ຕ້ອນຮັບທ່ານປະທານາທິບໍດີລັດເຊຍ ທີ່ສະໜາມບິນສາກົນ ດ່ານັ້ງ ມີທ່ານ ຟຸ່ງຊວນຍ້າ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ພ້ອມກັບທ່ານ ເຈືອງກວາງເຫງ້ຍ ເລຂາຄະນະພັກນະຄອນດ່ານັ້ງ.

leftcenterrightdel
leftcenterrightdel
ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ມາຮອດ ດ່ານັ້ງ. ພາບ: qdnd.vn
leftcenterrightdel
ພິທີຕ້ອນຮັບທ່ານ Vladimir Putin ປະທານາທິບໍດີລັດເຊຍ ທີ່ສະໜາມບິນສາກົນ ດ່ານັ້ງ. ພາບ: qdnd.vn

ສຳນັກຂ່າວສານ RIA Novosti ໄດ້ຄັດສະເໜີຂ່າວຈາກວັງ Kremlin ໃຫ້ຮູ້ວ່າ, ຢູ່ນອກກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25, ທ່ານປະທານາທິບໍດີ Vladimir Putin ຈະມີການພົບປະສອງຝ່າຍກັບທ່ານ ເຈີ່ນດ້າຍກວາງ ປະທານປະເທດ ຫວຽດນາມ, ທ່ານ Rodrigo Duterte ປະທານາທິບໍດີຟີລີບປິນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ, ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ.

ກ່ອນທີ່ຈະມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາການນໍາເສດຖະກິດ APEC ຄັ້ງທີ 25 ທີ່ນະຄອນ ດ່ານັ້ງ, ທ່ານປະທານາທິບໍດີ Vladimir Putin ໄດ້ມີບົດຂຽນລົງພິມໃນເວັບໄຊທີ່ທາງການຂອງວັງ Kremlin, ໃນນັ້ນສະແດງໃຫ້ເຫັນເລື່ອງ ລັດເຊຍ ສະໜັບສະໜູນແນວຄວາມຄິດສ້າງຕັ້ງເຂດການຄ້າເສລີ ອາຊີ-ປາຊີຟິກ (FTAAP).

ແປໂດຍ: ຈາງຫງວຽນ