ທີ່ການຕ້ອນຮັບທ່ານ Li Qingkui ປະທານກຸ່ມບໍລິສັດເຄືອຂ່າຍໄຟຟ້າທິດໃຕ້ຂອງ ຈີນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍກຸ່ມບໍລິສັດເຄືອຂ່າຍໄຟຟ້າທິດໃຕ້ທີ່ປາດຖາໜາຢາກສ້າງຕັ້ງຮ່ວມທຸລະກິດກັບກຸ່ມບໍລິສັດພະລັງງານໄຟຟ້າຫວຽດນາມເພື່ອລົງທຶນເຂົ້າບັນດາໂຄງການໂຮງງານໄຟຟ້າຕ່າງໆຕາມຮູບການ BOT.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ Li Qingkui ປະທານກຸ່ມບໍລິສັດເຄືອຂ່າຍໄຟຟ້າທິດໃຕ້ຂອງ ຈີນ. ພາບ: TTXVN.

ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າກຸ່ມບໍລິສັດເມື່ອໄດ້ກໍ່ສ້າງ ແລະນຳເຂົ້າເຄື່ອນໄຫວບັນດາໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນຢູ່ຫວຽດນາມ ຕ້ອງເອົາໃຈໃສ່ຕໍ່ບັນຫາແກ້ໄຂຝຸ່ນຂີ້ເທົ່າເພື່ອປົກປັກຮັກສາສິ່ງແວດລ້ອມ. ຕາມນັ້ນ, ກຸ່ມບໍລິສັດຕ້ອງມີບັນດາມາດຕະການເພື່ອໃຫ້ບັນດາໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນບໍ່ສົ່ງຜົນກະທົບຕໍ່ການ ທ່ອງທ່ຽວທະເລຢູ່ແຂວງ ນິງຖ້ວນ ກໍ່ຄືບໍ່ສົ່ງຜົນກະທົບເຖິງບັນດາເຂດລ້ຽງປູກສິນໃນນ້ຳຢູ່ເຂດທົ່ງພຽງແມ່ນ້ຳຂອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີການນຳກຸ່ມບໍລິສັດແບ່ງປັນບົດຮຽນຂອງ ຈີນ ແລະມີມາດຕະການນຳໃຊ້ເສດຖ່ານຈາກບັນດາໂຮງງານໄຟຟ້າຄວາມຮ້ອນເພື່ອປູພື້ນຫົນທາງ ຫຼື ວັດສະດຸກໍ່ສ້າງຢ່າງມີປະສິດທິຜົນ.

ຕ້ອນຮັບທ່ານ Omiya Hideaki ປະທານກຸ່ມບໍລິສັດອຸດສາຫະກຳ Mitsubishi, ທ່ານ ຫງວຽນຊວນຟຸກ ຕີລາຄາສູງກຸ່ມບໍລິສັດພວມລົງທຶນ ຢ່າງມີປະສິດທິຜົນເຂົ້າບາງໂຄງການເຕັກໂນໂລຢີສູງຢູ່ຫວຽດນາມ, ໃນນັ້ນມີໂຮງງານຜະລິດເຄື່ອງອາໄຫຼ່ເຮືອບິນຢູ່ຮ່າໂນ້ຍ. ປະຈຸບັນ, Mitsubishi ພວມສະໜອງທຶນສຶກສາຈຳນວນໜຶ່ງໃຫ້ບັນດານັກສຶກສາດີເດັ່ນຫວຽດນາມ ໄປຮຽນ 5 ປີ ຢູ່ມະຫາວິທະຍາໄລຂອງ ຍີ່ປຸ່ນ ແລ້ວກັບຄືນມາເຮັດວຽກຢູ່ຫວຽດນາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Omiya Hideaki, ປະທານກຸ່ມບໍລິສັດອຸດສາຫະກຳ Mitsubishi (ຍີ່ປຸ່ນ). ພາບ: TTXVN.

ຈາກບັນດາຜົນງານດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ Mitsubishi ເປີດກ້ວາງການລົງທຶນບັນດາໂຄງການເຕັກໂນໂລຢີສູງຢູ່ ຫວຽດນາມ ກໍ່ຄືເພີ່ມທະວີການບຳລຸງສ້າງກ່ວາອີກ, ໂດຍສະເພາະ ແມ່ນນັກເຕັກນິກ ແລະນັກວິສະວະກອນຈາກບັນດານັກສຶກສາທີ່ມີຄວາມເກັ່ ກ້າສາມາດຂອງຫວຽດນາມ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທີ່ນະຄອນ ດ່າໜັ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດາວິ ສາຫະກິດພາຍໃນ ແລະຕ່າງປະເທດທີ່ອຸປະຖຳໃຫ້ສັບປະດາຂັ້ນສູງ APEC.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບການນຳບັນດາວິສາຫະກິດພາຍໃນປະເທດ ແລະຕ່າງປະເທດທີ່ອຸປະຖຳໃຫ້ສັບປະດາຂັ້ນສູງ APEC. ພາບ:  VGP/ກວາງຮ໋ຽວ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາວິສາຫະກິດໄດ້ອຸປະຖຳໃຫ້ເຫດການການເມືອງ, ເສດຖະກິດ ແລະ ພົວພັນຕ່າງປະເທດສຳຄັນນີ້ຂອງຫວຽດນາມ ເພື່ອພ້ອມກັບລັດຖະບານສ້າງຜົນສຳເລັດຂອງປີ APEC 2017. ທ່ານນາຍົກລັດຖະມົນຕີ ເນັ້ນໜັກ, ສັບປະດາຂັ້ນສູງ APEC ມີຄວາມໝາຍສຳຄັນຍິ່ງຍ້ອນວ່າໄດ້ເຕົ້າໂຮມການນຳ ແລະວິສາຫະກິດຂອງບັນດາພື້ນຖານເສດຖະກິດແຖວໜ້າໃນໂລກ. ນີ້ກໍ່ແມ່ນກາລະໂອກາດສຳຄັນເພື່ອໃຫ້ຫວຽດນາມ ຊຸກຍູ້ວິວັດທະນາການຫັນການຄ້າເປັນເສລີ, ພ້ອມທັງກໍ່ແມ່ນໂອກາດເພື່ອໃຫ້ບັນດາພື້ນຖານເສດຖະກິດສະມາຊິກເຂົ້າໃຈຢ່າງຈະແຈ້ງກ່ວາກ່ຽວກັບຊາວຫວຽດນາມ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.  ຍ້ອນເຫດນັ້ນບັນດານັກອຸປະຖຳໄດ້ຮ່ວມເດີນທາງ ແລະຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານສ້າງຜົນສຳເລັດຂອງສັບປະດາຂັ້ນສູງ APEC, ຜ່ານນັ້ນ, ບັນດາການນຳຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ຈະຍົກອອກມາບັນດາມາດຕະການດີທີ່ສຸດເພື່ອພ້ອມກັນ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”

 

ແປໂດຍ: ຮຸຍດົງ