັກວິລະຊົນ, ແບບຢ່າງກ້າວໜ້າເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປະທານ ໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ. ພາບ: ຕ໋ວນຮຸຍ.

ຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານ ໂຮ່ຈິມິນ ແມ່ນການທ້ອນໂຮມ ແລະສະແດງໃຫ້ເຫັນການສຸມໃສ່ເຂົ້າບັນດາເນື້ອໃນພື້ນຖານແນວຄິດຂອງປະທານ ໂຮ່ຈິມິນ ກ່ຽວກັບການແຂ່ງຂັນຮັກຊາດ; ແມ່ນເອກະສານຊີ້ນຳອັນປະເສີດເລີດລ້ຳ, ມີຄຸນຄ່າເລິກເຊິ່ງທັງທິດສະດີ ແລະພຶດຕິກຳຕົວຈິງກ່ຽວກັບຂະບວນການແຂ່ງຂັນຮັກຊາດ; ສະແດງໃຫ້ເຫັນລັກສະນະເປັນລະບົບ ແລະສະເໝີຕົ້ນສະເໝີປາຍໃນແນວຄິດ ໂຮ່ຈິມິນ ກ່ຽວກັບການແຂ່ງຂັນຮັກຊາດ, ສ້າງຊີວິດການເປັນຢູ່ແບບໃໝ່, ສັງຄົມໃໝ່, ບຸກຄົນໃໝ່ຢ່າງຈະແຈ້ງ.

ລຸງໂຮ່ ຜູ້ນຳທີ່ແສນເຄົາລົບຮັກບໍ່ພຽງແຕ່ລິເລີ່ມ, ປຸກລະດົມບັນດາຂະບວນການແຂ່ງຂັນຮັກຊາດ, ກຳນົດນັ້ນແມ່ນພາກສ່ວນສຳຄັນ, ວິທີການທີ່ມີປະສິດທິຜົນໃນວິວັດການນຳພາຂອງພັກ, ຄຸ້ມຄອງຂອງລັດເທົ່ານັ້ນ, ຫາກທ່ານຍັງໄດ້ເປັນແບບຢ່າງ, ມີແນວຄິດອັນໃຫຍ່ຫຼວງພ້ອມກັບບັນດາການອຸທິດສ່ວນອັນລ້ຳຄ່າກ່ຽວກັບການແຂ່ງຂັນຮັກຊາດອີກດວ້ຍ. ດ້ວຍຄຸນນະທາດ, ສະຕິປັນຍາ ແລະວິໄສທັດອັນກວ້າງໄກ, ປະທານ ໂຮ່ຈິມິນ ໄດ້ຖືລັດທິຮັກຊາດເປັນຈຸດສຸມເພື່ອເຕົ້າໂຮມ, ສາມັກຄີປະຊາຊົນທຸກຊັ້ນວັນນະ, ບໍ່ຈຳແນກຖານະຕຳແໜ່ງ, ຊົນຊາດ, ສາສະໜາ, ເຖົ້າແກ່, ໜຸ່ມນ້ອຍ, ຍິງຊາຍ; ເຖິງວ່າຈະຢູ່ພາຍໃນ ຫຼື ຕ່າງປະເທດກໍ່ຕາມ... ປະທານ ໂຮ່ຈິມິນ ໄດ້ປຸກລຸກທຸກກຳລັງ, ກຳລັງແຮງທີ່ຍິ່ງໃຫຍ່ຂອງຊົນຊາດ, ນ້ຳໃຈຮັກຊາດ ແລະເຈດຈຳນົງຕັດສິນໃຈອັນສູງສົ່ງຂອງທົ່ວປວງຊົນ, ທົ່ວກອງທັບປົກປັກຮັກສາພື້ນຖານເອກະລາດຂອງຊົນຊາດ, ສ້າງສາປະເທດຊາດ, ນຳມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ປະຊາຊົນ.

ຄຳຮຽກຮ້ອງແຂ່ງຂັນຮັກຊາດແມ່ນກຳລັງໜູນທາງດ້ານຈິດໃຈ, ຄຳຮຽກຮ້ອງທົ່ວປວງຊົນ, ທົ່ວກອງທັບ; ພ້ອມທັງປະໄວ້ໃຫ້ພວກເຮົາບັນດາບົດຮຽນ ແລະປະສົບການອັນລ້ຳຄ່າໃນວຽກງານຂົນຂວາຍມະຫາຊົນ; ເປັນແບບຢ່າງກ່ຽວກັບການປະຕິບັດໂຄສະນາທີ່ມີຊີວິດຊີວາ, ເຂົ້າໃຈງ່າຍ, ຈື່ຈຳງ່າຍ, ປະຕິບັດງ່າຍ, ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມພາລະກິດປະຕິວັດຂອງພັກ ແລະຊົນຊາດຢ່າງຫ້າວຫັນ; ນຳເອົາພາລະກິດການຕໍ່ສູ້, ການສ້າງສາປະເທດຊາດໃຫ້ປະສົບຜົນສຳເລັດ.

