leftcenterrightdel
ພາບປະກອບຄັດຈາກ: qdnd

ປີຜ່ານມາ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໄດ້ມານະພະຍາຍາມຜ່ານຄວາມທຸກຍາກ, ການທົດສອບນາໆປະການ, ບັນລຸໄດ້ຜົນງານຮອບດ້ານ, ດ້ວຍຫຼາຍຂີດໝາຍແຫ່ງການບືນຕົວຂຶ້ນບັນລຸຜົນສຳເລັດ. ເສດຖະກິດເຕີບໂຕລື່ນກາຍແຜນການທີ່ໄດ້ວາງອອກ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ, ເພີ່ມທະວີ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ; ຖານະບົດບາດ ແລະອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີ່ປາໄສສາກົນສືບຕໍ່ໄດ້ຮັບການຍົກສູງ, ປະກອບສ່ວນສຳຄັນຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງເພື່ອພັດທະນາປະເທດຊາດ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງ. ໃນຜົນງານລວມອັນໃຫຍ່ຫຼວງນັ້ນມີການປະກອບສ່ວນຂອງພະນັກງານ, ນັກຮົບທົ່ວກອງທັບ.

ສອງປີທຳອິດຂອງອະຍຸການກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ພິເສດແມ່ນໃນປີ 2017, ພັກກອມມູນິດຫວຽດນາມ ໄດ້ຊີ້ນຳ, ນຳພາຢ່າງຂ້ຽວຂາດ, ວາງອອກບັນດາລັດຖະນະໂຍບາຍຢ່າງຖືກຕ້ອງ, ມີຫົວຄິດປະດິດສ້າງ ແລະນຳພາອົງການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ນຳປະເທດຊາດພັດທະນາໄວ, ຍືນຍົງ. ສູນກາງໄດ້ປະກາດໃຊ້ບັນດາມະຕິສຳຄັນກ່ຽວກັບການກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ສັບຊ້ອນລະບົບການເມືອງໃຫ້ກະທັດຮັດ, ເຄື່ອນໄຫວມີປະສິດທິພາບ ແລະປະສິດທິຜົນ. ກ່ຽວກັບການພັດທະນາເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ, ຍົກສູງສະມັດຕະພາບແຮງງານ, ຄຸນນະພາບ, ປະສິດທິຜົນ, ຄວາມແກ່ງແຍ້ງຂອງພື້ນຖານເສດຖະກິດ; ກ່ຽວກັບການເບິ່ງແຍງດູແລຮັບປະກັນຊີວິດສັງຄົມ, ກໍ່ສ້າງຄົນ...

ບັນດາມະຕິຂອງສູນກາງທັງເປັນພື້ນຖານ, ທັງມີຄວາມຈຳເປັນ, ໄດ້ເຂົ້າສູ່ຊີວິດການເປັນຢູ່ຢ່າງແທ້ຈິງ. ພິເສດ, ເລື່ອງປັບປຸງລະບຽບກົດໝາຍ, ເຮັດໃຫ້ກົງຈັກພັກ, ລັດ ປອດໃສ, ສະກັດກັ້ນ ແລະ ຍູ້ໄພສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ໃຫ້ຖອຍໄປ; ແກ້ໄຂຢ່າງເຂັ້ມງວດ, ບໍ່ມີ “ເຂດຫ້າມ” ຕໍ່ກັບພະນັກງານ, ສະມາຊິກພັກ,  ອົງການຈັດຕັ້ງພັກທຸກຂັ້ນທີ່ມີການລະເມີດ, ບັນດາຄະດີສໍ້ລາດບັງຫຼວງຂະໜາດໃຫຍ່...ສະແດງໃຫ້ເຫັນຄວາມຂຸ້ນຂ້ຽວຂອງພັກ, ຄວາມເຄັ່ງຄັດຂອງກົດໝາຍ ແລະກົດລະບຽບຂອງພັກ; ຕອບສະໜອງຄວາມມຸ່ງມາດປາດຖະໜາ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.

