ສື່ມວນຊົນປາກິດສະຖານ ໄດ້ຄັດສະເໜີຄຳເວົ້າຂອງລັດຖະບານປະເທດນີ້ ໂດຍໃຫ້ຮູ້ວ່າ ເຫດຍິງປືນໄດ້ເລີ່ມຈາກຝ່າຍອາບການິດສະຖານ ແລະ ກຳລັງປ້ອງກັນຄວາມໝັ້ນຄົງປາກິດສະຖານ ໄດ້ໂຕ້ຕອບຢ່າງທັນທີ. Islamabad ປະກາດວ່າ ກຳລັງປ້ອງກັນຄວາມໝັ້ນຄົງຂອງປະເທດນີ້ ຕ້ອງມີປະຕິກິລິຍາໃນວິທີທີ່ລະມັດລະວັງ ແລະມີຄວາມຮັບຜິດຊອບ ແລະຄຳສັ່ງຢຸດຍິງຍັງມີຜົນບັງຄັບໃຊ້ ໂດຍບໍ່ຫົວຊາຕໍ່ການລະເມີດຂອງປະເທດບ້ານໃກ້ເຮືອນຄຽງ. ກະຊວງຖະແຫຼງຂ່າວ ແລະກະຈາຍສຽງໂທລະພາບປາກິດສະຖານ ໃຫ້ຮູ້ວ່າ ປາກິດສະຖານ ຍັງໃຫ້ຄຳໝັ້ນສັນຍາແກ້ໄຂບັນດາບັນຫາຢູ່ເຂດຊາຍແດນຜ່ານການໂອ້ລົມສົນທະນາ ແລະ ລໍຄອຍການຕອບກັບ ແລະ ຄວາມເຂັ້ມງວດຂອງ ອາບການິດສະຖານ.

ໃນຂະນະນັ້ນ, ຈາກ Kabul, ທ່ານ Zabihullah Mujahid ໂຄສົກຂອງອຳນາດການປົກຄອງ ຕາລີບານ ໄດ້ກ່າວຫາ ປາກິດສະຖານ ລະເມີດຄຳສັ່ງຢຸດຍິງເມື່ອຍິງປືນ ແລະ ປືນໃຫຍ່ເປັນສອງຄັ້ງ ເລັ່ງໃສ່ເຂດຊາຍແດນຂອງ ອາບກະນິດສະຖານ ຢູ່ເມືອງ Spin Boldak, ແຂວງ Kandahar.

ແຫຼ່ງຄັດຈາກ: vovworld.vn