ການສະເຫຼີມສະຫຼອງ 70 ປີແຫ່ງວັນປະທານ ໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ, ວັນມູນເຊື້ອແຂ່ງຂັນຮັກຊາດ, ແມ່ນໂອກາດເພື່ອໃຫ້ພວກເຮົາ ສະແດງຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ລຸງໂຮ່; ສືບຕໍ່ຢັ້ງຢືນຄວາມໝາຍ ແລະຄຸນຄ່າປະຫວັດສາດອັນໃຫຍ່ຫຼວງຂອງຄຳຮຽກຮ້ອງຮັກຊາດ ກ່ຽວກັບພາລະກິດປະຕິວັດຂອງຊົນຊາດ. ຄຳຮຽກຮ້ອງແຂ່ງຂັນຮັກຊາດ; ແນວຄິດຂອງປະທານ ໂຮ່ຈິມິນ ສຳລັບການແຂ່ງຂັນຮັກຊາດຍັງຄົງຮັກສາຄຸນຄ່າເດີມກ່ຽວກັບຄວາມໝາຍປະຫວັດສາດ, ຄຸນຄ່າທາງດ້ານທິດສະດີ ແລະພຶດຕິກຳຕົວຈິງ,  ແມ່ນພື້ນຖານ, ແມ່ນກຳລັງໜູນດຶງດູດປະຊາຊົນທຸກຊັ້ນວັນນະ; ພະນັກງານ, ນັກຮົບກຳລັງປະກອບອາວຸດ; ທຸກພາກສ່ວນເສດຖະກິດ, ບັນດາອົງການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນ... ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຈົດຈຳ, ສືບຕໍ່ຊາບຊຶມ ແລະປະຕິບັດບັນດາຄຳສັ່ງສອນຂອງລຸງໂຮ່ ກ່ຽວກັບການແຂ່ງຂັນຮັກຊາດຢ່າງເຂັ້ມງວດ ແລະມີປະສິດທິຜົນ: “ແຂ່ງຂັນແມ່ນຮັກຊາດ” “ຮັກຊາດຕ້ອງແຂ່ງຂັນ”; “ແຂ່ງຂັນຕ້ອງແທດຈິງ, ຕິດພັນກັບວຽກງານປະຈຳວັນຂອງແຕ່ລະຄົນ...”; “ຍິ່ງທຸກຍາກກໍ່ຍິ່ງແຂ່ງຂັນ”; “ແຂ່ງຂັນແມ່ນວິທີດີທີ່ສຸດ, ແທດຈິງທີ່ສຸດເພື່ອເຮັດໃຫ້ທຸກຄົນກ້າວໜ້າ”; “ວິທີເຮັດແມ່ນອີງໃສ່: ກຳລັງຂອງປະຊາຊົນ. ນ້ຳໃຈຂອງປະຊາຊົນ, ເພື່ອສ້າງ: ຄວາມຜາສຸກໃຫ້ແກ່ປະຊາຊົນ”...

ພ້ອມກັນນັ້ນ, ຕ້ອງປ່ຽນແປງໃໝ່ວຽກງານແຂ່ງຂັນ-ຍ້ອງຍໍຢ່າງບໍ່ຢຸດຢັ້ງ, ບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການ, ກົມກອງ... ຄວນຊີ້ອອກຢ່າງຈະແຈ້ງ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະຂໍ້ຈໍາກັດໃນຂະບວນການແຂ່ງຂັນຮັກຊາດ ແລະວຽກງານແຂ່ງຂັນຮັກຊາດຢ່າງເຂັ້ມງວດ...

ຊາບຊຶມຢ່າງເລິກເຊິ່ງກວ້າງຂວາງ, ໝູນໃຊ້ແນວຄິດຂອງປະທານ ໂຮ່ຈິມິນ ແລະບັນດາບົດຮຽນ, ປະສົບການກ່ຽວກັບການແຂ່ງຂັນຮັກຊາດໄດ້ທ້ອນໂຮມມາໃນຕະຫຼອດ 70 ປີຢ່າງມີຫົວຄິດປະດິດສ້າງ; ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ການຕອບສະໜອງຂອງປະຊາຊົນຢ່າງກວ້າງຂວາງ... ແນ່ນອນວ່າຂະບວນການແຂ່ງຂັນຮັກຊາດ, ວຽກງານແຂ່ງຂັນຮັກຊາດໃນໄລຍະຈະມາເຖິງຈະມີບັນດາການຫັນປ່ຽນຢ່າງຕັ້ງໜ້າ; ພັດທະນາຂຶ້ນສູ່ລະດັບສູງໃໝ່; ຕິດພັນກັບການຈັດຕັ້ງບັນດາຂະບວນການແຂ່ງຂັນກັບການຍູ້ແຮງຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈິມິນ; ປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງ XII ຂອງພັກ, ມະຕິສູນກາງພັກຄັ້ງທີ 4, ຊຸດທີ XII ກ່ຽວກັບການກໍ່ສ້າງ, ປັບປຸງພັກ, ສ້າງກຳລັງໜູນອັນໃຫຍ່ຫຼວງໃນພາລະກິດສ້າງສາ, ແລະປົກປັກຮັກສາປະເທດຊາດ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະສິວິໄລ.

ກອງທັບປະຊາຊົນຫວຽດນາມ ໂດຍພັກກອມມູນິດຫວຽດນາມ ແລະປະທານ ໂຮ່ຈິມິນ ສ້າງຕັ້ງ, ນຳພາ, ສຶກສາອົບຮົມ ແລະຝຶກຝົນຫຼໍ່ຫຼອມຍາມໃດກໍ່ເປັນແບບຢ່າງ, ນຳໜ້າໃນບັນດາຂະບວນການແຂ່ງຂັນ, ບັນດາບັ້ນຂົນຂວາຍໂດຍພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ແລະບັນດາຂະແໜງ, ທ້ອງຖິ່ນປຸກລະດົມ; ຍາມໃດກໍ່ຈົ່ງຮັກພັກດີຕໍ່ພັກ, ຮັກແພງປະຊາຊົນ, ກຽມພ້ອມຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດ, ປະຕິບັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້ຢ່າງມີໄຊ...

ແປໂດຍ: ຮຸຍດົງ