leftcenterrightdel
ຮູບພາບດິນເຜົາເຄືອບທ່ານປະທານາທິບໍດີອາເມລິກາ Donald Trump ແລະທ່ານນາຍົກລັດຖະມົນຕີການາດາ Justin Trudeau. ພາບ: thanhnien.vn

ຫວ່າງແລ້ວນີ້, ທີ່ຫໍພິພິທະພັນວິຈິດສິນຫວຽດນາມ (66 ຫງວຽນທ໋າຍຫອກ, ຮ່າໂນ້ຍ) ກະຊວງຖະແຫຼງຂ່າວ ແລະສື່ສານໄດ້ຈັດຕັ້ງພິທີໄຂງານວາງສະແດງ “ຮູບເຄິ່ງຄີງການນຳບັນດາພື້ນຖານເສດຖະກິດ APEC” ດ້ວຍດິນເຜົາເຄືອບໂດຍຈິດຕະກອນ ມາຍວັນເຍີນ ແລະບັນດານັກສິລະປະກຳດິນເຜົາເຄືອບແຂວງ ດົ່ງນາຍ ປະຕິບັດ. ນ້ີແມ່ນການເຄື່ອນໄຫວເພື່ອສະ ເຫຼີມສະຫຼອງຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017 ທີ່ຈັດຕັ້ງຢູ່ນະຄອນ ດ່າໜັ້ງ ຫວ່າງແລ້ວນີ້.

ງານວາງສະແດງແນະນຳຮູບພາບດິນເຜົາເຄືອບ, ໂດຍອີງໃສ່ຮູບເຄິ່ງຄີງການນຳບັນດາພື້ນຖານເສດຖະກິດ APEC 21 ຄົນດ້ວຍກິລະຍາທ່ານທາງສະເພາະຂອງການນຳແຕ່ລະຄົນ. ພິເສດ, ງານວາງສະແດງຍັງສະເໜີຮູບເຄິ່ງຄີງປະທານ ໂຮ່ຈິມິນ ແລະທ່ານພົນເອກ ຫວໍງວຽນຢ໋າບ ດ້ວຍດິນເຜົາເຄືອບອີກດ້ວຍ. ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມເປັນຈຳນວນຫຼວງຫຼາຍ.

ງານວາງສະແດງຈະເປີດບໍລິການເຖິງວັນທີ 21 ພະຈິກ

ແປໂດຍ: ຮຸຍດົງ