ສະຫາຍພົນຈັດຕະວາ ຂັນທອງ ວົງອຳຄາ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ, ຮອງຫົວໜ້າຄະນະປະຕິບັດງານພິເສດແຂວງຊຽງຂວາງ ເຮັດວຽກກັບຄະນະປະຕິບັດງານ.

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍພັນເອກພິເສດ ດວ່ານຊວນເບື່ອງ ຂອບໃຈຄະນະພັກ, ອຳນາດການປົກຄອງ, ປະຊາຊົນ, ພິເສດແມ່ນຄະນະປະຕິບັດງານພິເສດແຂວງຊຽງຂວາງ ໄດ້ພ້ອມກັບຄະນະປະຕິບັດງານພິເສດແຂວງວຽງຈັນ ແລະແຂວງໄຊສົມບູນ ສ້າງທຸກເງື່ອນໄຂຊ່ວຍເຫຼືອກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບໍລິເວນ. ພ້ອມທັງຫວັງວ່າໃນໄລຍະຈະມາເຖິງ, ຄະນະປະຕິບັດງານພິເສດແຂວງຊຽງຂວາງ ຈະສືບຕໍ່ເອົາໃຈໃສ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

leftcenterrightdel
ກອງບັນຊາການທະຫານແຂວງເງະອານ ມອບຂອງຂວັນໃຫ້ຄະນະປະຕິບັດງານພິເສດແຂວງຊຽງຂວາງ. ພາບ: ເລທັ໊ງ

ສ່ວນສະຫາຍພົນຈັດຕະວາ ຂັນທອງ ວົງອຳຄາ ເນັ້ນໜັກວ່າ, ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຊຽງຂວາງ ຍາມໃດກໍ່ຈົດຈໍາບຸນຄຸນ, ການປະກອບສ່ວນ, ການເສຍສະຫຼະຂອງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດລາວ. ອົງຄະນະພັກ, ອຳນາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງຊຽງຂວາງ ຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ພະນັກງານ, ພາລະກອນກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ປະຕິບັດໜ້າທີ່ຊອກຫາ, ຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນ.

ໂດຍ: ເຈິ່ນຮວ່ຽນ