leftcenterrightdel
ຄະນະປະຕິບັດງານທະຫານເຂດ 4 ຈູດທູບທຽນ, ອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ ໂດຍກອງທ້ອນໂຮມ 589, ກອງບັນຊາການທະຫານແຂວງກວ໋າງບິ່ງ ຂຸດຄົ້ນໄດ້ຢູ່ແຂວງຄໍາມ່ວນ, ປະເທດລາວ. ພາບ: ເຈິ່ນຢຸງ

ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງປີ 2023-2024 ຢູ່ບັນດາທ້ອງຖິ່ນຂອງລາວ, ພະນັກງານ, ພາລະກອນຂອງກອງທ້ອນໂຮມ 589 (ກອງບັນຊາການທະຫານແຂວງກວ໋າງບິ່ງ); ກອງທ້ອນໂຮມ 584 (ກອງບັນຊາການທະຫານແຂວງກວ໋າງຈິ) ແລະກອງທ້ອນໂຮມ 192 (ກອງບັນຊາການທະຫານແຂວງເທື່ອທຽນເຫວ້) ໄດ້ສົມທົບກັນຢ່າງຕັ້ງໜ້າກັບຄະນະປະຕິບັດງານພິເສດແຂວງຄໍາມ່ວນ; ສະຫວັນນະເຂດ; ສາລະວັນ ແລະຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດບັນດາທ້ອງຖິ່ນຂອງເພື່ອນປະຕິບັດວຽກງານໂຄສະນາເປັນຢ່າງດີ, ຂົນຂວາຍປະຊາຊົນທຸກຊັ້ນວັນນະສະໜອງຂໍ້ມູນຂ່າວສານ, ດຳເນີນການສຳຫຼວດ, ຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຖືກຕ້ອງຕາມຄາດໝາຍ, ແຜນການທີ່ໄດ້ກໍານົດ.

ສະຫຼຸບເນື້ອໃນການກວດກາຢູ່ກອງທ້ອນໂຮມ, ທ່ານພົນຕີ ຮ່າເທາະບິ່ງ, ຜູ້ບັນຊາການທະຫານເຂດ 4 ໄດ້ຮຽກຮ້ອງໃຫ້ພະນັກງານ, ພາລະກອນຂອງກອງທ້ອນໂຮມ 589 (ກອງບັນຊາການທະຫານແຂວງກວ໋າງບິ່ງ); ກອງທ້ອນໂຮມ 584 (ກອງບັນຊາການທະຫານແຂວງກວ໋າງຈິ) ແລະກອງທ້ອນໂຮມ 192 (ກອງບັນຊາການທະຫານແຂວງເທື່ອທຽນເຫວ້) ຍາມໃດກໍ່ຕັດສິນໃຈ, ຮັບຜິດຊອບໃຫ້ເປັນຢ່າງດີ; ຕັ້ງໜ້າສົມທົບກັບຄະນະປະຕິບັດງານພິເສດຂອງເພື່ອນມິດເພື່ອຂຸດຄົ້ນ, ກໍາແໜ້ນຂໍ້ມູນຂ່າວສານກ່ຽວກັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນໝູ່ປະຊາຊົນທຸກຊັ້ນວັນນະ, ເປັນຕົ້ນແມ່ນຜູ້ເຖົ້າຜູ້ແກ່, ນາຍບ້ານ, ນັກຮົບເກົ່າ...

ໂດຍ: ເຈິ່ນຮວ່ຽນ