ເຄື່ອນຍ້າຍອັດຖິນັກຮົບຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ 6 ແຂວງພາກເໜືອຂອງລາວ ກັບຄືນປະເທດ
ກປ.ອອນໄລ - ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ແຂວງອຸດົມໄຊ, ພາກເໜືອຂອງລາວ, ໄດ້ຈັດພິທີມອບ-ຮັບ, ເຄື່ອນຍ້າຍ 10 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ 6 ແຂວງພາກເໜືອຂອງລາວ ກັບຄືນປະເທດຫວຽດນາມ.
ນີ້ແມ່ນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໂດຍກອງທ້ອນໂຮມ ທະຫານເຂດ 2 ໄດ້ຊອກຫາ, ຂຸດຄົ້ນໃນລະດູແລ້ງ ສອງປີ 2022-2023.
    |
 |
ເຄື່ອນຍ້າຍອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕາງໜ້າອໍານາດການປົກຄອງ ແລະປະຊາຊົນ 6 ແຂວງພາກເໜືອຂອງລາວ, ສະຫາຍ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຜ່ານການກວດສອບຂໍ້ມູນ, ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມ ໃນ 6 ເດືອນຜ່ານມາ, ກອງທ້ອນໂຮມ ທະຫານເຂດ 2 ໄດ້ຊອກຫາ, ຂຸດຄົ້ນ ແລະເຄື່ອນຍ້າຍ 10 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສະໄໝສົງຄາມ ຢູ່ 6 ແຂວງພາກເໜືອຂອງລາວ, ໃນນັ້ນມີ 4 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດມີຂໍ້ມູນຄົບຖ້ວນ.
ກ່າວຄຳເຫັນທີ່ພິທີ, ສະຫາຍ ພົນຈັດຕະວາ ດິງແມ້ງຟາກ, ຮອງຜູ້ບັນຊາການທະຫານເຂດ 2 ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຄະນະປະຕິບັດງານພິເສດ 6 ແຂວງພາກເໜືອຂອງລາວ ຈະສືບຕໍ່ໜູນຊ່ວຍ, ສົມທົບກັນຍູ້ໄວຄວາມຄືບໜ້າການປະຕິບັດວຽກງານຊອກຫາ, ທ້ອນໂຮມ, ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນສະໄໝສົງຄາມ.
ໂດຍ: ຈາງຫງວຽນ