leftcenterrightdel
ການນຳແຂວງດ້ຽນບຽນ ພ້ອມດ້ວຍບັນດາພະແນກ, ຂະແໜງ ແລະອົງການຈັດຕັ້ງມະຫາຊົນຂັ້ນແຂວງຈູດທູບທຽນໄວ້ອາໄລນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn

ກ່ອນໜ້ານັ້ນ, ວັນທີ 18 ທັນວາ, ຄະນະກຳມະການປະຊາຊົນແຂວງດ້ຽນບຽນ ໄດ້ສົມທົບກັບຄະນະຊີ້ນຳ 515 ທະຫານເຂດ 2 ແລະອົງການທີ່ກ່ຽວຂ້ອງຂອງລາວ ຈັດຕັ້ງພິທີມອບ-ຮັບ ແລະນຳ 11 ອັດຖິຂອງນັກຮົບອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ. ນີ້ແມ່ນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໂດຍກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກົມໃຫຍ່ການເມືອງ (ທະຫານເຂດ 2) ໄດ້ຂຸດຄົ້ນ ແລະທ້ອນໂຮມຢູ່ເມືອງນ້ຳບາກ ແລະເມືອງງອຍ, ແຂວງຫຼວງພະບາງ ສປປ ລາວ ໃນລະດູແລ້ງປີ 2023. ໃນນັ້ນ, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 8 ອັດຖິ ມີຂໍ້ມູນຄົບຖ້ວນ, 3 ອັດຖິຍັງບໍ່ທັນມີຂໍ້ມູນ.

leftcenterrightdel
ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຕົງຂາວ. ພາບ: qdnd.vn

ທີ່ພິທີ, ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສະເທືອນໃຈ, ບັນດາຜູ້ແທນໄດ້ຖະຫວາຍດອກໄມ້ ແລະທູບທຽນເພື່ອສະແດງຄວາມເຄົາລົບ, ໂສກເສົ້າເສຍດາຍ, ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນທີ່ບໍ່ຄິດເສຍດາຍເລືອດເນື້ອ, ເສຍສະຫຼະຊີວິດເພື່ອສັນຕິພາບ ແລະເອກະລາດຂອງຊາດ ແລະເຮັດໜ້າທີ່ສາກົນອັນສູງສົ່ງ.

ພາຍຫຼັງພິທີໄວ້ອາໄລ, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ບໍ່ຮູ້ຕົວຕົນແມ່ນໄດ້ນຳໄປປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຕົງຂາວ. ສ່ວນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ມີຂໍ້ມູນຄົບຖ້ວນແມ່ນແຂວງດ້ຽນບຽນ ໄດ້ສົມທົບກັບຄະນະຊີ້ນຳ 515 ທະຫານເຂດ 2 ແລະໜ່ວຍຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຈັດພິທີມອບໃຫ້ບັນດາທ້ອງຖິ່ນ ແລະຄອບຄົວຢູ່ແຂວງ ຟູເຖາະ, ລ້າງເຊີນ, ບັກຢາງ, ຮ່ວາບິງ, ເຊີນລາ, ອຽນບ໊າຍ, ຮ່ານາມ ຈັດຕັ້ງພິທີໄວ້ອາໄລຕາມຮີດຄອງປະເພນີ ແລະຄວາມປາດຖະໜາຂອງຄອບຄົວ.

ໂດຍ: ສົມພອນ ສີສຸມັງ