ການຢ້ຽມຢາມແມ່ນຂີດໝາຍສໍາຄັນ, ປະກອບສ່ວນຍົກສູງຖານະບົດບາດຂອງຫວຽດນາມ ເມື່ອສອງປະເທດຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການກົງກັບໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (26/2/1973-26/2/2018) ແລະກອງປະຊຸມຂັ້ນສູງພິເສດອາຊຽນ-ອົດສະຕາລີ ຄັ້ງທໍາອິດທີ່ຈະດໍາເນີນຢູ່ອົດສະຕາລີ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ເດືອນ ພະຈິກ 2017. ພາບ: ສໍານັກຂ່າວສານຫວຽດນາມ.

ການພົວພັນສອງຝ່າຍໄດ້ຮັບການພັດທະນາຢ່າງວ່ອງໄວ, ແທດຈິງ, ມີປະສິດທິຜົນ

ອົດສະຕາລີ ຕີລາຄາຫວຽດນາມ ແມ່ນຄູ່ຮ່ວມມືກຸນແຈໃນສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຕີລາຄາສູງບົດບາດຂອງຫວຽດນາມ ໃນອາຊຽນ, ສະເໜີສອງຝ່າຍຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ສອງຝ່າຍຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຢ່າງດີ ຜ່ານການແລກປ່ຽນຄະນະ, ການລົງນາມໃນຂໍ້ຕົກລົງຮ່ວມມືຕ້ານ ແລະສະກັດກັ້ນ ອາດຊະຍາກໍາ, ຄຸ້ມຄອງການເຂົ້າ-ອອກເມືອງ,  ຕ້ານການອົບພະຍົບຢ່າງຜິດກົດໝາຍ...

ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືບໍາລຸງສ້າງຮັກສາສັນຕິພາບ ແລະການເກັບກູ້ລະເບີດບໍ່ທັນແຕກ (ປີ 2016). ກ່ຽວກັບດ້ານເສດຖະກິດ, ການຄ້າ, ປະຈຸບັນ ອົດສະຕາລີ ແມ່ນຄູ່ຄ້າໃຫຍ່ທີ 8 ຂອງຫວຽດນາມ. ວົງເງິນການຄ້າສອງປະເທດເຕີບໂຕໃນລະດັບປານກາງແມ່ນກວ່າ 7% ແຕ່ລະປີ; ປີ 2017 ບັນລຸໄດ້ເກືອບ 6,5 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ປີ 2016).

ໃນຂົງເຂດການລົງທຶນ, ໄລ່ຮອດປະຈຸບັນ, ອົດສະຕາລີ ມີ 412 ໂຄງການລົງທຶນດ້ວຍຍອດຈຳນວນທຶນ 1,8 ຕື້ໂດລາສະຫະລັດ, ຢືນອັນດັບທີ 20/126 ປະເທດ ແລະເຂດແຄວ້ນ ລົງທຶນເຂົ້າຫວຽດນາມ. ໃນຂະນະນັ້ນ, ປະຈຸບັນ ຫວຽດນາມ ມີ 44 ໂຄງການລົງທຶນໂດຍກົງຢູ່ປະເທດອົດສະຕາລີ ລວມຍອດມູນຄ່າ 387,1 ລ້ານໂດລາສະຫະລັດ. ອົດສະຕາລີ ກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍທີ່ຊ່ວຍເຫຼືອລ້າ ODA ໃຫຍ່ທີ່ສຸດໃຫ້ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ເດືອນ ພະຈິກ 2017. ພາບ: ສໍານັກຂ່າວສານຫວຽດນາມ.

ການສຶກສາແມ່ນຂົງເຂດຮ່ວມມືຢ່າງແຮງລະຫວ່າງສອງປະເທດ. ຕາມນັ້ນແລ້ວ, ຝ່າຍອົດສະຕາລີ ສະໜອງຫຼາຍທຶນສຶກສາຕາມບັນດາລາຍການໄລຍະຍາວ ແລະໄລຍະສັ້ນໃຫ້ແກ່ຫວຽດນາມ. ສອງປະເທດຍູ້ແຮງການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງດ້ວຍການປະກາດລາຍການຄູ່ຮ່ວມມືປ່ຽນແປງໃໝ່ຫວຽດນາມ-ອົດສະຕາລີ (Aus4Innovation) ໃນເດືອນ ພະຈິກ 2017. ໃນຂົງເຂດຮ່ວມມືພາກພື້ນ ແລະສາກົນ, ສອງປະເທດຮ່ວມມືເປັນຢ່າງດີຢູ່ບັນດາເວທີປາໄສພາກພື້ນ ແລະສາກົນຄືອາຊຽນ, ກອງປະຊຸມຂັ້ນສູງອາຊີຕາເວັນອອກສ່ຽງໃຕ້ (EAS)...

ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອົດສະຕາລີ

ກອງປະຊຸມຂັ້ນສູງພິເສດອາຊຽນ-ອົດສະຕາລີ ແມ່ນກອງປະຊຸມຂັ້ນສູງຄັ້ງທໍາອິດລະຫວ່າງສອງຝ່າຍ ເຊິ່ງໄດ້ຈັດຕັ້ງຢູ່ອົດສະຕາລີ. ກອງປະຊຸມມີຫົວຂໍ້ທີ່ວ່າ “ເພີ່ມທະວີຄວາມໝັ້ນຄົງ ແລະວັດທະນາຖາວອນຢູ່ພາກພື້ນ” ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ Malcolm Turnbull ເພື່ອຢັ້ງຢືນຄືນຄໍາໝັ້ນສັນຍາຂອງປະເທດອົດສະຕາລີ ໃນການຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ ໃນໄລຍະໃໝ່.

ກ່ຽວກັບການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ອົດສະຕາລີ ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນດາເວທີປາໄສ, ກົນໄກພາກພື້ນ ໂດຍອາຊຽນ ລິເລີ່ມ ແລະນຳພາຄືກອງປະຊຸມຂັ້ນສູງອາຊີຕາເວັນອອກສ່ຽງໃຕ້, ເວທີປາໄສພາກພື້ນອາຊຽນ...

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ອົດສະຕາລີ ແມ່ນຄູ່ຮ່ວມມືເສດຖະກິດ-ການຄ້າສໍາຄັນຂອງອາຊຽນ. ອົດສະຕາລີ ແມ່ນຄູ່ຮ່ວມມືໃຫຍ່ທີ 7 ຂອງອາຊຽນ, ໃນຂະນະນັ້ນ ອາຊຽນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 3 ຂອງອົດສະຕາລີ. ກ່ຽວກັບສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ (AANZFTA), ປະຈຸບັນບັນດາຝ່າຍພວມດຳເນີນການກວດກາສັງລວມ ເພື່ອແນໃສ່ປັບປຸງການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງບັນດາຝ່າຍຜ່ານການຊຸກຍູ້ການປະຕິບັດບັນດາຄໍາໝັ້ນສັນຍາຂອງສັນຍາຢ່າງມີປະສິດທິຜົນກວ່າອີກ.

ໃນຂົງເຂດຮ່ວມມືດ້ານວັດທະນະທໍາ-ສັງຄົມ, ອົດສະຕາລີ ສະຫງວນບຸລິມະສິດສູງ ແລະແມ່ນໜຶ່ງໃນບັນດາຄູ່ຮ່ວມມືເຂົ້າຮ່ວມການຮ່ວມມືຕັ້ງໜ້າທີ່ສຸດກັບອາຊຽນ ໃນຂົງເຂດຄຸ້ມຄອງໄພທໍາມະຊາດ. ອົດສະຕາລີ ໄດ້ສ້າງຕັ້ງສະພາອາຊຽນ-ອົດສະຕາລີ ເພື່ອແນໃສ່ເພີ່ມທະວີການຮ່ວມມືຂອງອົດສະຕາລີ ກັບອາຊຽນ ຜ່ານບັນດາຂົງເຂດການຄ້າ, ການສຶກສາ, ວິທະຍາສາດ... ນອກຈາກນັ້ນ, ອົດສະຕາລີ ກໍ່ເອົາໃຈໃສ່ເຖິງບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະມອບສິດໃຫ້ແກ່ແມ່ຍິງ.

ກ່ຽວກັບການຮ່ວມມືພັດທະນາ, ລັດຖະບານອົດສະຕາລີ ໄດ້ອຸປະຖໍາທຶນໃຫ້ໂຄງການຮ່ວມມືດ້ານເສດຖະກິດອາຊຽນ-ອົດສະຕາລີ (AAECP) ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງອົດສະຕາລີ ແລະອາຊຽນ ໃນຂົງເຂດຕ່າງໆທີ່ບຸລິມະສິດພັດທະນາຢູ່ພາກພື້ນ. ອົດສະຕາລີ ກໍ່ຢັ້ງຢືນຈະໜູນຊ່ວຍອາຊຽນ ຮັດແຄບຊ່ອງຫວ່າງ, ກໍ່ສ້າງປະຊາຄົມ;  ປະຕິບັດແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ (MPAC) 2025...

ແປໂດຍ: ຫງວຽນກຸກ