ພາຍຫຼັງ 45 ປີ (1973-2018), ການພົວພັນລະຫວ່າງສອງປະເທດໄດ້ມີການພັດທະນາຮອບດ້ານໃນຫຼາຍຂົງເຂດ. ໃນນ້ັນ, ການພົວພັນດ້ານປ້ອງກັນຊາດມີບັນດາຂີດໝາຍສະເພາະ, ແມ່ນໜຶ່ງໃນບັນດາເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ. ສິ່ງດັ່ງກ່າວບໍ່ແມ່ນເລື່ອງບັງເອີນ.

ພາຍຫຼັງໄຊຊະນະ ດ້ຽນບຽນຝູ ດັງກ້ອງກັງວານ, ດ້ວຍມູນເຊື້ອວັດທະນະທຳມະນຸດ ແລະວິໄສທັດຍຸດທະສາດ, ຫວຽດນາມ ມີການປະພຶດມະນຸດສະທຳ, ມອບສະເລີຍເສິກ, ທະຫານເຈັບປ່ວຍນັບຫຼາຍພັນຄົນ, ພ້ອມກັບ ຝະລັ່ງ ເຊັນສັນຍາ ເຊີແນວ ສ້າງສັນຕິພາບຄືນໃໝ່, ປາດຖະໜາຢາກສ້າງການພົວພັນມິດຕະພາບອັນຍາວນານ. ມີຄົນຝະລັ່ງຫຼາຍຄົນນັບມື້ນັບເຂົ້າໃຈກວ່າກ່ຽວກັບປະຫວັດສາດ, ມູນເຊື້ອ, ວັດທະນະທຳຂອງຊົນຊາດຫວຽດນາມ ແລະມີບັນດາການກະທຳມຸ່ງໄປເຖິງອະນາຄົດ. ສາທາລະນະລັດ ຝະລັ່ງ ແມ່ນສະຖານທີ່ດຳເນີນການເຈລະຈາ marathon ທີ່ແກ່ຍາວເປັນເວລາເກືອບ 5  ປີ (ແຕ່ເດືອນ ພຶດສະພາ 1968 ຫາເດືອນ ມັງກອນ 1973) ເພື່ອລົງນາມສັນຍາປາຣີ ກ່ຽວກັບການສ້າງສັນຕິພາບຢູ່ຫວຽດນາມ ຄືນໃໝ່. ໃນຊຸມປີທີ່ຫວຽດນາມ ຖືກປິດລ້ອມ, ຂວ້າບາດ, ຝະລັ່ງ ແມ່ນປະເທດຝ່າຍຕາເວັນຕົກໜຶ່ງດຽວຍັງຮັກສາການພົວພັນທາງດ້ານວັດທະນະທຳ, ວິທະຍາສາດ, ເຕັກນິກກັບຫວຽດນາມ.

leftcenterrightdel
ທ່ານພົນໂທ ຫງວຽນຈີີ໋ວິ້ງ ເປັນສັກຂີພິຍານທີ່ພິທີເຊັນບັນດາເອກະສານຫວຽດນາມ-ຝະລັ່ງ. ພາບ: ຟ້າມຟອງ

ໃນ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ຝະລັ່ງ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ. ບັນດາສາຍພົວພັນ ຫວຽດນາມ-ຝະລັ່ງ ໃນຂອບເຂດສອງຝ່າຍ ກໍ່ຄື ຫຼາຍຝ່າຍ, ພັດທະນານັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບ. ໃນແງ່ມູມເສດຖະກິດ, ການຄ້າ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ... ຝະລັ່ງ ແມ່ນນັກອຸປະຖຳແຖວໜ້າຂອງເອີລົບໃຫ້ແກ່ຫວຽດນາມ. ໃນແງ່ມູມດ້ານການເມືອງ, ການພົວພັນຕ່າງປະເທດ, ປີ 1993, ປະທານາທິບໍດີຝະລັ່ງ ແມ່ນປະມຸກລັດຝະລັ່ງ ຜູ້ທຳອິດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການນັບແຕ່ເມື່ອຫວຽດນາມ ຍາດໄດ້ເອກະລາດໃນປີ 1954. ມາຮອດປັດຈຸບັນ, ການນຳຂັ້ນສູງສອງປະເທດ ໄດ້ດຳເນີນການຢ້ຽມຢາມ 12 ຄັ້ງ. ການຢ້ຽມຢາມແຕ່ລະຄັ້ງແມ່ນຂີດໝາຍສຳຄັນເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດ. ພິເສດ, ການຢ້ຽມຢາມຝະລັ່ງ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຕາມຄຳເຊີນຂອງທ່ານປະທານາທິບໍດີ Emmanuel Macron ໃນລະຫວ່າງວັນທີ 25-28 ມີນາ 2018 ສະແດງໃຫ້ເຫັນຄວາມເຄົາລົບ, ຄວາມໄວ້ເນື້ອເຊື່ອໃຈຂອງຝະລັ່ງ ກ່ຽວກັບລະບອບການເມືອງຂອງຫວຽດນາມ; ສ້າງກຳລັງໜູນໃໝ່, ບາດກ້າວກະໂດດຂັ້ນໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝະລັ່ງ.

