    |
 |
ສະມາຊິກກອງທ້ອນໂຮມດຳເນີນການສຳຫຼວດພູມສັນຖານເພື່ອຊອກຫາຂຸມຝັງສົບ ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງບໍລິຄຳໄຊ. ພາບ: ຕ໊ຽນຢຸງ |
ລະດູແລ້ງປີ 2022 – 2023, ກອງທ້ອນໂຮມ ໄດ້ດໍາເນີນການຊອກຫາ, ຂຸດຄົ້ນ 10 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດພາຍຫຼັງຫຼາຍປີທີ່ພວກອ້າຍໄດ້ໃຊ້ຊີວິດຢູ່ປະເທດເພື່ອນລາວ.
    |
 |
ໜ້າທີ່ຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນ “ຄຳສັ່ງຈາກຫົວໃຈ” ຂອງບັນດານັກຮົບ. ພາບ: ຕ໊ຽນຢຸງ |
ໂດຍໄດ້ຮັບການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງອົງຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະພໍ່ແມ່ປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ພາຍຫຼັງດຳເນີນການຊອກຫາມາເປັນເວລາ 8 ເດືອນ, ກອງທ້ອນໂຮມ ສາມາດຂຸດຄົ້ນໄດ້ 9 ອັດຖິຢູ່ເທດສະບານເມືອງປາກຊັນ ແລະເມືອງວຽງທອງ (ແຂວງບໍລິຄໍາໄຊ), 1 ອັດຖິ ຢູ່ເມືອງໄຊທານີ (ນະຄອນຫຼວງວຽງຈັນ). ກ່ອນໜ້ານີ້ 1 ເດືອນ, ອັດຖິຂອງພວກອ້າຍ ໄດ້ເຄື່ອນຍ້າຍກັບຄືນປະເທດ ແລະດຳເນີນພິທີປົງອັດຖິດ້ວຍຄວາມເຄັ່ງຂຶມ, ເຄົາລົບນັບຖື, ສັກສິດ ແລະຕື້ນຕັນໃຈ.
ສະຫາຍພັນໂທ ຟ້າມຫຶວຕ໊ຽນ - ຫົວໜ້າການເມືອງກອງທ້ອນໂຮມ ໃຫ້ຮູ້ວ່າ: “ລະດູແລ້ງຜ່ານມາ, ທັງ 3 ປີກຂອງກອງຊອກຫາຢູ່ວຽງຈັນ ແລະບໍລິຄຳໄຊ ລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນສະພາບດິນຟ້າອາກາດຮ້ອນອົບເອົ້າ, ເສັ້ນທາງຂຶ້ນພູຄົດໂຄ້ງສະນັ້ນຕ້ອງໄດ້ຍ່າງໄປ, ການສື່ສານກໍ່ຈຳກັດ, ບັນດາແຫຼ່ງຂໍ້ມູນທີ່ພໍ່ແມ່ປະຊາຊົນສະໜອງໃຫ້ນັ້ນຂາດຄວາມຊັດເຈນຍ້ອນວ່າສົງຄາມໄດ້ຜ່ານພົ້ນໄປດົນນານແລ້ວ... ແຕ່ວ່າ, ໂດຍເລີ່ມຈາກ “ຄຳສັ່ງຂອງຫົວໃຈ”, ບັນດາພະນັກງານ, ນັກຮົບໃນກອງຂອງພວກຂ້າພະເຈົ້າ ບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ລຳບາກກິນຢູ່ຕູບ, ນອນຢູ່ປ່າ, ເຮັດວຽກຢ່າງສຸດອົກສຸດໃຈດ້ວຍຄວາມປາດຖະໜາຢາກຊອກຫາພວກອ້າຍນ້ອງໃຫ້ໄດ້ໂດຍໄວ”.