ປີ 2018 ແມ່ນປີບານພັບຂອງແຜນການພັດທະນາດ້ານເສດຖະກິດ-ສັງຄົມໄລຍະ 5 ປີ 2016-2020. ໃນພຶດຕິກຳຕົວຈິງແຫ່ງພາລະກິດປ່ຽນແປງໃໝ່ໄດ້ວາງອອກ ແລະຮຽກຮ້ອງພວກເຮົາຕ້ອງສືບຕໍ່ປ່ຽນແປງໃໝ່ຢ່າງແຮງກ່ວາອີກ. ຄວາມສະດວກ ແລະຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫຼັບກັນ, ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ ແລະທົ່ວລະບົບການເມືອງຕ້ອງມີການກະທຳຢ່າງຂ້ຽວຂາດ, ຮ່ວມແຮງຮ່ວມໃຈ, ກຳແໜ້ນກາລະໂອກາດ, ສ້າງພື້ນຖານຢ່າງໝັ້ນຄົງ, ສ້າງກຳລັງໜູນໃຫ້ແກ່ບັນດາໄຊຊະນະ, ການບຸກບືນຢ່າງຮຸ່ນແຮງກ່ວາອີກໃນຊຸມປີຕໍ່ໄປ.

ພວກເຮົາກໍ່ຊີ້ອອກບັນດາສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດ, ຄວາມຂາດຕົກບົກຜ່ອງ, ບັນດາປະກົດການຫຍໍ້ທໍ້, ການສໍ້ຫຼາດບັງຫຼວງ, ສະພາບເຊື່ອມທາດຂາດຄຸນກ່ຽວກັບຄຸນສົມບັດ, ວິຖີຊີວິດຂອງພະນັກງານ, ສະມາຊິກພັກພາກສ່ວນໜຶ່ງເພື່ອພ້ອມກັນຕັດສິນໃຈແກ້ໄຂ, ຕິດພັນກັບການເພີ່ມທະວີລະບຽບກົດໝາຍບໍລິຫານ, ຍົກສູງຄວາມຮັບຜິດຊອບຂອງບຸກຄົນ, ຕາມທິດ ນຳທີ່ລັດໄດ້ວາງອອກ: “ລະບຽບກົດໝາຍ, ສັດຊື່ບໍລິສຸດ, ການກະທຳ, ຫົວຄິດປະດິດສ້າງ, ປະສິດທິຜົນ”.

ເກິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ແມ່ນໜ້ອຍ, ແຕ່ວ່າທົ່ວປະຊາຊົນ, ທົ່ວກອງທັບຍາມໃດ້ກໍ່ຕັ້ງຄວາມໄວ້ເນື້ອເຊື່ອໃຈ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ໄຊຊະນະຂອງພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະປົກປັກຮັກສາປະເທດຊາດ.

ຕ້ອນຮັບລະດູບານໃໝ່ ປີຈໍ 2018 ກໍ່ກົງກັບໂອກາດສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງພັກ. ພັກຕິດພັນກັບລະດູບານໃໝ່ຂອງດິນຟ້າ, ລະດູບານໃໝ່ຂອງຊົນຊາດ. ພວກເຮົາເຊື່ອໝັ້ນຕໍ່ກຳລັງແຮງແຫ່ງຄວາມສາມັກຄີຂອງຊົນຊາດວິລະຊົນ, ທີ່ເຄີຍຜ່ານຫຼາຍປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດມາເປັນເວລານັບພັນປີ; ເຊື່ອໝັ້ນຕໍ່ຄຸນນະທາດ ຂອງພັກສັດຈະທຳປະຕິວັດແທ້ຈິງ, ມີປະສົບການນຳພາ, ຍາມໃດກໍ່ສະໜິດຕິດພັນເລືອດເນື້ອກັບປະຊາຊົນ. ແນວຄິດ ໂຮ່ຈີ໋ມິນ, ການນຳພາຂອງພັກຍາມໃດກໍ່ເຍື່ອງທາງ, ຊີ້ທິດ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ນຳການປະຕິວັດຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ.

ແປໂດຍ: ຮຸຍດົງ