ປີ 2023, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການທະຫານແຂວງເງະອານ ໄດ້ຮັບມອບໝາຍໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ 3 ແຂວງ: ຊຽງຂວາງ, ໄຊສົມບູນ ແລະວຽງຈັນ. ລະດູແລ້ງ 2023-2024, ວຽກງານສຳຫຼວດ, ຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດປະສົບກັບຄວາມຫຍຸ້ງຍາກຫຼາຍ, ຍ້ອນດິນຟ້າອາກາດຮ້າຍແຮງ, ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດສ່ວນຫຼາຍແມ່ນຢູ່ເຂດພູສູງ, ຖ້ຳຫິນ, ປ່າເລິກ... ໂດຍໄດ້ຮັບຄວາມເອົາໃຈໃສ່, ການຊີ້ນຳ-ນຳພາ, ສ້າງທຸກເງື່ອນໄຂຈາກຄະນະຊີ້ນຳ 515 ທຸກຂັ້ນ ແລະຄະນະພັກ, ອຳນາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນ 3 ແຂວງ: ຊຽງຂວາງ, ໄຊສົມບູນ ແລະ ວຽງຈັນ (ລາວ), ພະນັກງານ, ລັດຖະກອນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

leftcenterrightdel
ບັນຍາກາດທີ່ການກວດກາ. ພາບ: qdnd.vn

ມາຮອດປະຈຸບັນ, ພາຍຫຼັງກວ່າ 2 ເດືອນ ແຫ່ງການດຳເນີນວຽກງານສຳຫຼວດຊອກຫາ, ທ້ອນໂຮອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ ປີ 2023-2024, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂອງກອງບັນຊາການທະຫານແຂວງເງະອານ ໄດ້ຊອກຫາ ແລະທ້ອນໂຮມ 38 ອັດຖິນັກຮົບ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ.

ສະຫຼຸບການກວດກາ, ທ່ານພົນຈັດຕະວາ ຫງວຽນຫງ໋ອກຮ່າ, ຮອງຜູ້ບັນຊາການທະຫານເຂດ 4  ແລະບັນດາສະຫາຍໃນຄະນະປະຕິບັດງານ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍໝາກຜົນ ເຊິ່ງພະນັກງານ, ລັດຖະກອນກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຂອງກອງບັນຊາການທະຫານແຂວງເງະອານ ບັນລຸໄດ້. ພ້ອມທັງຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ, ພະນັກງານ, ລັດຖະກອນ ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດຕາມຂໍ້ກຳນົດກ່ຽວກັບວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢ່າງເຂັ້ມງວດ.

ໂດຍ: ສາຍຄຳ ວິໄລພອນ