ໃນການຢ້ຽມຢາມຄັ້ງນີ້, ເມື່ອຫວນຄືນອະດີດ, ປະທານາທິບໍດີ ແລະບັນດາການນຳຝະລັ່ງ ໄດ້ສະແດງອອກຢ່າງຈິງໃຈວ່າ: ປະຫວັດສາດການພົວພັນສອງປະເທດ ມີບາງໄລຍະຂຶ້ນລົງ, ບົນຫຼັກການເຄົາລົບເອກະລາດ, ປະຊາທິປະໄຕ, ເຄົາລົບກົດໝາຍສາກົນ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ການພົວພັນຂອງສອງປະເທດ ແລະເພື່ອຜົນປະໂຫຍດລວມຂອງພາກພື້ນ, ໂລກ. ພິເສດ, ຝະລັ່ງຖືເປັນສຳຄັນທີ່ສຸດ, ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງປະທານາທິບໍດີ ຝະລັ່ງ Emmanuel Macron ກັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ; ຖືວ່າພາຍຫຼັງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ນີ້ແມ່ນຈຸດເວລາເຊິ່ງສອງຝ່າຍສາມາດແລກປ່ຽນບັນດາບັນຫາຍຸດທະສາດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງກົງໄປກົງມາ, ຄົບຖ້ວນ ແລະແທດຈິງ. ບັນດານັກການເມືອງ, ນັກຄົ້ນຄວ້າສາກົນຕີລາຄາສູງການຢ້ຽມຢາມ ແລະຜົນສຳເລັດການພົບປະເຈລະຈາລະຫວ່າງການນຳສູງສຸດຂອງສອງປະເທດ ແມ່ນຂີດໝາຍສຳຄັນນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝະລັ່ງພັດທະນາຢ່າງຮອບດ້ານຂຶ້ນສູ່ລະດັບສູງໃໝ່; ປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະໂລກ.