    |
 |
ບັນດາວັດຖຸພັນທີ່ໄດ້ຊອກເຫັນຢູ່ໃນຖ້ຳພ້ອມກັບ 5 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງບໍລິຄຳໄຊ. ພາບ: ຕ໊ຽນຢຸງ |
ສະຫາຍພັນຕີ ເລວັນຕ໊ວນ ແບ່ງປັນວ່າ “ເມື່ອໄດ້ຮັບຂ່າວວ່າ ພວກຂ້າພະເຈົ້າ ຈະດຳເນີນການຂຶ້ນແຜນການສຳຫຼວດພູມສັນຖານ, ສ້າງແຜນການຊອກຫາ, ກະກຽມຈິດໃຈ, ເຂົ້າປາອາຫານແຫ້ງ ເພື່ອອອກເດີນທາງ, ດຳເນີນການຊອກຫາຢູ່ໃນປ່າເປັນເວລາ 5-7 ມື້. ສໍາລັບຂຸມຝັງສົບນັກຮົບທີ່ເສຍສະຫຼະຊີວິດທີ່ໄດ້ຊອກເຫັນຢູ່ວຽງຈັນ, ພວກຂ້າພະເຈົ້າ ໄດ້ດຳເນີນການຂຸດຄົ້ນຢູ່ພູກວ້າງໃຊ້ເວລາຮອດ 2 ອາທິດ ຍ້ອນວ່ານັກຮົບເສຍຊີວິດໃນໄລຍະຕ້ານຝະລັ່ງ, ຂໍ້ມູນທີ່ໄດ້ມາບໍ່ຄົບຖ້ວນ. ເມື່ອຜູ້ອາຍຸສູງໃນບ້ານໃຫ້ຂ່າວວ່າ ມື້ຝັງສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດພໍ່ແມ່ປະຊາຊົນໄດ້ປູກໄມ້ໄຜ່ໃສ່ ເພື່ອສ້າງເປັນເຄື່ອງໝາຍ ແລະປະຈຸບັນມັນໄດ້ເຕີບໃຫຍ່ຕຶບໜາແລ້ວ, ພວກຂ້າພະເຈົ້າ ດຳເນີນການຂຸດຄົ້ນໃຊ້ເວລາອາທິດໜຶ່ງຕື່ມອີກຈຶ່ງຊອກເຫັນ”.
ເພື່ອຍົກສູງປະສິດທິຜົນຂອງວຽກງານ, ໃນວິວັດທະນາການປະຕິບັດໜ້າທີ່ຢູ່ປະເທດເພື່ອນ, ກອງທ້ອນໂຮມ ຍາມໃດກໍ່ເບິ່ງແຍງດູແລ, ເພີ່ມພູນຄູນສ້າງນ້ຳໃຈທະຫານ ແລະປະຊາຊົນ, ນ້ຳໃຈສາມັກຄີຫວຽດນາມ-ລາວ ດ້ວຍການໜູນຊ່ວຍພໍ່ແມ່ປະຊາຊົນກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃນໂອກາດວັນບຸນ, ບຸນປີໃໝ່, ຊ່ວຍເຫຼືອບັນດາບ້ານກໍ່ສ້າງເສັ້ນທາງຄົມມະນາຄົມ...
    |
 |
ພິທີໄວ້ອາໄລ, ພາວະນາຂໍໃຫ້ຊອກເຫັນອັດຖິບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໃນລະດູແລ້ງ 2022 - 2023. ພາບ: ຕ໊ຽນຢຸງ |
ບັນດາສະມາຊິກໃນກອງກໍ່ໄດ້ພົບປະກັບຄະນະພັກ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງມະຫາຊົນ ແລະບັນດານັກຮົບເກົ່າຂອງປະເທດເພື່ອນທີ່ເຄີຍຄຽງບ່າຄຽງໄຫຼ່ພ້ອມກັບທະຫານເຮົາຕີສັດຕູເພື່ອມີບັນດາຂໍ້ມູນຂ່າວສານໃໝ່ຕື່ມອີກ.
ທ່ານພົນຈັດຕະວາ ສີພອນ ຈັນສົມວົງ - ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ ແບ່ງປັນວ່າ: “ການຮ່ວມເດີນທາງ, ໜູນຊ່ວຍກອງທ້ອນໂຮມ, ຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ແມ່ນໜ້າທີ່ຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນພວກຂ້າພະເຈົ້າ. ນີ້ກໍ່ແມ່ນວຽກເຮັດທີ່ມີຄວາມໝາຍ, ສະແດງໃຫ້ເຫັນນ້ຳໃຈ, ສິນທຳ ແລະນ້ຳໃຈສາມັກຄີ ລາວ-ຫວຽດນາມ ເພາະສະນັ້ນແຕ່ກ່ອນມາຮອດປະຈຸບັນຈຶ່ງໄດ້ເຮັດໃຫ້ເປັນຢ່າງດີ ແລະໃນໄລຍະຈະມາເຖິງຈະເຮັດໃຫ້ໄດ້ດີກວ່າອີກ.
