ພາຍຫຼັງຫຼາຍປີທີ່ເຮັດວຽກຢ່າງລຳບາກຢູ່ຕ່າງປະເທດ,  ຫງວຽນອ໋າຍກວກ ໄດ້ຊອກເຫັນແສງສະຫວ່າງຂອງລັດທິ ມາກ-ເລນິນ ແລະການປະຕິວັດເດືອນຕຸລາ ລັດເຊຍ. ທ່ານໄດ້ຊອກເຫັນເສັ້ນທາງປົດປ່ອຍຊົນຊັ້ນ, ປົດປ່ອຍປະເທດຊາດ ຫວຽດນາມ ຈາກລັດທິມາກ-ເລນິນ ຄື “ປື້ມຄູ່ມືທີ່ມະຫັດສະຈັນ”.

leftcenterrightdel
V. I. Lenin ກັບການປະຕິວັດເດືອນຕຸລາ ລັດເຊຍ ຍິ່ງໃຫຍ່. ພາບປະກອບຈາກ: sggp. org.vn 

“ປື້ມຄູ່ມືທີ່ມະຫັດສະຈັນ”

ຄືການນັດໝາຍປະຫວັດສາດ, ທ່ານ ຫງວຽນອ໋າຍກວກ ຄັດເລືອກເສັ້ນທາງປົດປ່ອຍປະເທດ ຫວຽດນາມ ແມ່ນໄປຕາມເສັ້ນທາງການປະຕິວັດ ເດືອນ ຕຸລາ ລັດເຊຍ. “ຢາກກູ້ຊາດ,  ແລະ ປົດປ່ອຍຊາດບໍ່ມີເສັ້ນທາງໃດນອກຈາກເສັ້ນທາງປະຕິວັດ ກໍາມາຊີບ”. ນັ້ນແມ່ນການຄັດເລືອກຖືກຕ້ອງທີ່ສຸດ, ສອດຄ່ອງກັບທ່າອຽງສະໄໝ ແລະຄວາມປາດຖະໜາທີ່ແຮງກ້າຂອງປະຊາຊົນຫວຽດນາມ.

ໂດຍກໍານົດແຈ້ງວ່າການປະຕິວັດ ຫວຽດນາມ ແມ່ນຕ້ອງໄປຕາມການປະຕິວັດເດືອນຕຸລາ ລັດເຊຍ, ປະທານ ໂຮ່ຈິມິນ ໄດ້ຊີ້ແຈ້ງເສັ້ນທາງ, ກໍາລັງ, ວີທີການປະຕິວັດ ຫວຽດນາມ. ນັ້ນແມ່ນເສັ້ນທາງໂຄ່ນລົ້ມລະບອບລ່າເມືອງຂຶ້ນສັກດີນາ, ທຶນນິຍົມປະຕິການ, ຍາດເອົາເອກະລາດແຫ່ງຊາດ, ກ້າວຂຶ້ນສັງຄົມນິຍົມ. ກໍາລັງພື້ນຖານ ຂອງການປະຕິວັດແມ່ນກໍາມະກອນ ແລະຊາວນາ, ຍ້ອນວ່າ “ກໍາມະກອນ ແລະຊາວນາແມ່ນພື້ນຖານການປະຕິວັດ; ສ່ວນນັກຮຽນ, ພໍ່ຄ້ານ້ອຍ... ແມ່ນໝູ່ເພື່ອນຂອງການປະຕິວັດ”. ນໍາໃຊ້ວິທີການໃຊ້ຄວາມຮຸນແຮງຂອງມະຫາຊົນ, ຍ້ອນວ່າ “ເມື່ອປະຊາຊົນມີກຳລັງຈິດໃຈເຂັ້ມແຂງແຮງກ້າ, ສັດຕູໂຕໃດ, ປືນປະເພດໃດກໍ່ບໍ່ສາມາດຕ້ານຢັນໄດ້”. ປະທານ ໂຮ່ຈິມິນ ກໍ່ເນັ້ນໜັກວ່າ, ເພື່ອເຮັດໃຫ້ການປະຕິວັດ ຫວຽດນາມ ໄດ້ຮັບໄຊຊະນະ, ແມ່ນຕ້ອງກໍ່ສ້າງພັກທີ່ຈົ່ງຮັກພັກດີ, ຖືລັດທິມາກ-ເລນິນ ເປັນແກ່ນສານ. ເສັ້ນທາງປະຕິວັດໄດ້ຮັບການຢືນຢັນຢ່າງຈະແຈ້ງ ໃນບັນດາເອກະສານທີ່ຮັບຮອງເອົາຢູ່ກອງປະຊຸມທ້ອນໂຮມ ເປັນເອກະພາບ, ສ້າງຕັ້ງພັກກອມມູນິດ ຫວຽດນາມ ໃນວັນທີ 3 ກຸມພາ 1930, ການກໍາເນີດຂອງພັກກອມມູນິດຫວຽດນາມ, ດ້ວຍໂຄງການການເມືອງທີ່ຖືກຕ້ອງຂອງພັກແມ່ນໝາກຜົນແຫ່ງການຂົນຂວາຍ, ການພັດທະນາການປະຕິວັດໃນສະພາບຕົວຈິງຢູ່ ຫວຽດນາມ, ແມ່ນເໝາະສົມກັບທ່າອຽງ ຂອງສະໄໝທີ່ໄດ້ຮັບການເປີດອອກຈາກການປະຕິວັດເດືອນຕຸລາ ລັດເຊຍ, ອັນໄດ້ສິ້ນສຸດໄລຍະວິກິດການຂອງແນວທາງການປະຕິວັດຫວຽດນາມ.