ນັບແຕ່ເມື່ອຫວຽດນາມ-ຝະລັ່ງ ສ້າງຕັ້ງການພົວພັນທາງການທູດ, ໂດຍສະເພາະແມ່ນນັບແຕ່ປີ 2013, ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດໄດ້ກໍ່ສ້າງ, ປັບປຸງ, ສະແດງຄວາມໄວ້ເນື້ອເຊື່ອໃຈ, ກາຍເປັນໜຶ່ງໃນບັນດາເສົາຄ້ຳການພົວພັນຄູ່ຮ່ວມມືຍຸດທະສາດ. ການພົວພັນດ້ານປ້ອງກັນຊາດຫວຽດນາມ ແລະຝະລັ່ງ ແມ່ນໝູນໃຊ້ໝາກຜົນການພົວພັນຂອງບັນດາຂົງເຂດອື່ນໃຫ້ຫຼາຍທີ່ສຸດ, ພ້ອມທັງໜູນຊ່ວຍ, ສ້າງເງື່ອນໄຂໃຫ້ແກ່ການພົວພັນໃນບັນດາຂົງເຂດຕ່າງໆພັດທະນາຢ່າງສະດວກ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຝະລັ່ງ ຖືວ່າ ຈຸດເວລາໃນປະຈຸບັນ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດທັງຄົບຖ້ວນ ແລະແທດຈິງ, ຜ່ານບັນດາການພົບປະເຈລະຈາຍຸດທະສາດດ້ານປ້ອງກັນຊາດ, ສອງຝ່າຍໄດ້ສະແດງໃຫ້ເຫັນຄວາມຄ້າຍຄືກັນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງຂອງພາກພື້ນ, ໂລກ; ໃນນັ້ນມີບັນຫາຄວາມເສລີ, ຄວາມໝັ້ນຄົງໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ບັນຫານິວເຄຼຍຢູ່ແຫຼມເກົາຫຼີ, ຕ້ານການກໍ່ການຮ້າຍ ແລະແກ້ໄຂບັນດາຂໍ້ຂັດແຍ່ງອະທິປະໄຕໂດຍສັນຕິວິທີ, ອີງຕາມພື້ນຖານກົດໝາຍສາກົນ... ເຊິ່ງແມ່ນປະເທດຂຶ້ນກັບພາກພື້ນປາຊີຟິກ, ມີຫຼາຍປະເທດເປັນຫົວເມືອງຂຶ້ນເກົ່່າ, ມີຜົນປະໂຫຍດຍຸດທະສາດນັບມື້ນັບສູງຢູ່ພາກພື້ນ, ຝະລັ່ງ ຖືອາຊີ-ປາຊີຟິກ ແມ່ນຈຸດສຸມຍຸດທະສາດໜຶ່ງ, ຢືນຢັນເພີ່ມທະວີການມີໜ້າຍາວນານສືບຕໍ່ເສີມຂະຫຍາຍການພົວພັນ, ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການພົວພັນຕ່າງປະເທດ, ພ້ອມທັງຍູ້ແຮງການພົວພັນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຝະລັ່ງ ຕີລາຄາສູງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ຕໍ່ກັບພາກພື້ນ, ຖືຫວຽດນາມ ແມ່ນຂົວເຊື່ອມຕໍ່ເພື່ອເພີ່ມທະວີການພົວພັນກັບອາຊຽນ ແລະພາກພື້ນອາຊີ-ປາຊີຟິກ. ຝະລັ່ງ ຊົມເຊີຍການສະໜັບສະໜູນ ກໍ່ຄື ຂໍ້ລິເລີ່ມຂອງຫວຽດນາມສຳລັບຄວາມປາດຖະໜາຂອງຝະລັ່ງ ຢາກເຂົ້າຮ່ວມກົນໄກ ADMM+ ຢ່າງເປັນທາງການ, ເພີ່ມທະວີການມີໜ້າຂອງຝະລັ່ງ ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ.

ໂດຍເຊື່ອມຕໍ່ໝາກຜົນການຮ່ວມມືໃນຊຸມປີກ່ອນ, ໃນຂອບເຂດການຢ້ຽມຢາມຝະລັ່ງ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ສອງຝ່າຍຢືນຢັນຄວາມປາດຖະໜາຢາກເຮັດໃຫ້ການພົວພັນ, ການຮ່ວມມືດ້ານປ້ອງກັນຊາດເລິກເຊິ່ງກວ່າອີກ; ເພີ່ມທະວີການເຈລະຈາຍຸດທະສາດ, ເປີດກວ້າງເນື້ອໃນການຮ່ວມມືດ້ານປ້ອງກັນຊາດດ້ວຍບັນດາຮູບການໃໝ່, ມີຄວາມໄວ້ເນື້ອເຊື່ອໃຈສູງ, ເພີ່່ມທະວີການຮ່ວມມືລະຫວ່າງບັນດາກຸ່ມບໍລິສັດ, ວິສາຫະກິດອຸດສາຫະກຳດ້ານປ້ອງກັນຊາດ, ສືບຕໍ່ຮ່ວມມືບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ, ເປີດກວ້າງການຮ່ວມມືຄົ້ນຄວ້າກ່ຽວກັບບັນດາພະຍາດເຂດຮ້ອນ, ປິ່ນປົວພະຍາດອັນຕະລາຍ. ຝະລັ່ງ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ຜັນຂະຫຍາຍບັນດາຄະນະປະຕິບັດງານຮັກສາສັນຕິພາບຢູ່ບໍລິເວນບັນດາປະເທດໃຊ້ພາສາຝະລັ່ງ.