    |
 |
ສະຫາຍພັນເອກພິເສດ ມາຍງອັກຫວຽດ - ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງຮ່າຕິ້ງ ແລກປ່ຽນກັບສະຫາຍພົນຈັດຕະວາ ສີພອນ ຈັນສົມວົງ ແລະບັນດາກຳລັງຂອງລາວ ກ່ຽວກັບແຜນການຊອກຫາ, ຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2023 - 2024. ພາບ: ຕ໊ຽນຢຸງ |
ດ້ວຍຄວາມມານະພະຍາຍາມ, ຄວາມຮັບຜິດຊອບຂອງກອງທ້ອນໂຮມ, ການໜູນຊ່ວຍຢ່າງຕັ້ງໜ້າຂອງປະເທດເພື່ອນ, ເປັນເວລາເກືອບ ¼ ສະຕະວັດຜ່ານມາ (ແຕ່ລະດູແລ້ງປີ 1998 – 1999 ມາຮອດປະຈຸບັນ), ກອງທ້ອນໂຮມ ໄດ້ດຳເນີນການຊອກຫາ, ຂຸດຄົ້ນ, ເຄື່ອນຍ້າຍ 810 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໃນການຕໍ່ສູ້ຕ້ານຝະລັ່ງ ແລະອາເມລິກາ ກັບຄືນປະເທດ. ຕາມນັ້ນແລ້ວ, ຢູ່ແຂວງບໍລິຄຳໄຊ ທ້ອນໂຮມໄດ້ 550 ອັດຖິ, ຢູ່ນະຄອນຫຼວງວຽງຈັນ ທ້ອນໂຮມໄດ້ 260 ອັດຖິ.
ປະຈຸບັນ, ບັນດາສະມາຊິກຂອງກອງທ້ອນໂຮມໄດ້ສຸມໃສ່ສັບຊ້ອນພະນັກງານ, ເຂົ້າຮ່ວມການຝຶກແອບ (ການທະຫານ, ການເມືອງ, ວິຊາການທ້ອນໂຮມ), ສ້າງແຜນການປະຕິບັດໜ້າທີ່ລະດູແລ້ງ 2023 – 2024 ເພື່ອຍື່ນສະເໜີໃຫ້ຂັ້ນເທິງຮັບຮອງ. ນອກຈາກນັ້ນ, ນັກຮົບກອງທ້ອນໂຮມຕ້ອງພົບປະ, ແລກປ່ຽນກັບນັກຮົບເກົ່າທີ່ເຄີຍເຂົ້າຮ່ວມການສູ້ຮົບຢູ່ລາວ ເພື່ອກຳແໜ້ນສະພາບການ, ມີຂໍ້ມູນຕື່ມອີກ...
    |
 |
ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 10 ຊຸດ ແມ່ນຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໄດ້ເຄື່ອນຍ້າຍກັບຄືນປະເທດໃນວັນທີ 23 ພຶດສະພາ 2023. ພາບ: ຕ໊ຽນຢຸງ |
ສະຫາຍພັນເອກພິເສດ ມາຍງອັກຫວຽດ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງຮ່າຕິ້ງ ແບ່ງປັນວ່າ “ໄລຍະຈະມາເຖິງພວກຂ້າພະເຈົ້າຈະສຸມໃສ່ປະຕິບັດແຜນນະໂຍບາຍຂອງພັກ, ລັດ, ກອງທັບ ແລະແຂວງກ່ຽວກັບວຽກງານຊອກຫາ, ຂຸດຄົ້ນອັດຖິແມ່ນຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອໜ້າທີ່ສາກົນອັນສູງສົ່ງຢູ່ລາວ.
ຕາມນັ້ນແລ້ວ, ພວກຂ້າພະເຈົ້າຈະເຮັດວຽກ, ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງຂອງປະເທດເພື່ອນ ແລະຂຶ້ນແຜນການ, ວິທີການໃຫ້ລະດູຊອກຫາໃໝ່. ພິເສດແມ່ນສຸມໃສ່ຊີ້ນຳ, ກະຕຸກຊຸກຍູ້, ລະດົມກຳລັງໃຈກອງທ້ອນໂຮມຜ່ານຜ່າຄວາມຫຍຸ້ງຍາກ ເພື່ອເຮັດວຽກງານຂົນຂວາຍປະຊາຊົນ, ໂຄສະນາ, ຮັບຂໍ້ມູນຂ່າວສານ, ສຳຫຼວດພູມສັນຖານ, ດຳເນີນການຊອກຫາ ແລະຂຸດຄົ້ນໃຫ້ບັນລຸໝາກຜົນດີທີ່ສຸດ”.
ໂດຍ: ແສງເດືອນ