ທ້ອນໂຮມ 22 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ໃກ້ເຂດຊາຍແດນ ຫວຽດນາມ-ລາວ
ກປ.ອອນໄລ - ວັນທີ 21 ສິງຫາ, ຕາມແຫ່ງຂ່າວຈາກ ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄະນະເສດຖະກິດ-ປ້ອງກັນຊາດ 337 (ທະຫານເຂດ 4) ແລ້ວ, ໃນລະຫວ່າງວັນທີ 27 ກໍລະກົດ ຫາວັນທີ 21 ສິງຫາ, ທາງກົມກອງ ໄດ້ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ 22 ອັດຖິ ຢູ່ບ້ານເຊປູ-ຕາພັງ, ຕາແສງເຮື໊ອງເລິບ, ເມືອງເຮື໊ອງຮວ໊າ, ແຂວງກວາງຈິ.
    |
 |
ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ຄະນະເສດຖະກິດ-ປ້ອງກັນຊາດ 337 |
ອັດຖິເຫຼົ່ານັ້ນຍັງບໍ່ທັນໄດ້ຢັ້ງຢືນລາຍຊື່, ເຊິ່ງໄດ້ຊອກເຫັນຢູ່ເນີນພູ, ໃນຖໍ້າຫີນເຊປູ-ຕາພັງ, ຕາແສງເຮື໊ອງເລິບ. ນີ້ແມ່ນເຂດພູຜາປ່າໄມ້, ຕິດກັບຊາຍແດນຫວຽດນາມ - ລາວ. ບັນດາອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດເຫຼົ່ານັ້ນ ໄດ້ຫຸ້ມຫໍ່ດ້ວຍຜ້າ, ຝັງຢູ່ໃນດິນ ເລິກ 0.2-0.5 ເມັດ, ຍັງເຫຼືອກະດູກ ແລະວັດຖຸພັນຫຼາຍຢ່າງເຊັ່ນ: ກະດູກ, ເກີບ, ໄມ້ສີແຂ້ວ, ຢາສີຟັນ, ລູກປືນ AK...
ໂດຍ: ທູຈາງ