ບັນດາເອກະສານໄດ້ຮັບການລົງນາມ ແລະທິດທາງຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງໄດ້ຫັນເນື້ອໃນກຳນົດທິດໃນການພົບປະເຈລະຈາລະຫວ່າງການນຳສູງສຸດຂອງຫວຽດນາມ ແລະຝະລັ່ງເປັນລະອຽດ, ສອດຄ່ອງກັບທັດສະນະ, ແນວທາງພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນກັບສາກົນຂອງພັກກອມມູນິດ ຫວຽດນາມເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ພ້ອມທັງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ບາດກ້າວພັດທະນາໃນການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ. ກ່າວຄຳເຫັນທີ່ວັງ Élysée ໃນວັນທີ 27 ມີນາ 2018 ເມື່ອຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານາທິບໍດີ Emmanuel Macron ຢືນຢັນວ່າ: ພວກເຮົາຮ່ວມກັນຕິດພັນກັບການເຄົາລົບກົດໝາຍສາກົນ ກໍ່ຄື ຄວາມເສລີໃນການເດີນທະເລ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຝະລັ່ງ ຢືນຢັນວ່າ: ບໍ່ພຽງແຕ່ແມ່ນຄູ່ຮ່ວມມືຍຸດທະສາດເທົ່ານັ້ນ, ຫາກຍັງໃນອະນາຄົດ, ຝະລັ່ງປາດຖະໜາຢາກແມ່ນ “ຄູ່ຮ່ວມມືຍຸດທະສາດມີຄວາມໄວ້ເນື້ອເຊື່ອໃຈ”, ຄຽງບ່າຄຽງໄຫຼ່ກັບຫວຽດນາມ ເມື່ອຍາມທີ່ມີຄວາມສະດວກ ກໍ່ຄືຍາມທີ່ປະສົບກັບຄວາມຫຍຸ້ງຍາກອີກດ້ວຍ. ສິ່ງດັ່ງກ່າວ ໄດ້ຢືນຢັນເຖິງຄຸນຄ່າຂອງການພົວພັນຄູ່ຮ່ວມມືຍຸດທະສາດ, ບົດບາດສຳຄັນຂອງການພົວພັນຕ່າງປະເທດເວົ້າລວມ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດເວົ້າສະເພາະ, ແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຜົນປະໂຫຍດຍຸດທະສາດສະຫຼັບກັນ, ຍາດແຍ່ງເອົາຄວາມສະໜັບສະໜູນຂອງສາກົນ ເພື່ອສະກັດກັ້ນ, ຍູ້ຖອຍໄພອັນຕະລາຍ, ສິ່ງທ້າທາຍ, ປະຕິບັດການປົກປັກຮັກສາປະເທດແຕ່ຢູ່ໄກ.

ໝາກຜົນແຫ່ງການພົວພັນຮ່ວມມືລະຫວ່າງຫວຽດນາມ-ຝະລັ່ງ ໃນບັນດາຂົງເຂດເວົ້າລວມ, ຂົງເຂດປ້ອງກັນຊາດເວົ້າສະເພາະໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບຂອງຝະລັ່ງກັບຫວຽດນາມ.

ໂດຍຮັບຮູ້ຢ່າງຖືກຕ້ອງ, ມີຄວາມໝາຍຢ່າງຄົບຖ້ວນ, ຄວາມສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຝະລັ່ງ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ບົນພື້ນຖານແນວທາງ, ທັດສະນະພົວພັນຕ່າງປະເທດຂອງພັກ, ພວກເຮົາຕ້ອງຜັນຂະຫຍາຍປະຕິບັດແຜນງານ “ເຊື່ອມໂຍງເຂົ້າກັບສາກົນດ້ານປ້ອງກັນຊາດຮອດປີ 2030”; ບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຢ້ຽມຢາມຝະລັ່ງ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນຢ່າງດີ, ມີປະສິດທິຜົນ ແລະບັນດາເອກະສານທີ່ຈະໄດ້ຮັບການລົງນາມໃນບັນດາການຢ້ຽມຢາມຝະລັ່ງ ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃນໄລຍະຈະມາເຖິງ.

 

ແປໂດຍ: ຮຸຍດົງ