ທ່ານພົນໂທ ຫວໍມິງເລືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນໍາແຫ່ງຊາດ 515 ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາ.

leftcenterrightdel
 ບັນດາຜູ້ແທນເຂົ້າຮ່ວມພິທີອອກເດີນທາງ. ພາບ: qdnd.vn

ໃນລະດູແລ້ງ 2022-2023, ກອງ K73 ສຸມໃສ່ຜັນຂະຫຍາຍ, ຈັດຕັ້ງການປະຕິບັດໜ້າທີ່ເປັນຢ່າງດີ. ກົມກອງຊອກຫາ, ທ້ອນໂຮມໄດ້ 122 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ບັນດາແຂວງ: Svay Rieng, Battambang, Pailin (ກໍາປູເຈຍ) ແລ້ວສົ່ງກັບຄືນປະເທດ. ເທື່ອທໍາອິດ, ໄລຍະ XXIII (ລະດູແລ້ງ 2023-2024). ຄະນະຊີ້ນໍາ 515 ແຂວງລອງອານ ຈັດຕັ້ງໃຫ້ພະນັກງານ, ນັກຮົບກອງ K73 50 ຄົນໄປປະຕິບັດໜ້າທີ່ຢູ່ ກໍາປູເຈຍ. ກົມກອງໄດ້ປະຕິບັດວຽກງານກະກຽມເປັນຢ່າງດີ, ພ້ອມແລ້ວທີ່ຈະປະຕິບັດໜ້າທີ່ຕາມແຜນການ.

leftcenterrightdel
 ທ່ານພົນໂທ ຫວໍມິງເລືອງ ກ່າວຄໍາເຫັນຊີ້ນໍາທີ່ພິທີ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີອອກເດີນທາງ, ທ່ານພົນໂທ ຫວໍມິງເລືອງ ເນັ້ນໜັກວ່າ: ໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຍັງຍາວນານ, ໜັກໜ່ວງ ແລະພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເພື່ອປະຕິບັດແຜນການລະດູແລ້ງ 2023-2024 ໃຫ້ປະສົບຜົນສຳເລັດ, ບັນດາອົງການ, ກົມກອງ, ທ້ອງຖິ່ນສືບຕໍ່ຊາບຊຶມ, ຜັນຂະຫຍາຍການປະຕິບັດຂໍ້ຕົກລົງ, ເອກະສານ, ແນະນຳກ່ຽວກັບການ ຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃຫ້ມີປະສິດທິຜົນ; ແກ້ໄຂທຸກຄວາມຫຍຸ້ງຍາກ, ທຸກຍາກລຳບາກໃນການປະຕິບັດໜ້າທີ່; ຈັດຕັ້ງການຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຮັບປະກັນຢ່າງແໜ້ນແຟ້ນ, ລະອຽດ, ຮອບຄອບຖີ່ຖ້ວນ, ຮັບປະກັນຄວາມປອດໄພຢ່າງເດັດຂາດ. ພະນັກງານ, ນັກຮົບຕ້ອງປະຕິບັດກົດໝາຍຂອງລັດ, ລະບຽບວິໄນກອງທັບ ແລະຂໍ້ກຳນົດຂອງທ້ອງຖິ່ນປະເທດເພື່ອນມິດຢ່າງເຂັ້ມງວດ; ປະຕິບັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ການທູດປະຊາຊົນ ແລະວຽກງານຂົນຂວາຍປະຊາຊົນເປັນຢ່າງດີ; ປະຕິບັດທິດນຳ "ສົມທົບກັນຢ່າງແໜ້ນແຟ້ນ, ໃກ້ຊິດຕິດແທດບໍລິເວນ, ກໍາແໜ້ນຂໍ້ມູນຂ່າວສານ, ຊອກຫາຢ່າງມີປະສິດທິຜົນ, ປອດໄພຢ່າງເດັດຂາດ”... ພາຍຫຼັງພິທີ, ບັນດາຜູ້ແທນໄດ້ສົ່ງພະນັກງານ, ນັກຮົບກອງ K73 ຜ່ານດ່ານຊາຍແດນ, ເດີນທາງໄປປະຕິບັດໜ້າທີ່.

ໂດຍ: ເຈິ່ນຮວ່ຽນ