ຕອນບ່າຍວັນທີ 15 ເມສາ, ທ່ານ ເລຫງອັກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ 515 ຂອງແຂວງຮ່າຕິ້ງ ກ່ຽວກັບການຜັນຂະຫຍາຍໜ້າທີ່ຈັດຕັ້ງພິທີມອບ-ຮັບ ແລະຝັງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ລະດູແລ້ງ 2023-2024.

ຄາດວ່າ, ແຕ່ວັນທີ 12-15 ພຶດສະພາ 2024, ຄະນະປະຕິບັດງານພິເສດຂອງແຂວງ ຈະໄປປະເທດລາວ ເຂົ້າຮ່ວມການພົບປະເຈລະຈາ, ເຂົ້າຮ່ວມພິທີສູດສັກອະນິດຈາ, ໄວ້ອາໄລ ແລະມອບ-ຮັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ຕໍ່ຈາກນັ້ນ, ວັນທີ 16 ພຶດສະພາ, ຄະນະຊີ້ນໍາ 515 ຈະສົມທົບເພື່ອເຄື່ອນຍ້າຍອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຈາກລາວ ກັບຄືນຫວຽດນາມ, ຫຼັງຈາກນັ້ນຈັດພິທີຝັງອັດຖິເຊິ່ງຄາດວ່າຈະຈັດຂຶ້ນໃນຕອນເຊົ້າວັນທີ 17 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ (ເມືອງເຮືອງເຊີນ).

leftcenterrightdel
ທ່ານ ເລຫງອັກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ສະຫຼຸບກອງປະຊຸມ. ພາບ: baohatinh.vn

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຂົ້າຮ່ວມປະກອບຄຳເຫັນເຂົ້າໃນວຽກງານມອບ-ຮັບ ແລະຝັງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແນໃສ່ຮັບປະກັນໃຫ້ມີຄວາມຮອບຄອບ, ສົມກຽດ.

ສະຫຼຸບກອງປະຊຸມ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ເລຫງອັກເຈົາ ໄດ້ຮຽກຮ້ອງມາຍັງກອງບັນຊາການທະຫານແຂວງ, ທະຫານຊາຍແດນແຂວງ, ພະແນກແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ພະແນກການຕ່າງປະເທດ, ຫ້ອງການຄະນະກໍາມະການປະຊາຊົນແຂວງ, ພະແນກການເງິນແຂວງ, ເມືອງເຮືອງເຊີນ... ໂດຍອີງໃສ່ພາລະບົດບາດ, ໜ້າທີ່ໃຫ້ກະກຽມວຽກງານທີ່ໄດ້ມອບໝາຍຢ່າງຮີບດ່ວນ. ພ້ອມທັງເນັ້ນໜັກວ່າ ໃນວິວັດການຜັນຂະຫຍາຍໜ້າທີ່, ບັນດາພະແນກ, ຂະແໜງການ, ທ້ອງຖິ່ນຕ້ອງເອົາໃຈໃສ່ເຮັດໃຫ້ແຜນການສຳເລັດໂດຍໄວ ເພື່ອມອບ-ຮັບ ແລະຝັງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພິເສດ, ກ່ອນມື້ຮັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ, ຄວນກວດກາໜ້າທີ່ວຽກງານຢ່າງລະອຽດເພື່ອຮັບປະກັນຖືກຕາມຄວາມຮຽກຮ້ອງຕ້ອງການ ແລະຖືກຕາມແຜນການທີ່ໄດ້ວາງອອກ.

ໂດຍ: ເຈິ່ນຮວ່ຽນ