ໂດຍໄດ້ຮັບຄຳເຊີນຂອງທ່ານ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີສອງ ໄດ້ດຳເນີນໃນວັນທີ 10 ມັງກອນ ຢູ່ ພະນົມເປັນ, ກຳປູເຈຍ

ນີ້ແມ່ນກອງປະຊຸມມີລັກສະນະປະຈຳໄລຍະ, ໄດ້ຈັດຕັ້ງສອງປີໜຶ່ງຄັ້ງດ້ວຍການໝູນວຽນລະຫວ່າງບັນດາປະເທດສະມາຊິກ. ກອງປະຊຸມຄັ້ງນີ້ໂດຍກຳປູເຈຍ ແລະ ຈີນເປັນປະທານຮ່ວມກັນຈັດຕັ້ງ. ກອງປະຊຸມໄດ້ດຳເນີນໃນສະພາບທີ່ອະນຸພາກພື້ນແມ່ນ້ຳຂອງ ກຳລັງຢືນຢູ່ຕໍ່ໜ້າກາລະໂອກາດຫຼາຍຢ່າງເພື່ອສືບຕໍ່ບືນຕົວຂຶ້ນຢ່າງແຮງ, ແຕ່ກໍ່ຕ້ອງແກ້ໄຂສິ່ງທ້າທາຍບໍ່ໜ້ອຍນັບທັງດ້ານຄວາມໝັ້ນຄົງ ແລະການພັດທະນາ, ພິເສດແມ່ນມົນລະພິດສິ່ງແວດລ້ອມ, ຊັບພະຍາກອນນ້ຳ, ການປ່ຽນແປງຂອງດິນຟ້າອາກາດ. ດ້ວຍຫົວຂໍ້ວ່າ “ແມ່ນ້ຳແຫ່ງສັນຕິພາບ ແລະພັດທະນາແບບຍືນຍົງຂອງພວກເຮົາ”, ກອງປະຊຸມຂັ້ນສູງຮ່ວມມືແມ່ນ້ຳຂອງ -  ແມ່ນ້ຳລ້ານຊ້າງ ຄັ້ງທີສອງ ຈະກວດກາຄືນການຮ່ວມມືນັບແຕ່ພາຍຫຼັງກອງປະຊຸມຂັ້ນສູງ ຄັ້ງທີໜຶ່ງ ແລະປຶກສາຫາລືທິດທາງຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຂັ້ນສູງຮ່ວມມືແມ່ນ້ຳຂອງ -  ແມ່ນ້ຳລ້ານຊ້າງ ຄັ້ງທີສອງ. ພາບ: ສຳນັກຂ່າວສານຫວຽດນາມ.

ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງໄດ້ເລີ່ມຕົ້ນເຄື່ອນໄຫວລະຫວ່າງ 6 ປະເທດ ຈີນ, ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ ແລະ ໄທ ຢ່າງເປັນທາງການ. ທີ່ກອງປະຊຸມຂັ້ນສູງ ຄັ້ງທີໜຶ່ງ ເຊິ່ງໄດ້ດຳເນີນຢູ່ ສປ ຈີນ ໃນເດືອນ ມີນາ 2016. ໃນຂະນະທີ່ເປົ້າໝາຍກວມລວມແມ່ນຊຸກຍູ້ການຮ່ວມມືຮອບດ້ານເພື່ອກໍ່ສ້າງປະຊາຄົມມີຄວາມຮັບຜິດຊອບ ແລະຜົນປະໂຫຍດລວມຢູ່ອະນຸພາກພື້ນແມ່ນ້ຳຂອງ, ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຍັງມຸ່ງໄປເຖິງບັນດາເປົົ້າໝາຍອື່ນເຊິ່ງລວມມີ: ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ການຮັກສາສັນຕິພາບ ແລະຄວາມໝັ້ນຄົງ, ຊຸກຍູ້ການພັດທະນາແບບຍືນຍົງ, ຫຼຸດຜ່ອນຄວາມທຸກຍາກ, ຮັດແຄບຊ່ອງຫວ່າງການພັດທະນາ, ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະທົ່ວໂລກຢ່າງຮອບດ້ານ; ເພີ່ມທະວີນ້ຳໃຈມິດຕະພາບ ແລະການພົວພັນຖານບ້ານໃກ້ເຮືອນຄຽງລະຫວ່າງປະຊາຊົນບັນດາປະເທດເປັນຢ່າງດີ. ການຮ່ວມມືແມ່ນ້ຳຂອງ -  ແມ່ນ້ຳລ້ານຊ້າງ ໄດ້ອີງຕາມຫຼັກການເຫັນດີເຫັນພ້ອມ, ສະເໝີພາບ, ສົມທົບພ້ອມກັນມີຜົນປະໂຫຍດ, ເຄົາລົບກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ.

ຈີນ, ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ ແລະ ໄທ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ບົນສາມເສົາຄ້ຳແມ່ນການເມືອງ ແລະຄວາມໝັ້ນຄົງ; ເສດຖະກິດ ແລະການພັດທະນາແບບຍືນຍົງ; ວັດທະນະທໍາ, ສັງຄົມ ແລະພົບປະແລກປ່ຽນປະຊາຊົນ. ຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ໄດ້ວາງຈຸດສຸມເຂົ້າ 5 ຂົງເຂດບູລິມະສິດແມ່ນຄຸ້ມຄອງຊັບພະຍາກອນນ້ຳ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງ 6 ປະເທດ; ການຮ່ວມມືພັດທະນາກຳລັງຄວາມສາມາດໃນການຜະລິດ; ຮ່ວມມືດ້ານເສດຖະກິດຂ້າມຊາດ; ຮ່ວມມືດ້ານກະສິກຳ ແລະຫຼຸດຜ່ອນຄວາມທຸກຍາກ.