ບໍ່ພຽງແຕ່ເຍືອງແສງກ່ຽວກັບທິດທະດີ, ບົດຮຽນ, ການເຕີບໃຫຍ່ເຂັ້ມແຂງຂອງ ສະຫະພາບ ໂຊວຽດ ແລະບັນດາໄຊຊະນະຕັດສິນຊີ້ຂາດຂອງກອງທັບແດງ ສໍາລັບລັດທິ ຟາດຊິດ ເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂສາກົນອັນສະດວກພາໃຫ້້ເກີດສະຖານະການ ແລະຊຸກຍູ້ກາລະໂອກາດສຸກງອມ ໃຫ້ແກ່ການປະຕິວັດ ຫວຽດນາມ.

ພ້ອມກັນປະຊາຊົນບັນດາປະເທດຫົວເມືອງຂຶ້ນໃນໂລກ, ປະຊາຊົນຫວຽດນາມ ພາຍໃຕ້ການນໍາພາຂອງພັກ ແລະປະທານ ໂຮ່ຈິມິນ ໄດ້ຍາດເອົາກາລະໂອກາດ “ພັນປີມີເທື່ອໜຶ່ງ”  “ເພື່ອນໍາກໍາລັງແຮງຂອງປະເທດເຮົາມາປົດປ່ອຍໃຫ້ ປະເທດເຮົາ” ດໍາເນີນການລຸກຮືຂຶ້ນໃນທົ່ວປະເທດສ້າງເປັນໄຊຊະນະຂອງການປະຕິວັດເດືອນສິງຫາ, ຖະແຫຼງປະກາດເອກະລາດ ແລະສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ເຊິ່ງແມ່ນລັດກຳມະກອນ ຊາວນາ ທໍາອິດຢູ່ອາຊີຕາເວັນອອກສ່ຽງໃຕ້. ນັບແຕ່ນັ້ນມາ, ການປະຕິວັດຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນຄື: ຕີເອົາຊະນະລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດ ອາເມລິກາ, ສໍາເລັດການປະຕິວັດຊາດ, ປະຊາທິປະໄຕປະຊາຊົນ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະກ້າວເຂົ້າສູ່ໄລຍະຂ້າມຜ່ານຂຶ້ນລັດທິສັງຄົມນິຍົມ.

