ຕາງໜ້າໃຫ້ພື້ນຖານເສດຖະກິດເຈົ້າພາບ APEC 2017, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ມີບົດກ່າວປາໄສສຳຄັນທີ່ວາລະໂອ້ລົມສົນທະນາ. ຂໍຖືເປັນກຽດແນະນຳບົດກ່າວປາໄສຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ:

leftcenterrightdel
ທ່ານ ເຈີ່ນດ້າຍກວາງ ປະທານປະເທດຫວຽດນາມ ຕາງໜ້າບັນດາການນໍາເສດຖະກິດ APEC ກ່າວຄໍາເຫັນ. ພາບ: VTV

ຂໍຮຽນແຂກທີ່ມີກຽດ !

ການໂອ້ລົມສົນທະນາລະຫວ່າງບັນດາການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ກັບບັນດາສະມາຊິກສະພາທີ່ປຶກສາວິສາຫະກິດ APEC ປີນີ້ມີຄວາມໝາຍສຳຄັນທີ່ສຸດ. ນີ້ແມ່ນຈຸດເວລາທີ່ພວກເຮົາຄວນຊອກຫາບັນດາທິດກ້າວເດີນໃຫມ່ເພື່ອຮັກສາບົດບາດຂອງ APEC ແມ່ນກຳລັງໜູນຂອງການເຕີບໂຕ ແລະຮ່ວມສຳພັນເສດຖະກິດທົ່ວໂລກ ແລະ ອາຊີ - ປາຊີຟິກ. ນີ້ກໍ່ແມ່ນຈຸດເວລາທີ່ພວກເຮົາຄວນສ້າງວິໄສທັດໃໝ່ໃຫ້ເວທີປາໄສເມື່ອ APEC ພວມກ້າວເຂົ້າສູ່ທົດສະວັດພັດທະນາຄັ້ງທີ 4. ຍ້ອນເຫດນັ້ນ, ບັນດາການນຳ APEC ພ້ອມແລ້ວທີ່ຈະແລກປ່ຽນ, ໂອ້ລົມສົນທະນາກັບປະຊາຄົມວິສາຫະກິດກ່ອນເມື່ອກ້າວເຂົ້າສູ່ກອງປະຊຸມສຳຄັນໃນວັນທີ 11. ບັນດາຂໍ້ສະເໜີ, ແນວຄວາມຄິດຂອງສະພາທີ່ປຶກສາວິສາຫະກິດຈະແມ່ນພື້ນຖານສຳຄັນເພື່ອໃຫ້ບັນດາການນຳ APEC ຄິດໄລ່ຊັ່ງຊາ, ຕັດສິນບັນດາທິດກ້າວເດີນຂອງ APEC ໃນໄລຍະຈະມາເຖິງ.

ຂ້າພະເຈົ້າຕີລາຄາສູງບົດລາຍງານຂອງ ABAC ເຊິ່ງທ່ານປະທານກອງປະຊຸມຫາກໍ່ລາຍງານພ້ອມທັງຊົມເຊີຍ 20 ຂໍ້ສະເຫນີແນະລະອຽດທີ່ສຸດຂອງປະຊາຄົມວິສາຫະກິດພາກພື້ນ. ຂ້າພະເຈົ້າຖືວ່າ, ບັນດາຂໍ້ສະເໜີທີ່ພວກເພື່ອນຍົກອອກມາແມ່ນແທດຈິງທີ່ສຸດ.

ບັນດາບັນຫາເຊິ່ງປະຊາຄົມວິສາຫະກິດສົນໃຈ, ໂດຍສະເພາະແມ່ນການຮ່ວມສຳພັນເສດຖະກິດພາກພື້ນ, ເຊື່ອມຕໍ່, ຊຸກຍູ້ບັນດາກະແສການຄ້າ ແລະການລົງທຶນ, ວິສາຫະກິດຂະໜາດນ້ອຍສຸດ, ນ້ອຍ ແລະກາງພັດທະນາຢ່າງກວມລວມ, ຄວາມໝັ້ນຄົງດ້ານສະບຽງອາຫານ, ວິໄສທັດ APEC ຫຼັງປີ 2020... ກໍ່ແມ່ນບັນດາບັນຫາເຊິ່ງບັນດາການນຳ APEC ພວມກັງວົນ ແລະປືກສາຫາລືເພື່ອຊອກຫາບັນດາມາດຕະການ ແລະທິດກ້າວເດີນທີ່ເໝາະສົມ. ຂ້າພະເຈົ້າຂໍເນັ້ນໜັກບາງຈຸດດັ່ງລຸ່ມນີ້:

ທີໜຶ່ງ, ເລື່ອງຮ່ວມສຳພັນເສດຖະກິດ, ເຊື່ອມຕໍ່, ຫັນການຄ້າ ແລະການລົງທຶນເປັນເສລີໄດ້ ແລະພວມສືບຕໍ່ແມ່ນບູລິມະສິດແຖວໜ້າຂອງການຮ່ວມມື APEC. ບັນດາພື້ນຖານເສດຖະກິດສະມາຊິກລ້ວນແຕ່ໃຫ້ຄຳໝັ້ນສັນຍາວ່າຈະຍູ້ແຮງການປະຕິບັດສຳເລັດບັນດາເປົ້າໝາຍ Bogo, ໃນນັ້ນສຸມໃສ່ເຂົ້າໃນບັນດາຂົງເຂດການບໍລິການ, ການລົງທຶນ ແລະບັນດາມາດຕະການຫຼຸດຜ່ອນຮົ້ວກີດຂວາງປອດພາສີກວ່າອີກ. APEC ກໍ່ຈະຍູ້ແຮງການຜັນຂະຫຍາຍບັນດາແຜນການທີ່ໄດ້ຮັບຮອງເອົາກວ່າອີກ, ພົ້ນເດັ່ນແມ່ນແຜນການສັງລວມກ່ຽວກັບການເຊື່ອມຕໍ່ APEC, ຂອບເຂດການເຊື່ອມຕໍ່ກັບລະບົບສະໜອງ, ວິວັດການກ່ຽວກັບການຮ່ວມມືການບໍລິການໄລຍະ 2016 – 2025, ພ້ອມທັງສຸມໃສ່ແກ້ໄຂບັນດາບັນຫາທີ່ຫາກໍ່ພົ້ນເດັ່ນຂຶ້ນຄື: ການຄ້າເອເລັກໂຕນິກຂ້າມຊາຍແດນ, ວິວັດການກ່ຽວກັບເສດຖະກິດເຄືອຂ່າຍອິນເຕີແນັດ ແລະເສດຖະກິດດີຈີຕອນ…

ທີ່ກອງປະຊຸມຂັ້ນສູງ APEC ໃນວັນທີ 11 ພະຈິກ, ພວກຂ້າພະເຈົ້າຈະປຶກສາຫາລືກ່ຽວກັບບັນດາກຳນົດທິດແນໃສ່ຍູ້ແຮງຄວາມມານະພະຍາຍາມຂອງເປົ້າໝາຍ Bogo ກວ່າອີກ, ເຊື່ອມຕໍ່ບັນດາລະບົບສະໜອງ, ປັບປຸງລະບົບການຄ້າຫຼາຍຝ່າຍ, ຊຸກຍູ້ບັນດາຂໍ້ຕົກລົງດ້ານການຄ້າພາກພື້ນ ແລະມຸ່ງໄປເຖິງການສ້າງເຂດການຄ້າເສລີອາຊີ - ປາຊີຟິກ (FTAAP).

ທີສອງ, ພວກຂ້າພະເຈົ້າຈະແບ່ງປັນຄວາມເອົາໃຈໃສ່ຂອງປະຊາຄົມວິສາຫະກິດກ່ຽວກັບເລື່ອງຄວນຍູ້ແຮງການເຂົ້າຮ່ວມຂອງວິສາຫະກິດຂະໜາດນ້ອຍສຸດ, ນ້ອຍ ແລະກາງເຂົ້າໃນຕະຫຼາດທົ່ວໂລກ, ການເຂົ້າຮ່ວມຂອງປະຊາຄົມວິສາຫະກິດແມ່ນບັນດາກຳລັງໜູນໃໝ່ຊຸກຍູ້ການເຕີບໂຕແບບຍືນຍົງ ແລະກວມລວມ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າຈະສ້າງບັນດານະໂຍບາຍ ແລະກອບນິຕິກຳຢ່າງມີປະສິດທິຜົນເພື່ອສ້າງສະພາບແວດລ້ອມສະດວກໃຫ້ແກ່ປະຊາຄົມວິສາຫະກິດກ່ວາອີກ.

