leftcenterrightdel
ພາບປະກອບ: REUTERS

ຜູ້ຕາງໜ້າບັນດາຝ່າຍໄດ້ປຶກສາຫາລືວຽກງານກະກຽມ ຢູ່ພື້ນທີ່ຕົວຈິງໃຫ້ແກ່ການປ່ອຍຕົວປະກັນ ແລະແລກປ່ຽນນັກໂທດທີ່ຖືກຍົກອອກມາໃນຂໍ້ລິເລີ່ມສັນຕິພາບ ລວມມີ 20 ຂໍ້ຂອງທ່ານ Donald Trump ປະທານາທິບໍດີອາເມລິກາ. ສຳນັກຂ່າວສານ Al Qahera ຂອງອີຢີບ ໃຫ້ຮູ້ວ່າ: ບັນດານັກເຈລະຈາປະເທດນີ້ ແລະກາຕາ ພວມມານະພະຍາຍາມກັບທັງສອງຝ່າຍເຈລະຈາ ຄື Israel ແລະ Hamas ເພື່ອແນໃສ່ສ້າງກົນໄກກ່ຽວກັບການແລກປ່ຽນຕົວປະກັນ/ນັກໂທດ. ກ່ຽວກັບການກະທຳຂອງ ອາເມລິກາ, ຊ່ອງ 12 ຂອງ Israel ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ຂອງອາເມລິກາ ໂດຍບໍ່ເຜີຍຊື່ວ່າ: ວໍຊິງຕັນ ຕັດສິນໃຈຊຸກຍູ້ ເພື່ອບັນລຸໄດ້ຂໍ້ຕົກລົງໃນອາທິດນີ້. ຕາມນັ້ນແລ້ວ, ທ່ານ Steve Witkoff ແລະ Jared Kushner, ທູດພິເສດຂອງອາເມລິກາ ຈະບໍ່ອອກຈາກ ອີຢີບ ກ່ອນທີ່ຈະບັນລຸໄດ້ຂໍ້ຕົກລົງ.

ແຫຼ່ງຄັດຈາກ: vovworld.vn