ຕາມເນື້ອໃນຂອງຖະແຫຼງການດັ່ງກ່າວ, ປະເທດຕ່າງໆ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງພື້ນຖານອຸດສາຫະກຳປ້ອງກັນຊາດເອີລົບ ໃຫ້ເຂັ້ມແຂງກວ່າ, ທັງຕອບສະໜອງຄວາມຕ້ອງການປ້ອງກັນຄວາມສະຫງົບ, ທັງໜູນຊ່ວຍພັດທະນາບັນດາຂົງເຂດພົນລະເຮືອນ. ນອກຈາກນັ້ນແລ້ວ, ຖະແຫຼງການ ແບກແລງ ກໍ່ໄດ້ຮຽກຮ້ອງສ້າງຕັ້ງບັນດາເຄື່ອງມືການເງິນໃໝ່ ເພື່ອຮັບປະກັນຄວາມສາມາດເຂົ້າເຖິງ ແລະປົກປ້ອງແຫຼ່ງສະໜອງວັດຖຸດິບຍຸດທະສາດ ເຊິ່ງຖືກຖືວ່າແມ່ນປັດໄຈແກ່ນສານໃຫ້ແກ່ຄວາມສາມາດແກ່ງແຍ້ງຂອງ ອີຢູ ໃນສະພາບຕ່ອງໂສ້ການສະໜອງທົ່ວໂລກມີການຜັນແປຢ່າງແຮງ.

leftcenterrightdel
ພາບປະກອບ: Reuters

ການກະທຳນີ້ຖືກຖືວ່າ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງເອີລົບ ແນໃສ່ປັບປຸງຄວາມສາມາດເປັນເຈົ້າການຍຸດທະສາດ, ຫຼຸດຜ່ອນການເອື່ອຍອີງບັນດາແຫຼ່ງສະໜອງພາຍນອກ ແລະ ເພີ່ມກຳລັງແກ່ງແຍ້ງໃຫ້ແກ່ບັນດາຂະແໜງອຸດສາຫະກຳຫຼັກຂອງກຸ່ມ.

ແຫຼ່ງຄັດຈາກ: vovworld.vn