ທີສາມ, ຂໍ້ສະເໜີຂອງບັນດາພື້ນຖານເສດຖະກິດໃນການຊຸກຍູ້ພັດທະນາເສດຖະກິດ, ການເງິນ ແລະສັງຄົມ, ຄວາມໝັ້ນຄົງດ້ານສະບຽງອາຫານ, ກຳລັງແຮງງານໃນສັງກາດດີຈີຕອນແມ່ນບັນຫາວາງອອກຢ່າງຮີບດ່ວນເພື່ອແນໃສ່ຮັບປະກັນການເຕີບໂຕຢ່າງມີຫົວຄິດປະດິດສ້າງ, ຍືນຍົງ ແລະກວມລວມ. ພວກຂ້າພະເຈົ້າໄດ້ຊີ້ນຳການເຮັດວຽກຂັ້ນຕ່າງໆຂອງ APEC ແຕ່ຕົ້ນປີຈົນຮອດປະຈຸບັນເພື່ອສຸມໃສ່ສ້າງບັນດາກອບນິຕິກຳຮ່ວມມືໄລຍະຍາວກ່ຽວກັບການຊຸກຍູ້ກວມລວມດ້ານການເງິນ, ເສດຖະກິດ, ສັງຄົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັງກາດດີຈີຕອນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາຊົນນະບົດ-ຕົວເມືອງ. ບັນດາບັນຫານີ້ກໍ່ຈະໄດ້ຍົກອອກມາປຶກສາຫາລືທີ່ກອງປະຊຸມສຳຄັນໃນວັນທີ 11.

ທີສີ່, ຂ້າພະເຈົ້າຕີລາຄາສູງປະຊາຄົມວິສາຫະກິດໄດ້ມີການປະກອບສ່ວນຫຼາຍຢ່າງກ່ຽວກັບແນວຄວາມຄິດສ້າງວິໄສທັດຂອງ APEC ຫຼັງປີ 2020. APEC ປະສົບຜົນສຳເລັດໃນເກືອບສາມທົດສະວັດຜ່ານມາ. ນັ້ນແມ່ນໄລຍະທີ່ມີຄວາມໝາຍສຳຄັນ ແລະຕັດສິນສຳລັບ APEC. ຂ້າພະເຈົ້າສະເໜີປະຊາຄົມວິສາຫະກິດສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ແລະພ້ອມກັບພວກຂ້າພະເຈົ້າປະຕິບັດສຳເລັດໜ້າທີ່ສຳຄັນສ້າງວິໄສທັດໃໝ່ໃຫ້ເວທີປາໄສ APEC ໃນບັນດາທົດສະວັດຕໍ່ໄປ.

ຂ້າພະເຈົ້າສະເໜີໃຫ້ພວກເຮົາສືບຕໍ່ເສີມຂະຫຍາຍກົນໄກຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ. ປະຊາຄົມວິສາຫະກິດຕ້ອງສືບຕໍ່ຮ່ວມແຮງຮ່ວມໃຈ, ຮ່ວມເດີນທາງພ້ອມກັບປະເທດໃນໄລຍະສຳຄັນຄືໃນປະຈຸບັນ ແລະໃກ້ຈະມາເຖິງ. ຂ້າພະເຈົ້າເຊື່ອໝັ້ນວ່າການຮ່ວມເດີນທາງຂອງປະຊາຄົມວິສາຫະກິດຈະສ້າງບັນດາກຳລັງໜູນໃໝ່ເພື່ອແນໃສ່ຫັນຄາດໝາຍສູງສຸດຂອງການຮ່ວມມື APEC ໃຫ້ປະກົດຜົນເປັນຈິງແມ່ນເພື່ອວິສາຫະກິດ ແລະເພື່ອປະຊາຊົນ.

ຂໍຂອບໃຈ!

 

ແປໂດຍ: ຮຸຍດົງ