ດ້ວຍຈິດໃຈສາກົນກໍາມາຊີບອັນສູງສົ່ງ, ສະຫະພາບ ໂຊວຽດ ໄດ້ໃຫ້ການສະໜັບສະໜູນ ພາລະກິດຕໍ່ສູ້ຍາດເອົາເອກະລາດ , ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ສ້າງລັດທິສັງຄົມນິຍົມຂອງປະຊາຊົນຫວຽດນາມ ຢ່າງໃຫຍ່ຫຼວງ, ຮອບດ້ານ.

ການເລືອກເຟັ້ນຢ່າງຖືກຕ້ອງ

ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່ປະເທດຊາດຢ່າງຮອບດ້ານ, ຕາມກໍານົດທິດສັງຄົມນິຍົມ, ຈາກບັນດາຄຸນຄ່າອະມະຕະ ຂອງການປະຕິວັດ ເດືອນຕຸລາ ລັດເຊຍ, ຈາກບັນດາບົດຮຽນສໍາເລັດຜົນ ແລະ ປະລາໄຊຂອງ ວິວັດການກໍ່ສ້າງລັດທິ ສັງຄົມນິຍົມໃນໂລກ, ພັກກອມມູນິດ ຫວຽດນາມ ສືບຕໍ່ນໍາພາການປະຕິວັດຫວຽດນາມ ຍາດເອົາຜົນງານສໍາຄັນຫຼາຍຢ່າງ. ຈາກປະເທດທີ່ທຸກຍາກ, ຫຼ້າຫຼັງ, ຖືກຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຈາກສົງຄາມ, ຖືກປິດລ້ອມຂວ້ຳບາດ, ຫວຽດນາມ ໄດ້ບືນຕົວຂຶ້ນ, ພັດທະນາເສດຖະກິດໄວພໍສົມຄວນຕາມທິດຫັນເປັນອຸດສາຫະກໍາ ແລະທັນສະໄໝ, ສ້າງເສດຖະກິດການຕະຫຼາດຕາມກໍານົດທິດສັງຄົມນິຍົມ ດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼານຮູບແບບກໍາມະສິດ, ຕັ້ງໜ້າ ແລະເປັນເຈົ້າການ ເຊື່ອມໂຍງເຂົ້າກັບສາກົນ.

ບົດບາດທີ່ຕັ້ງຂອງ ຫວຽດນາມໃນເວທີສາກົນນັບມື້ນັບໄດ້ຍົກສູງ. ຫວຽດນາມ ແມ່ນພາຄີ ຂອງສະຫະປະຊາຊາດ ແລະມີການພົວພັນກັບບັນດາ ປະເທດໃນໂລກເກືອບທັງໝົດ ພ້ອມກັບຫຼາຍອົງການຈັດຈັ້ງສາກົນ, ພາກພື້ນ.

ຜົນງານຂອງ ຫວຽດນາມ ແມ່ນຄວາມເປັນຈິງທີ່ມີຊີວິດຊີວາ ປະກອບສ່ວນຄັດຄ້ານການເສກສັນປັ້ນແຕ່ງ, ການປະຕິເສດຄຸນຄ່າ ຂອງການປະຕິວັດ ເດືອນຕຸລາ, ປະຕິເສດລັດທິມາກ-ເລນິນ ແລະເສັ້ນທາງກໍ່ສ້າງ ສັງຄົມນິຍົມ ຂອງ ຫວຽດນາມ. ພິຈະລະນາທັງດ້ານທິດສະດີ ແລະພຶດຕິກໍາຕົວຈິງ, ຜົນງານ ເຊິ່ງ ຫວຽດນາມ ຍາດມາໄດ້ໃນຊຸມປີຜ່ານມາ ໄດ້ພິສູດໃຫ້ເຫັນວ່າການເລືອກເຟັ້ນເສັ້ນທາງໄປຕາມການປະຕິວັດເດືອນ ຕຸລາ ຂອງປະທານ ໂຮ່ຈິມິນ, ຂອງພັກ ແລະປະຊາຊົນ ແມ່ນຖືກຕ້ອງທີ່ສຸດ.

 

ແປໂດຍ: ຫງວຽນກຸກ