ງົບປະມານປ້ອງກັນຊາດ ປີການເງິນ 2024 ຂອງ ຍີ່ປຸ່ນ ຢູ່ລະດັບສູງປະຫວັດສາດ 7,95 ພັນຕື້ ເຢນ (ປະມານ 52,5 ຕື້ໂດລາສະຫະລັດ). ນີ້ແມ່ນສ່ວນໜຶ່ງໃນງົບປະມານແຫ່ງລັດ ໂດຍສະພາແຫ່ງຊາດ ຍີ່ປຸ່ນ ອະນຸມັດຜ່ານໃນວັນທີ 28 ມີນາ ສຳລັບປີການເງິນ 2024 ດ້ວຍຍອດມູນຄ່າປະມານ 112,57 ພັນຕື້ ເຢນ.

ກ່ຽວກັບການຈັດແບ່ງລາຍລະອຽດ, ງົບປະມານປ້ອງກັນຊາດປີ 2024 ສຸມໃສ່ການເພີ່ມທະວີຄວາມສາມາດໃນການຕ່າວໂຈມຕີ ຂອງປະເທດຊາດ ແລະ ເພີ່ມທະວີລະບົບປ້ອງກັນລູກສອນໄຟ. ທ້າຍປີ 2022 ລັດຖະບານຍີ່ປຸ່ນ ໄດ້ຮັບຮອງເອົາເອກະສານໃໝ່ 3 ສະບັບກ່ຽວຂ້ອງເຖິງການປ້ອງກັນຄວາມສະຫງົບ ແລະການປ້ອງກັນຊາດຢ່າງເປັນທາງການ, ໃນນັ້ນມີຍຸດທະສາດການປ້ອງກັນຄວາມສະຫງົບແຫ່ງຊາດ, ວາງອອກແຜນການເພີ່ມການໃຊ້ຈ່າຍດ້ານປ້ອງກັນຊາດ ຂອງຍີ່ປຸ່ນ ຂຶ້ນເຖິງ 43 ພັນຕື້ ເຢນ ໃນ 5 ປີ (ແຕ່ປີ 2023 – 2027).

ແຫຼ່ງຄັດຈາກ: vovworld.vn