ຄາດວ່າຈະມີການເຂົ້າຮ່ວມຂອງບັນດາການນຳ ຫຼື ລັດຖະມົນຕີຂອງບັນດາປະເທດ, ຄື: ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ, ອາຣັບບີ ຊະອຸດິ, ກາຕາ, ສະຫະລັດ ອາຣັບ ເອມີເລດ (UAE), ຈໍແດນ, ຕວັກກີ, ປາກິດສະຖານ ແລະ ອິນໂດເນເຊຍ.

leftcenterrightdel
ຄາດວ່າ, ທ່ານປະທານາທິບໍດີ Donald Trump ຈະເດີນທາງໄປຍັງ ອິດສະຣາແອັນ ໃນວັນທີ 13 ຕຸລາ. ພາບ: Reuters

ຄາດວ່າ, ທ່ານປະທານາທິບໍດີ Donald Trump ຈະເດີນທາງໄປຍັງ ອິດສະຣາແອັນ ໃນວັນທີ 13 ຕຸລາ, ມີບົດກ່າວຄຳເຫັນຢູ່ສະພາແຫ່ງຊາດ ອິດສະຣາແອັນ ແລະພົບປະກັບຄອບຄົວບັນດາຕົວປະກັນອິດສະຣາແອັນ. ຕອນບ່າຍຂອງວັນດຽວກັນ, ທ່ານປະທານາທິບໍດີ Donald Trump ຄາດວ່າ ຈະໄປອີຢິບ, ພົບປະກັບທ່ານປະທານາທິບໍດີ Abdel Fattah El-Sisi ແລະ ເຂົ້າຮ່ວມພິທີລົງນາມພ້ອມກັບບັນດາຝ່າຍຄ້ຳປະກັນອື່ນຂອງຂໍ້ຕົກລົງສັນຕິພາບ ກາຊາ ນັ້ນແມ່ນ ອີຢິບ, ກາຕາ ແລະຕວັກກີ.

ແຫຼ່ງຄັດຈາກ: vovworld.vn