ມາຮອດປະຈຸບັນ, ການຮ່ວມມືແມ່ນ້ຳຂອງ -  ແມ່ນ້ຳລ້ານຊ້າງ ໄດ້ຜັນຂະຫຍາຍການເຄື່ອນໄຫວຈຳນວນໜຶ່ງຄື: ສ້າງຕັ້ງບັນດາກຸ່ມປະຕິບັດງານສະເພາະກິດກ່ຽວກັບຊັບພະຍາກອນນ້ຳ, ຫຼຸດຜ່ອນຄວາມທຸກຍາກ, ເຊື່ອມຕໍ່, ຮ່ວມມືດ້ານກຳລັງຄວາມສາມາດໃນການຜະລິດ; ຜັນຂະຫຍາຍບາງໂຄງການຂຶ້ນກັບບັນຊີລາຍຊື່ໂຄງການ “ເກັບກ່ຽວໂດຍໄວ” ເຊິ່ງໄດ້ຮັບຮອງເອົາຢູ່ກອງປະຊຸມຂັ້ນສູງ ຄັ້ງທີໜຶ່ງ ຄື: ໂຄງການພົບປະແລກປ່ຽນພະນັກງານ, ໂຄງການຜ່າຕັດຕາມະນຸດສະທຳ, ເວທີປາໄສການຮ່ວມມືລະຫວ່າງແມ່ຍິງ, ເວທີປາໄສການຮ່ວມມືລະຫວ່າງບັນດານະຄອນທ່ອງທ່ຽວແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ; ສ້າງຕັ້ງຄະນະເລຂາ/ ອົງການປະສານງານລະດັບຊາດຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງຢູ່ແຕ່ລະປະເທດ.

ນັບແຕ່ວິວັດແຫ່ງການສ້າງຕັ້ງຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊາ້ງ, ຫວຽດນາມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີການປະກອບສ່ວນກ່ຽວກັບເນື້ອໃນ, ຂົງເຂດຮ່ວມມືຫຼ່າຍຢ່າງ. ຫວຽດນາມໄດ້ຈັດສົ່ງຄະນະຜູ້ແທນເຂົ້າຮ່ວມບັນດາກອງປະຊຸມກຸ່ມປະຕິບັດງານ, ຕິດຕາມວິວັດການຜັນຂະຫຍາຍບັນດາໂຄງການ, ໂຄງການຮ່ວມມືໃນຂອບເຂດຮ່ວມມືດັ່ງກ່າວ ແລະສະເໜີແນະຫຼາຍຂົງເຂດຮ່ວມມື. ສິ່ງເປັນໜ້າສົນໃຈແມ່ນຢູ່ກອງປະຊຸມຂັ້ນສູງ ຄັ້ງທີໜຶ່ງ, ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ໃຫ້ເຂົ້າສູ່ແທດຈິງ, ຫວຽດນາມ ໄດ້ສະເໜີສາມໂຄງການ ແລະໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາປະເທດນຳເຂົ້າບັນຊີລາຍຊື່ບັນດາໂຄງການ “ເກັບກ່ຽວໂດຍໄວ” ເພື່ອຜັນຂະຫຍາຍໄລຍະຕົ້ນຂອງການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ. ທັງສາມໂຄງການດັ່ງກ່າວລ້ວນແຕ່ມີຜົນປະໂຫຍດຢ່າງແທດຈິງ, ສອດຄ່ອງກັບບູລິມະສິດຂອງການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ.

ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີສອງແມ່ນເພື່ອແນໃສ່ປະກອບສ່ວນຍົກອອກບັນດາໂຄງການຮ່ວມມືໃນກົນໄກນີ້ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ພ້ອມທັງຍົກສູງຮູບພາບຫວຽດນາມ ສືບຕໍ່ປ່ຽນແປງໃໝ່, ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບເຂົ້າບັນດາເນື້ອໃນຮ່ວມມືພາກພື້ນ ແລະອະນຸພາກພື້ນ, ຈາກນ້ັນປົກປັກຮັກສາບັນດາຜົນປະໂຫຍດຂອງຫວຽດນາມ ຢ່າງມີປະສິດທິຜົນ.

ພວກເຮົາເຊື່ອໝ້ັນວ່າ, ກອງປະຊຸມຂັ້ນສູງ ຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ, ຜ່ານນັ້ນປະກອບສ່ວນນຳເອົາການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ນັບມື້ນັບສວມບົດບາດສຳຄັນໃນການຊຸກຍູ້ການພັດທະນາແບບຍືນຍົງຢູ່ອະນຸພາກພື້ນແມ່ນ້ຳຂອງ, ປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມລະຫວ່າງ 6 ປະເທດສະມາຊິກ, ໜູນຊ່ວຍບັນດາປະເທດປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ ແລະເຮັດໃຫ້ການພົວພັນຮ່ວມມືຍຸດທະສາດອາຊຽນ-ຈີນ ເລິກເຊິ່ງກວ່າເກົ່າ.

 

ແປໂດຍ: ຮຸຍດົງ