ຄະນະຫວຽດນາມ ນໍາໂດຍສະຫາຍພົນໂທ ຫວໍມິງເລືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສສ ຫວຽດນາມ. ຄະນະລາວ ນໍາໂດຍສະຫາຍພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສປປ ລາວ.
    |
 |
ສະຫາຍພົນໂທ ຫວໍມິງເລືອງ ແລະສະຫາຍພົນໂທ ທອງລອຍ ສີລິວົງ ແລກປ່ຽນບົດບັນທຶກກອງປະຊຸມຄັ້ງທີ 28 ລະຫວ່າງຄະນະປະຕິບັດງານພິເສດ ຫວຽດນາມ ແລະລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມ, ສອງຝ່າຍເນັ້ນໜັກວ່າ ເຖິງວ່າເງື່ອນໄຂຂໍ້ມູນກ່ຽວກັບບ່ອນຝັງສົບຜູ້ທີ່ເສຍສະຫຼະຊີວິດນັບມື້ນັບໜ້ອຍກໍ່ຕາມ, ແຕ່ວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຍັງໄດ້ຮັບການຜັນຂະຫຍາຍຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ. ໃນລະດູແລ້ງ 2022-2023, ບັນດາກອງທ້ອນໂຮມຂອງຫວຽດນາມ ດໍາເນີນການຊອກຫາ, ທ້ອນໂຮມໄດ້ 194 ອັດຖິ, ໃນນັ້ນ 10 ອັດຖິ ກໍານົດໄດ້ຊື່ ແລະນາມສະກຸນ, ບ້ານເກີດເມືອງນອນ.
ກ່ຽວກັບທິດທາງ ແລະເນື້ອໃນຮ່ວມມືໃນລະດູແລ້ງ 2023-2024, ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າຈະສືບຕໍ່ສົມທົບກັນ, ຊີ້ນໍາວຽກງານຊອກຫາ, ທ້ອນໂຮມ, ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ຈົນຮອດເວລາບໍ່ໄດ້ຮັບຂໍ້ມູນກ່ຽວກັບບ່ອນຝັງສົບຜູ້ທີ່ເສຍສະຫຼະຊີວິດອີກ. ຝ່າຍຫວຽດນາມ ສືບຕໍ່ຮັກສາ 8 ກອງທ້ອນໂຮມປະຕິບັດ ໜ້າທີ່ໃນບໍລິເວນບັນດາແຂວງ, ນະຄອນຂອງລາວ. ຄຽງຂ້າງນັ້ນ, ສອງຝ່າຍກໍ່ຈະຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນສອງປະເທດສະໜອງຂໍ້ມູນຂ່າວສານກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ບ່ອນຝັງສົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ ລາວ.
    |
 |
ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຕ້ອນຮັບສະຫາຍພົນໂທ ຫວໍມິງເລືອງ. ພາບ: ສໍານັກຂ່າວສານຫວຽດນາມ |
ຕອນບ່າຍວັນດຽວກັນ, ທີ່ສໍານັກງານກະຊວງປ້ອງກັນປະເທດລາວ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ໃຫ້ການຕ້ອນຮັບສະຫາຍພົນໂທ ຫວໍມິງເລືອງ ພ້ອມດ້ວຍຄະນະ.
ທີ່ການຕ້ອນຮັບ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາສູງໝາກຜົນການຮ່ວມມື ແລະການສົມທົບກັນລະຫວ່າງສອງຄະນະປະຕິບັດງານພິເສດຂອງສອງລັດຖະບານ; ຢັ້ງຢືນວ່າ ເຫັນດີເປັນເອກະພາບ ແລະສະໜັບສະໜູນຂໍ້ສະເໜີຂອງຄະນະກ່ຽວກັບວຽກງານຊອກຫາ, ທ້ອນໂຮມ, ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ກັບຄືນປະເທດ
ໂດຍ: ເຈິ່ນຮວ່ຽນ