ທີ່ການເຮັດວຽກ, ທ່ານ ດົນຕວນຟອງ ຮອງປະທານທັງເປັນເລຂາທິການໃຫຍ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການປະຕິບັດຂໍ້ສະຫຼຸບເລກທີ 102-KL/TW ຂອງຄະນະພັກສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ. ບົດລາຍງານສະແດງໃຫ້ເຫັນວ່າ, ໃນໄລຍະ 5 ປີແຫ່ງການປະຕິບັດຂໍ້ສະຫຼຸບດັ່ງກ່າວ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ເຊື່ອມຊຶມຢ່າງເລິກເຊິ່ງ ແລະຜັນຂະຫຍາຍຫຼາຍກິດຈະກຳພົວພັນຕ່າງປະເທດປະຊາຊົນ, ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງວຽກງານການຕ່າງປະເທດຂອງພັກ, ລັດ. ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືຢ່າງກົງໄປກົງມາບັນຫາຕ່າງໆທີ່ວາງອອກສໍາຫຼັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃນສະພາບການໃໝ່.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: dangcongsan.vn.

ສະຫຼຸບກອງປະຊຸມ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຕີລາຄາສູງບັນດາຜົນງານໃນການຜັນຂະຫຍາຍຂໍ້ສະຫຼຸບເລກທີ 102-KL/TW ຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ; ພ້ອມກັນນັ້ນ, ເນັ້ນໜັກວ່າ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃນວິວັດການກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ຂອງອົງການ, ຄວນສືບຕໍ່ຄົ້ນຄວ້າເພື່ອແນໃສ່ກໍານົດໜ້າທີ່ທີ່ເໝາະສົມກັບການພັດທະນາຂອງປະເທດຢ່າງຈະແຈ້ງ, ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນປະເທດຕ່າງໆໃນໂລກ, ປະກອບສ່ວນເຂົ້າໃນພາລະກິດລວມຂອງປະຊາຊົນໂລກເພື່ອສັນຕິພາບ,  ສະຖຽນລະພາບ ແລະການພັດທະນາ.

ໂດຍ: ຈາງຫງວຽນ